Home Food Sovereignty and NTFP's

Food Sovereignty and NTFP's

Related Catagories

ຈໍານວນ 5 % ຂອງປະຊາກອນທັງໝົດພາຍໃນປະເທດລາວ ແມ່ນກໍາລັງປະເຊີນກັບສະພາບການຂາດສານອາຫານ

ການທີ່ຊາວກະສິກອນມີສິດນຳໃຊ້ທີ່ດິນ ທີ່ໄດ້ຮັບການຮັບຮູ້ຢ່າງເປັນທາງການໃນຮູບແບບ ໃບຕາດິນຖາວອນ, ການວາງແຜນ, ນຳໃຊ້ທີ່ດິນແບບມີສ່ວນຮ່ວມ ຫຼື ການຂື້ນທະບຽນທີ່ດິນ ໃນຮູບແບບອື່ນໆ ເຊັ່ນ: ໃບຕາດິນສ່ວນບຸກຄົນ ແລະ ໃບຕາດິນຊຸມຊົນ ໄດ້ຊ່ວຍເພີ່ມຄວາມໝັ້ນຄົງທາງດ້ານສະບຽງອາຫານ, ໂພຊະນາການ, ຊີວະນາໆພັນ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ.

ລາວໄດ້ສູນເສຍເນື້ອທີ່ປ່າໄມ້ກວ່າ 945,000 ເຮັກຕາ ໃນຊ່ວງປີ 2000 – 2015 ທີ່ຜ່ານມາ

ທີ່ດິນປ່າໄມ້ກວ່າ 50% ທີ່ຖືກປ່ຽນເປັນເນື້ອທີ່ກະສິກໍານັ້ນສ່ວນໃຫຍ່ແມ່ນພືດດ່ຽວ ເຊັ່ນ: ການປູກສາລີ, ມັນຕົ້ນ ແລະ ອ້ອຍ.

Customary land tenure: What does it mean by laws?

ປະຊາຊົນລາວສ່ວນຫລາຍ ເປັນຊາວກະສິ ກອນ ແລະ ໄດ້ອາໄສທີ່ດິນປະເພດຕ່າງ ໆ ເພື່ອທໍາການຜະລິດກະສິກໍາ, ໜຶ່ງໃນປະເພດດິນທໍາການຜະລິດເຫຼົ່ານັ້ນ ແມ່ນປະຊາຊົນລາວ ໄດ້ຮັບການຕົກທອດກໍາມະສິດມາຈາກ ພໍ່ແມ່, ປູ່ຍ່າ ຕາຍາຍ ແຕ່ສ່ວນໃຫຍ່ແມ່ນບໍ່ມີ ເອກະສານຢັ້ງຢືນກໍາມະສິດທີ່ດິນ ຢ່າງຖືກ ຕ້ອງຕາມກົດໝາຍ ຈຶ່ງຖືວ່າ ເປັນການຄອບ ຄອງ ແລະ ນໍາໃຊ້ທີ່ດິນຕາມປະເພນີ.

Why people who produce food for the majority of people in the world are the ones who starving?

ການກະສິກຳໃນເຂດຊົນນະບົດແມ່ນ ຜະລິດອາຫານເຖິງ 80% ທີ່ບໍລິໂພກກັນໃນປະເທດກຳລັງພັດທະນາ ແຕ່ເບິ່ງຄືວ່າຄົນກຸ່ມນີ້ພັດເປັນຜູ້ທີ່ອຶດຫີວ ທີ່ສຸດ.

Local Food: The beauty and rich of natural resources

ອາຫານພື້ນເມືອງ ໝາຍເຖິງ ອາຫານທີ່ປະຊາຊົນຊົນ ບໍລິໂພກຢູ່ໃນຊີວິດປະຈໍາວັນ ແລະ ບໍລິໂພກ ໃນງານຕ່າງໆ ໂດຍອາໄສເຄື່ອງປຸງ ແລະ ວັດສະດຸ ທີ່ນໍາມາປຸງແຕ່ງອາຫານຈາກແຫຼ່ງຕ່າງໆ ບໍ່ວ່າຈະແມ່ນ ຈາກ ທໍາມະຊາດ ດ້ວຍການເກັບເຄື່ອງປ່າຂອງດົງ ແລະ ຊອກຫາສັດບົກ ແລະ ນໍ້າ ແລະ ຈາກການຜະລິດຂື້ນມາເອງ ເຊັ່ນ ການເພາະປູກ, ການລ້ຽງສັດ ຫຼື ຈາກການຊື້ຂາຍແລກປ່ຽນ ໂດຍມີເອກະລັກສະເພາະທ້ອງຖິ່ນ ແລະ ວິທີການປຸງແຕ່ງອາຫານທີ່ສະເພາະແຕ່ລະທ້ອງຖິ່ນແຕກຕ່າງກັນອອກໄປ ບໍ່ວ່າຈະເປັນລົດຊາດ ຫຼື ລັກສະນະຂອງອາຫານ.

Recent Posts

Stories of change of Strengthening Conflict Resolution in the Village Project at Ban Na Jong in Xamnuea district, Houaphan province.

ໂດຍ ແອັດມິນ ໃນລະຫວ່າງ ວັນທີ  14 ຫາ 17 ມີນາ 2023, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ເດີນທາງລົງພາກສະໜາມເຮັດວຽກຢູ່ ແຂວງ ຫົວພັນ. ເນື່ອງໃນໂອກາດດັ່ງກ່າວ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໄດ້ຢ້ຽມຢາມ ໂຄງການຂອງສະມາຊິກ ກໍຄື ໂຄງການ...

ວິດີໂອ: ການຂຶ້ນທະບຽນອອກໃບຕາດິນ/Land title registration (ພາສາລາວ/Lao)

ໂດຍ LIWG ໃນປະຕິກົດໝາຍປີ 2021 ໄດ້ມີການນໍາສະເໜີຂັ້ນຕອນການຂຶ້ນທະບຽນທີ່ດິນໂດຍອີງໃສ່ກົດ ໝາຍວ່າດ້ວຍທີ່ດິນເລກທີ 70/ສພຊ ປີ 2019 ມາດຕາ 99-101, ສະນັ້ນ ໃນປີນີ້ເພື່ອເປັນການສືບຕໍ່ລົງເລິກລາຍລະອຽດຂັ້ນຕອນຂອງການຂຶ້ນທະບຽນອອກໃບຕາດິນໂດຍອີງໃສ່ນິຕິກໍາລຸ່ມກົດໝາຍທີ່ອອກໃໝ່ຄື່ ຄໍາແນະນໍາ ວ່າດ້ວຍການຂຶ້ນທະບຽນອອກໃບຕາດິນ ສະບັບເລກທີ 0500/ກຊສ, ລົງວັນທີ 14...
en_USEnglish