Forest ordination: Forest and Natural preservation

2265

ການບວດປ່າ ຫຼື ບວດຕົ້ນໄມ້ ແມ່ນ ມີການປະຕິບັດກັນມາຊ້ານານ ເພື່ອເປັນຍັບຢັ້ງການລັກລອບການຕັດໄມ້ທໍາລາຍປ່າ. ຫາກຕົ້ນໄມ້ໃດທີ່ໄດ້ຮັບການບວດແລ້ວ ຊາວບ້ານກໍ່ຈະບໍ່ຕັດຕົ້ນໄມ້ດັ່ງກ່າວເດັດຂາດ ເພື່ອເຊື່ອວ່າ ການບວດຕົ້ນໄມ້ ກໍ່ຄື ກັນກັບ ຄົນທີ່ບວດ, ສະນັ້ນຊາວບ້ານຈະນັບຖື ແລະ ບູຊາຕົ້ນໄມ້ທີ່ບວດແລ້ວ ເພາະ ເຊື່ອວ່າ ຕົ້ນໄມ້ທີ່ຜ່ານການບວດ ຈະຄຸ້ມຄອງຮັກສາຕົ້ນໄມ້ຕ່າໆໃນບໍລິເວນໃກ້ຄຽງນັ້ນໆ ເຊິ່ງມີຜົນເຮັດໃຫ້ນໍ້າບໍ່ບົກແຫ້ງ, ຝົນຕົກຕາມລະດູການ ເຊິ່ງຖືວ່າເປັນການຍັບຢັ້ງການທໍາລາຍທໍາມະຊາດ ແລະ ຊ່ວຍໃນການອະນຸລັກສິ່ງແວດລ້ອມ ພ້ອມທັງຮັກສາປ່າໄມ້ ທີ່ເປັນຕົ້ນນໍ້າໃຫ້ມີຄວາມອຸດົມສົມບູນ ແລະ ທີ່ສໍາຄັນແມ່ນເປັນການສ້າງຈິດສໍານຶກໃຫ້ແກ່ຊຸມຊົນໃນການດູແລຮັກສາສະພາບທໍາມະຊາດ.

ການບວດປ່າມີການປະຕິຢ່າງແຜ່ຫຼາຍໃນປະເທດໄທ, ກໍາປູເຈຍ, ບາງພື້ນທີ່ໃນປະເທດລາວ, ມຽນມາ ແລະ ປະເທດສີລັງກາ

ແຫຼ່ງຂໍ້ມູນອ້າງອີງຈາກ: https://bit.ly/2FKd6zo