ສະເຫຼີມສະຫຼອງຜົນສຳເລັດ ໃນກອງປະຊຸມສຳມະນາປິດໂຄງການ PIASVC

3

ໃນວັນທີ 4 ກັນຍາ 2026, ກອງປະຊຸມສຳມະນາຄັ້ງສຸດທ້າຍ ໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງໃນ ສປປ ລາວ (PIASVC) ໄດ້ຈັດກອງປະຊຸມສຳມະນາສະຫຼຸບຜົນງານໂຄງການຂຶ້ນຢ່າງພາກພູມໃຈ. ພວກເຮົາໄດ້ຮ່ວມກັນພ້ອມກັບບັນດາຄູ່ຮ່ວມງານພາກລັດ, ອົງການຈັດຕັ້ງສາກົນ, ຕາງໜ້າອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນກ່ຽວຂ້ອງຂອງໂຄງການ ເພື່ອທົບທວນຄືນການເດີນທາງທີ່ເຕັມໄປດ້ວຍຜົນສຳເລັດອັນໃຫຍ່ຫຼວງຂອງໂຄງການ PIASVC.

ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ກສ ແລະ ອົງການ ເຮວເວຕັສ໌ຮ່ວມມືສາກົນປະຈຳລາວ, ໂດຍການສະໜັບສະໜູນຈາກ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG), ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ: ທ່ານ ວີຣະນະ ສອນນະສິນ (ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ກສ), ທ່ານ Markus Kukkonen (ຊ່ຽວຊານອາວຸໂສດ້ານການຄຸ້ມຄອງທີ່ດິນ, ທະນາຄານໂລກ), ທ່ານ Andreas Gerrits (ຮອງຜູ້ອຳນວຍການດ້ານການຮ່ວມມື, ອົງການພັດທະນາ ແລະ ການຮ່ວມມືແຫ່ງປະເທດສະວິດສ໌ແລນ) ແລະ ທ່ານ Jesper Elias Laudrisen (ຜູ້ອຳນວຍການ ອົງການ ເຮວເວຕັສ ປະຈຳລາວ).

ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 130 ທ່ານ — ລວມທັງຄະນະກໍາມະການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ (IMC), ອົງກອນທີ່ໄດ້ຮັບທຶນຍ່ອຍຈາກໂຄງການ, ຄູ່ຮ່ວມພັດທະນາ ແລະ ທີມງານໂຄງການ — ກອງປະຊຸມຄັ້ງນີ້ເປັນໂອກາດອັນເລິກເຊິ່ງໃນການທົບທວນຄືນການເດີນທາງ, ຜົນສຳເລັດ ແລະ ທິດທາງໃນອະນາຄົດຂອງໂຄງການ PIASVC.

ກອງປະຊຸມດັ່ງກ່າວເປັນການລວມຕົວຄັ້ງສຸດທ້າຍຂອງກິດຈະກຳໂຄງການຂອງພວກເຮົາ ແລະ ໄດ້ມີການນຳສະເໜີ “ສາຍນໍ້າແຫ່ງໂຄງການ PIASVC” ທີ່ໜ້າປະທັບໃຈ. ຜ່ານການປຽບທຽບກັບສາຍນ້ຳ, ການນຳສະເໜີພາບນີ້ໄດ້ຍ້ອນຮອຍວິວັດທະນາການຂອງໂຄງການຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ, ເປີດໂອກາດໃຫ້ທຸກຄົນທີ່ມີສ່ວນຮ່ວມໄດ້ທົບທວນຄືນເຖິງຈຸດສຳຄັນທີ່ບັນລຸໄດ້ ແລະ ສິ່ງທ້າທ້າຍຕ່າງໆທີ່ໄດ້ຜ່ານຜ່າຮ່ວມກັນ. ຕົວແທນຈາກຫຼາຍພາກສ່ວນໄດ້ແບ່ງປັນຄວາມຮູ້ສຶກຈາກໃຈ ແລະ ປະສົບການສ່ວນຕົວ, ເຊິ່ງເປັນຫຼັກຖານຢັ້ງຢືນເຖິງຜົນກະທົບຂອງໂຄງການ ພ້ອມທັງຊ່ວຍກຳນົດວິໄສທັດສຳລັບອະນາຄົດຂອງການຄຸ້ມຄອງ ແລະ ການບໍລິຫານທີ່ດິນໃນ ສປປ ລາວ ໃນລະຫວ່າງການສົນທະນາກຸ່ມຍ່ອຍ.

