ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ປະຈຳເດືອນ ມັງກອນ ຫາ ມີນາ 2022

661

ໂດຍ ແອັດມິນ

ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ສະບັບນີ້ ເປັນສະບັບທີ 14 ປະຈໍາໄຕມາດ ເດືອນມັງກອນ – ມີນນາ 2022 ໂດຍມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ.

ເນື້ອໃນສໍາຄັນໃນຈົດໝາຍຂ່າວສະບັບນີ້ ມີຄື:

  • ກອງປະຊຸມປະຈຳປີຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ
  • ກອງປະຊຸມນຳສະເໜີກ່ຽວກັບໂຄງການ ການໃຫ້ຂໍ້ມູນ  ແລະ  ການປູກຈິດສຳນຶກ ໃຫ້ແກ່ຊຸມຊົນທີ່ດ້ອຍໂອກາດ ໃນ ສປປ ລາວ (PIASVC)
  • ການທົດລອງເຄື່ອງມືປູກຈິດສຳນຶກກ່ຽວກັບກຳມະສິດທີ່ດິນຂອງແມ່ຍິງຢູ່ 2 ບ້ານເປົ້າໝາຍ ຢູ່ເມືອງ ປາກຊ່ອງ, ແຂວງ ຈຳປາສັກ
  • ການລົງພື້ນທີ່ເຮັດວຽກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ແຂວງ ຫຼວງພະບາງ
  • ໜ່ວຍງານວິຊາການ ຂະແໜງການຍ່ອຍທີ່ດິນ
  • ກິດຈະກໍາຂອງສະມາຊິກ ແລະ ຄູ່ຮ່ວມງານ
  • ຂ່າວແນະນຳອ່ານ ແລະ ສື່ສິ່ງພິມ
  • ຂ່າວເດັ່ນປະຈຳໄຕມາດ

ທ່ານສາມາດດາວໂຫຼດ:

ພາສາລາວ
ພາສາອັງກິດ