HomePIASVC News

PIASVC News

Related Catagories

Celebrating Success at the PIASVC Final Symposium

ໃນວັນທີ 4 ກັນຍາ 2026, ກອງປະຊຸມສຳມະນາຄັ້ງສຸດທ້າຍ ໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງໃນ ສປປ ລາວ (PIASVC) ໄດ້ຈັດກອງປະຊຸມສຳມະນາສະຫຼຸບຜົນງານໂຄງການຂຶ້ນຢ່າງພາກພູມໃຈ. ພວກເຮົາໄດ້ຮ່ວມກັນພ້ອມກັບບັນດາຄູ່ຮ່ວມງານພາກລັດ, ອົງການຈັດຕັ້ງສາກົນ, ຕາງໜ້າອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນກ່ຽວຂ້ອງຂອງໂຄງການ ເພື່ອທົບທວນຄືນການເດີນທາງທີ່ເຕັມໄປດ້ວຍຜົນສຳເລັດອັນໃຫຍ່ຫຼວງຂອງໂຄງການ PIASVC. ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ກສ...

----------------------------- Reflecting on Our Journey: The PIASVC Sharing Workshop

ໃນວັນທີ 5 ສິງຫາ 2026, ໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ (PIASVC) ໄດ້ເຕົ້າໂຮມເອົາຕົວແທນຫຼາຍກວ່າ 20 ທ່ານ ຈາກບັນດາອົງການທີ່ໄດ້ຮັບທຶນຍ່ອຍ ເພື່ອເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນ (Sharing Workshop) ສຸດພິເສດ ທີ່ ນະຄອນຫຼວງວຽງຈັນ. ກິດຈະກຳຄັ້ງນີ້ເປັນຫຼາຍກວ່າການເປັນພຽງກອງປະຊຸມ, ນີ້ແມ່ນຊ່ວງເວລາແຫ່ງການທົບທວນຄືນ ແລະ...

Celebrating Success at the PIASVC Closing Workshop On 4 August 2026

ໂຄງການ PIASVC ໄດ້ຈັດກອງປະຊຸມປິດໂຄງການຂຶ້ນສຳເລັດທີ່ ໂຮງແຮມ ຮໍລິເດອິນ (Holiday Inn), ນະຄອນຫຼວງວຽງຈັນ, ໂດຍໄດ້ເຕົ້າໂຮມເອົາບັນດາຄູ່ຮ່ວມງານຈາກພາກລັດ, ອົງການຈັດຕັ້ງສາກົນເພື່ອການພັດທະນາ, ຕົວແທນຈາກອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນກ່ຽວຂ້ອງຂອງໂຄງການ ເພື່ອຮ່ວມກັນທົບທວນຄືນເຖິງການເດີນທາງຕະຫຼອດໄລບະທີ່ສ້າງຜົນກະທົບອັນຍິ່ງໃຫຍ່ຮ່ວມກັນ. ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ (DLAM) ຮ່ວມມືກັບ ອົງການ ເຮວເວີຕັດ ລາວ (Helvetas Laos),...

PIASVC and ESLR Sharing Workshop in Vientiane Capital

ມື້ນີ້ພວກເຮົາມີພາບບັນຍາກາດ ແລະ ກິດຈະກຳດີໆ ຈາກກອງປະຊຸມແລກປ່ຽນບົດຮຽນຂອງໂຄງການ PIASVC/ESLR ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງໃນການຂື້ນທະບຽນທີ່ດິນແບບມີສ່ວນຮ່ວມ: ເຄື່ອງມື ແລະ ບົດຮຽນໃນການມີສ່ວນຮ່ວມກັບຊຸມຊົນ ແລະ ບົດບາດຍິງ-ຊາຍ” ມາໃຫ້ຮັບຊົມນຳກັນ. ກອງປະຊຸມນີ້ໄດ້ຈັດຂຶ້ນໃນວັນທີ 28–29 ເມສາ 2026 ທີ່ໂຮງແຮມ Double Tree by Hilton, ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວ...

