ງານແລກປ່ຽນກ່ຽວກັບ ການປັບປຸງການຄຸ້ມຄອງຊັບພະຍາກອນທໍາມະຊາດ

    1092
    When:
    29/08/2019 – 31/08/2019 all-day
    2019-08-29T00:00:00+07:00
    2019-09-01T00:00:00+07:00
    Contact:
    Green Community Alliance (GCA)

    ຫ້ອງການ Green Community Alliance (GCA) ຈະມີການຈັດກອງປະຊຸມ ງານແລກປ່ຽນກ່ຽວກັບ ການປັບປຸງການຄຸ້ມຄອງຊັບພະຍາກອນທໍາມະຊາດ ໃນລະຫວ່າງວັນທີ 29-31 ສິງຫາ 2019, ໃນຫ້ອງປຊຸມໃຫຍ່ ຂອງວິທະຍາໄລ ການກະສິກໍາ ແລະ ປ່າໄມ້ ພາກເໜືອ, ແຂວງ ຫຼວງພະບາງ.

    ຈຸດປະສົງຂອງການຈັດງານນີ້ແມ່ນ:  
    • ເພື່ອແລກປ່ຽນບົດຮຽນກ່ຽວກັບປະເດັນທີ່ດິນ ແລະ ການນໍາໃຊ້ປະຕິທິນກົດໝາຍປີ 2019 ໂດຍກອງເລຂາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ
    • ເພື່ອຮຽນຮູ້ ແລະ ທໍາຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບການຄຸ້ມຄອງຊັບພະຍາກອນທໍາມະຊາດຢ່າງມີປະສິດທິພາບ ໂດຍສະເພາະໃນ ການຄຸ້ມຄອງທີ່ດິນ ແລະ ປ່າໄມ້
    • ເພື່ອທໍາຄວາມເຂົ້າໃຈກ່ຽວກັບ ຄວາມໝາຍຂອງຄໍາວ່າ ‘ການຄຸ້ມຄອງທີ່ດີ’ຕໍ່ກັບຊັບພະຍາກອນນໍ້າ, ທີ່ດິນ ແລະ ປ່າໄມ້
    • ເພື່ອແລກປ່ຽນບົດຮຽນກ່ຽວກັບ ວຽກງານຜັກດັນການປ່ຽນແປງດ້ານນະໂຍບາຍ ເພື່ອໃຫ້ເກີດມີການຄຸ້ມຄອງທີ່ດີຂື້ນ
    • ເພື່ອແລກປ່ຽນຄວາມຮູ້ ກ່ຽວກັບ ຂະບວນການຂອງ FLEGT VPA  ແລະ ກົດໝາຍ ແລະ ນະໂຍບາຍ ຂອງປະເທດລາວທີ່ກ່ຽວຂ້ອງກັບປະເດັນດັ່ງກ່າວ
    • ແມ່ນຫຍັງຄື ໂອກາດໃນການຜັນດັນການປ່ຽນແປງ ແລະ ຈະເຮັດແນວໃດໃຫ້ເກີດມີການປ່ຽນແປງໄປໃນທາງທີ່ດີ

    ສໍາລັບຂໍ້ມູນເພີ່ມເຕີມ ແມ່ນສາມາດຕິດຕໍ່ຫາທາງອີເມລນີ້: gca.laos@gmail.com