ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ກຳລັງປະກາດຫາຜູ້ຊ່ຽວຊຽນດ້ານ GEDSI

271

By LIWG

ປະຈຸບັນ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ກຳລັງປະກາດຫາຜູ້ຊ່ຽວຊຽນດ້ານ ຄວາມຫຼາກຫຼາຍ, ຄວາມສະເໝີພາບທາງເພດ ແລະ ການມີສ່ວນຮ່ວມທາງສັງຄົມ (GEDSI) ເພື່ອຮັບປະກັນວ່າເຄື່ອງມືທີ່ພັດທະນາໃໝ່ໄດ້ເຮັດຖືກຕ້ອງຕາມຫຼັກການຂອງ GEDSI.

ຂອບເຂດວຽກງານ:

ຜູ້ຊ່ຽວຊານດ້ານ GEDSI ຈະໃຫ້ຄຳແນະນຳແກ່ LIWG ສຳລັບເຄື່ອງທີ່ໄດ້ຮັບການພັດທະນາໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ເຊັ່ນ: ປະຕິທິນກົດໝາຍ, ວິດີໂອ ແລະ ອື່ນໆ… ແລະ ວຽກງານອື່ນໆທີ່ກ່ຽວຂ້ອງທີ່ຄວນນຳເອົາຫຼັກການຂອງ GEDSI ເຂົ້າໄປນຳໃຊ້.

ຜູ້ຊ່ຽວຊານ ຈະຕ້ອງຕິດຕໍ່ວຽກງານໂດຍຕົງຕໍ່ຜູ້ປະສານງານ LIWG ທີ່ຮັບຜິດຊອບໃນການພັດທະນາເຄື່ອງມືຕ່າງໆ.

ຂອບເຂດເວລາ:

ຈຳນວນມື້ໃນການເຮັດວຽກ: 10 ມື້ ໄລຍະຈາກ ພຶດສະພາ 2023 ຈົນເຖິງ ເມສາ 2024. ຖ້າຫາກຈຳນວນມື້ດັ່ງກ່າວຫາກບໍ່ໄດ້ນຳໃຊ້ຕາມກຳນົດ, ອາດຈະມີການຂະຫຍາຍສັນຍາ.

  • ສຳລັບຜູ້ທີ່ສົນໃຈສະໝັກ ກະລຸນາສົ່ງ CV ແລະ ໃບສະເໜີລາຄາ ຂອງທ່ານໄປທີ່ ອີເມວ asc@laolandinfo.org ພາຍໃນວັນທີ 11/05/2023.
  • ກະລຸນາອ່ານລາຍລະອຽດເພີ່ມເຕີມໄດ້ທີ່ https://bit.ly/3Lwb2tA.