Training of Trainers (ToT) workshop on Responsible Investment and Contract Farming (2nd Edition), in Vientiane Capital

ໂຄງການ PIASVC ຮ່ວມກັບກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສຳເລັດການຝຶກອົບຮົມການເປັນຄູຝຶກ (Training of Trainers) ໃຫ້ແກ່ອົງກອນຜູ້ໄດ້ຮັບທຶນຈາກໂຄງການ ແລະ ຄູ່ຮ່ວມງານພາກລັດຈາກຂັ້ນສູນກາງ ແລະ ທ້ອງຖິ່ນ ຈຳນວນຫຼາຍກວ່າ 45 ທ່ານ ການຝຶກອົມຮົມຈັດຂຶ້ນພາຍໃຕ້ຫົວຂໍ້ “ການລົງທຶນກະສິກຳແບບມີຄວາມຮັບຜິດຊອບ ແລະ ກະສິກຳແບບມີສັນຍາ” ຫຼັງຈາກການປັບປຸງດຳລັດ...

Capacity building activity for village authorities at (Taseng) level in Namo District, Oudomxay Province.

ເສີມສ້າງຂີດຄວາມສາມາດອຳນາດການປົກຄອງຂັ້ນຕາແສງ ດ້ານກົດໝາຍທີ່ດິນ ແລະ ຊັບພະຍາກອນ. ໂຄງການ PIASVC ພາຍໃຕ້ອົງການເຮວວີຕັສ ໄດ້ດຳເນີນການຝຶກອົບຮົມເຜີຍແຜ່ກົດໝາຍທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໃຫ້ແກ່ອຳນາດການປົກຄອງຕາແສງໂດຍມີຜູ້ເຂົ້າຮ່ວມ ຈຳນວນຫຼາຍກວ່າ 30 ທ່ານ ເຊິ່ງສະຖານທີ່ຢູ່ບ້ານນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ. ການຝຶກອົບຮົບດຳເນີນໂດຍຄູຝຶກຈາກສະມາຄົມ CDEA ຮ່ວມກັບພະນັກງານລັດຂັ້ນເມືອງ ທີ່ຜ່ານການຝຶກຄູຝຶກຫຼັກຂັ້ນສູນກາງ ພ້ອມຍັງມີທະນາຍຄວາມຈາກສູນກາງລົງໄປໃຫ້ຄວາມຮູ້ທາງດ້ານວຽກງານຍຸຕິທຳຕື່ມ. ຜົນໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ ເສີມສ້າງຂີດຄວາມສາມາດຂອງອຳນາດການປົກຄອງຂັ້ນບ້ານ ໃນການຕີຄວາມ ແລະ...

PIASVC Annual Symposium at Landmark Hotel, Vientiane Capital

ໃນວັນທີ 11 ທັນວາ 2025 ທີ່ຜ່ານມາ, ໂຄງການ ການໃຫ້ຂໍ້ມູນສາທາລະນະ ແລະ ການໃຫ້ຄວາມຮູ້ແກ່ຊຸມຊົນ ທີ່ມີຄວາມບອບບາງໃນ ສປປ ລາວ (PIASVC) ໄດ້ຈັດກອງປະຊຸມສຳມະນາ (Symposium) ທີ່ໂຮງແຮມແລກມາກ, ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວໄດ້ມີການນຳສະເໜີຜົນຂອງການຈັດຕັ້ງປະຕິບັດໃນຕະຫຼອດໄລຍະ 1 ປີຜ່ານມາ ພ້ອມກັບເຄື່ອງມືທີ່ມີການຜະລິດຂຶ້ນໃໝ່ເຊັ່ນ ຄູ່ມືພາກສະໜາມສຳລັບຜູ້ອຳນວຍຄວາມສະດວກ ທີ່ໃຊ້ອະທິບາຍໃນການເປັນຜູ້ອຳນວຍຄວາມສະດວກທີ່ດີໃນການຈັດຕັ້ງກິດຈະກຳເຜີຍແຜ່ກົດໝາຍຢູ່ຂັ້ນຮາກຖານ ສາມາດເບິ່ງຕື່ມໄດ້ທີ່ລິ້ງ...

