ບົດຄວາມກໍລະນີສຶກສາ ໂຄງການສ້າງຄວາມເຂັ້ມແຂງໃຫ້ກັບວຽກງານການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ທີ່ ບ້ານ ນາຈອງ, ເມືອງ ຊຳເໜືອ, ແຂວງ ຫົວພັນ

908

ໂດຍ ແອັດມິນ

ໃນລະຫວ່າງ ວັນທີ  14 ຫາ 17 ມີນາ 2023, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ເດີນທາງລົງພາກສະໜາມເຮັດວຽກຢູ່ ແຂວງ ຫົວພັນ. ເນື່ອງໃນໂອກາດດັ່ງກ່າວ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໄດ້ຢ້ຽມຢາມ ໂຄງການຂອງສະມາຊິກ ກໍຄື ໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານໄກ່ເກ່ຍຂັ້ນບ້ານ ທີ່ທາງ ອົງການ ມິດຕະພາບ ເມັນໂນນາຍ (MCC) ໃຫ້ການຊ່ວຍເຫຼືອ ທີ່ ບ້ານ ນາຈອງ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ໃນວັນທີ 16 ມີນາ 2023, ເຊິ່ງພວກເຮົາໄດ້ສ້າງບົດຄວາມກໍລະນີສຶກສາຜ່ານການສຳພາດໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ຕ່າງໜ້າຈາກພະນັກງານໂຄງການ.

ທ່ານສາມາດດາວໂຫລດ ແລະ ອ່ານບົດຄວາມຕາມລິ້ງລຸ່ມນີ້: