
ໂດຍ ແອັດມິນ
LIWG ກຳລັງຊອກຫາ ຜູ້ທີ່ປຶກສາທາງດ້ານວິດີໂອ ເພື່ອໃຫ້ບໍລິການປັບແກ້ 2 ວິດີໂອ ທີ່ຈະນຳໃຊ້ພາຍໃຕ້ອົງການ ເຮວວິຕັດ ລາວ ໂດຍ ໂຄງການ PIASVC. ການປັບແກ້ແມ່ນຈະເນັ້ນໃສ່ການສອດແຊກສຽງພາກພາສາມົ້ງ ແລະ ກຶມມຸ ໃສ່ແທນສຽງພາສາລາວ.
ປະສົບການທີ່ຈຳເປັນ:
· ເປັນຫົວໜ່ວຍທຸລະກິດທີ່ມີການດຳເນີນງານໃນ ສປປ ລາວ ຢ່າງຖືກຕ້ອງຕາມກົດໝາຍ.
· ມີຄວາມຮູ້ສູງໃນການສ້າງ ແລະ ປັບແກ້ວິດີໂອໃນຮູບແບບຕ່າງໆ
· ມີປະສົບການຕົວຈິງໃນການປັບແກ້ວິດີໂອ…
ການສະໝັກ ແລະ ກຳໜົດເວລາ:
· ສຳລັບຜູ້ທີ່ສົນໃຈສະໝັກ, ກະລຸນາສົ່ງ ໜັງສືສະແດງເຈດຈຳ, CV ແລະ ໃບສະເໜີລາຄາ ເຖິງອີເມວ asc@laolandinfo.org ບໍ່ເກີນວັນທີ 20 ກຸມພາ 2023.
ລາຍລະອຽດເພີ່ມເຕີມ ກະລຸນາອ່ານເອກະສານຕິດຄັດດ້ານລຸ່ມ.
ດາວໂຫລດ