Measuring Our Impact: Case Study Data Collection in Mad District, Vientiane Province

ຫຼັງຈາກທີ່ໂຄງການໄດ້ສຳເລັດການຈັດຕັ້ງປະຕິບັດ ການປູກຈິດສຳນຶກ ແລະ ເຜີຍແຜ່ກົດໝາຍທີ່ດິນຂັ້ນບ້ານໃນໄລຍະໜຶ່ງໄປແລ້ວ, ໂຄງການໄດ້ມີແຜນສ້າງກໍລະນີສຶກສາ ໂດຍການມອບໃຫ້ທີ່ປຶກສາທີ່ຊຽວຊານລົງໄປການເກັບກຳຂໍ້ມູນນຳປະຊາຊົນໃນຂັ້ນຮາກຖານແຕ່ລະບ້ານ. ໃນວັນທີ 28 ຫາ 29 ສິງຫາ 2025, ທີມງານທີ່ປຶກສາ ແລະ ສະມາຊິກຄະນະກຳມະການກວດກາ (IMC), ພະນັກງານໂຄງການ, ສະມາຄົມຜູ້ທີ່ຮັບຜິດຊອບພື້ນທີ່ເປົ້າໝາຍໄດ້ຮ່ວມກັນຈັດຕັ້ງປະຕິບັດເກັບກຳຂໍ້ມູນທີ່ 2 ບ້ານເປົ້າໝາຍປະຈຳເມືອງແມດ, ແຂວງ ວຽງຈັນ. ຈຸດປະສົງຂອງການເກັບກຳຂໍ້ມູນຄັ້ງນີ້ເພື່ອເປັນຂໍ້ມູນໃນການສ້າງກໍລະນີສຶກສາເພື່ອເບິ່ງປະສິດຕິຜົນຂອງການຈັດຕັ້ງປະຕິບັດກິດຈະກຳໃນຫຼາຍໄລຍະຜ່ານມາປະຊາຊົນໄດ້ຮັບຂໍ້ມູນທາງດ້ານກົດໝາຍທີ່ດິນ ແລະ ຊັບພະຍາກອນທຳມະຊາດໃນຂັ້ນລະດັບໃດ...

On the Ground: How We Are Raising Community Awareness in Xieng Khouang

ໃນຊ່ວງອາທິດ (ວັນທີ 3 ຫາ 5 ມິຖຸນາ 2025 ທີ່ຜ່ານມາ), ພະນັກໂຄງການ PIASVC ໄດ້ລົງຕິດຕາມ ການຈັດຕັ້ງປະຕິບັດກິດຈະກຳຈຳນວນ 3 ບ້ານ ທີ່ເມືອງ ຜາໄຊ ແຂວງ ຊຽງຂວາງ ທີ່ເປັນກຸ່ມເປົ້າໝາຍຂອງສະມາຄົມ

VMC/VPA Study Tour Workshop on Access to justice under PIASVC project

From March 27–28, 2025, Lao Development of Human Resources in Rural Areas Association, in collaboration with the Association for Development of Women and Legal Education, organized VMC/VPA study tour event on access to justice under PIASVC project between from Xiengkhouang and Bolikhamxai provinces. Both sides exchanged insights from past training sessions and case studies in their respective target villages, highlighting the crucial role of mediation committees in strengthening communities. Through discussions on conflict resolution methods and advisory support for disputing parties, participants explored ways to find neutral solutions and foster long-term harmony.

Recent Posts