
ໃນຊ່ວງອາທິດ (ວັນທີ 3 ຫາ 5 ມິຖຸນາ 2025 ທີ່ຜ່ານມາ), ພະນັກໂຄງການ PIASVC ໄດ້ລົງຕິດຕາມ ການຈັດຕັ້ງປະຕິບັດກິດຈະກຳຈຳນວນ 3 ບ້ານ ທີ່ເມືອງ ຜາໄຊ ແຂວງ ຊຽງຂວາງ ທີ່ເປັນກຸ່ມເປົ້າໝາຍຂອງສະມາຄົມ LaoDhrra- Lao Development of Human Resources in Rural Areas Association. ການຈັດຕັ້ງປະຕິບັດເຜີຍແຜ່ຂໍ້ມູນກ່ຽວກັບກົດໝາຍທີ່ດິນຄັ້ງນີ້ແມ່ນໄດ້ຮັບການຮ່ວມມື້ຈາກ ພະນັກງານລັດຂັ້ນສູນກາງ (ກົມທີ່ດິນ ແລະ ກົມກົດໝາຍ), ພະນັກງານລັດຂັ້ນທ້ອງຖິ່ນ (ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກຍຸດຕິທຳ ແຂວງ ຊຽງຂວາງ, ຫ້ອງການກະສິກຳ ແລະ ປ່າໄມ້, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການ ຍຸຕິທຳ ເມຶອງຜາໄຊ) ທີ່ໄດ້ຜ່ານການຝຶກອົບຮົມຜ່ານມາ ເພື່ອນຳເອົາບົດຮຽນ, ນິຕິກຳຕ່າງໆເຜີຍແຜ່ໃຫ້ປະຊາຊົນ.
ການລົງຈັດຕັ້ງປະຕິບັດວຽກງານເຜີຍແຜ່ຂັ້ນບ້ານຄັ້ງນີ້ ແມ່ນຄັ້ງສຸດທ້າຍຂອງໂຄງການ ໄລຍະທີ 1, ເຊິ່ງເຮັດໃຫ້ເຫັນໄດ້ວ່າວຽກງານ ກົດໝາຍທີ່ດິນ ແລະ ຊັບພະຍາກອນທຳມະຊາດຍັງເປັນສິ່ງສຳຄັນແກ່ຊຸມຊົນຂັ້ນຮາກຖານ ໃນການດຳລົງຊີວິດປະຈຳວັນ ໃຫ້ຖືກຕາມລະບຽບກົດໝາຍ ໂດຍສະເພາະງຊາວບ້ານທີ່ປະກອບອາຊີບ ຊາວກະສິກອນເປັນສ່ວນໃຫຍ່ ທີ່ຕິດພັນການລົງທຶນດ້ານກະສິກຳທີ່ມີຄວາມຮັບຜິດຊອບ, ກະສິກຳແບບມີສັນຍາ ແລະ ສິດໃນການນຳໃຊ້ທີ່ດິນຕ່າງໆ ທີ່ເປັນບົດຮຽນຂອງໂຄງການທີ່ຈະຊ່ວຍເພີ່ມຄວາມເຂົ້າໃຈ ແລະ ການຮັບຮູ້ຂອງຊາວບ້ານຕໍ່ການນຳໃຊ້ວຽກງານທີ່ດິນຕ່າງໆໃຫ້ຖືກຕ້ອງ ແລະ ຫັນໄປສູ່ການເຫັນດີເຫັນພ້ອມທັງສອງຝ່າຍໃນທີ່ສຸດ. ຊາວບ້ານບາງຄົນກ່າວຄວາມຮູ້ສຶກຕໍ່ໂຄງການວ່າ ” ຂ້າພະເຈົ້າເຫັນໄດ້ເຖິງຄວາມສຳຄັນຂອງການເຜີຍແຜ່ກົດໝາຍທີ່ດິນຂອງໂຄງການດັ່ງກ່າວ ຫຼັງຈາກໄດ້ຝຶກອົບຮົມຫຼາຍຄັ້ງຊາວບ້ານມີຄວາມຕື່ນຕົວກ່ຽວກັບການບັງຄັບໃຊ້ກົດໝາຍ ຫຼັງຈາກຝຶກໄປແລ້ວ ຍັງໄດ້ທົດລອງນຳໃຊ້ບົດຮຽນຕົວຈິງເພື່ອສາທິດໃຫ້ເຫັນພາບກວ່າເກົ່າ, ເຊິ່ງເປັນສິ່ງທີ່ຂ້າພະເຈົ້າປະທັບໃຈຫຼາຍ”