ສິ່ງທີ່ບັນລຸໄດ້ພາຍໃຕ້ໂຄງການ PIASVC ແມ່ນໜ້າປະທັບໃຈຢ່າງຍິ່ງ:

  • ປະຊາຊົນຫຼາຍກວ່າ 27,500 ຄົນ ໄດ້ຮັບຂໍ້ມູນສຳຄັນກ່ຽວກັບສິດທິທີ່ດິນ ແລະ ຊັບພະຍາກອນທຳມະຊາດໂດຍກົງ.
  • ມີການຈັດກິດຈະກຳປູກຈິດສຳນຶກຫຼາຍກວ່າ 1,300 ຄັ້ງ ໃນຊຸມຊົນຊົນນະບົດ ແລະ ກຸ່ມຊົນເຜົ່າ.
  • ບຸກຄະລາກອນຫຼາຍກວ່າ 3,000 ຄົນ ໄດ້ຮັບການຝຶກອົບຮົມໃນການໃຫ້ບໍລິການສ້າງຄວາມຮັບຮູ້ ແລະໃຫ້ຄຳປຶກສາ.
  • ຊຸດອຸປະກອນ ແລະ ເຄື່ອງມືຝຶກອົບຮົມທີ່ສົມບູນທັງ 6 ຊຸດ ແມ່ນມີໃຫ້ດາວໂຫຼດທາງອອນລາຍ.
  • ອົງການຈັດຕັ້ງທາງສັງຄົມຫຼາຍສິບແຫ່ງໄດ້ຮັບການສ້າງຄວາມເຂັ້ມແຂງ ແລະ ສ້າງສາຍພົວພັນໃໝ່ກັບຄູ່ຮ່ວມງານພາກລັດ.
  • ຂະບວນການໂຄສະນາຜ່ານສື່ສັງຄົມອອນລາຍຂອງພວກເຮົາບັນລຸຍອດເຂົ້າຊົມເຖິງ 5 ລ້ານຄັ້ງ ເຊິ່ງເຂົ້າເຖິງຜູ້ຄົນຫຼາຍກວ່າສະຖານທີ່ ແລະ ກຸ່ມເປົ້າໝາຍທີ່ຕັ້ງໄວ້ໃນເບື້ອງຕົ້ນ.

ດັ່ງທີ່ ທ່ານ Andreas Gerrits ໄດ້ກ່າວໄວ້ໃນຄຳກ່າວເປີດກອງຊຸມວ່າ “ຄວາມສຳເລັດທີ່ແທ້ຈິງຂອງໂຄງການນີ້ບໍ່ໄດ້ມີພຽງແຕ່ຕົວເລກ. ມໍລະດົກທີ່ແທ້ຈິງຂອງໂຄງການນີ້ແມ່ນນອນຢູ່ໃນ “ການສ້າງຄູ່ຮ່ວມງານທີ່ເຂັ້ມແຂງ, ການສ້າງຂີດຄວາມສາມາດ, ການນຳສະເໜີວິທີການທີ່ສ້າງສັນ ແລະ ການສ້າງຮາກຖານສຳລັບສິດທິທີ່ດິນທີ່ກວມລວມ ແລະ ເຂົ້າເຖິງໄດ້ຫຼາຍຂຶ້ນ.”

ຄວາມສຳເລັດເຫຼົ່ານີ້ຄົງຈະເປັນໄປບໍ່ໄດ້ຫາກປາສະຈາກຄວາມພະຍາຍາມ, ການຮ່ວມມື ແລະ ການສະໜັບສະໜູນຈາກທຸກພາກສ່ວນທີ່ກ່ຽວຂ້ອງ. ຂໍສະແດງຄວາມຂອບໃຈເປັນພິເສດມາຍັງ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ (ກຄພດ) ສຳລັບການເປັນຜູ້ຊີ້ນຳໂດຍສະເພາະດ້ານວິຊາການ, ບັນດາອົງກອນທີ່ໄດ້ຮັບທຶນຍ່ອຍຈາກໂຄງການ PIASVC ທີ່ເຮັດວຽກເຕັມທີ່ໃນລະດັບທ້ອງຖິ່ນ, ແລະ ຄູ່ຮ່ວມງານ LIWG ສຳລັບການສະໜັບສະໜູນຕະຫຼອດມາ ແລະ ທີ່ສຳຄັນທີ່ສຸດ ພວກເຮົາຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຜູ້ໃຫ້ທຶນຂອງພວກເຮົາ ກອງທຶນລັດຖະບານຍີ່ປຸ່ນ ຜ່ານທະນາຄານໂລກ ແລະ ອົງການພັດທະນາ ແລະ ການຮ່ວມມືແຫ່ງປະເທດສະວິດສ໌ແລນ (SDC) ສໍາລັບການສະໜັບສະໜູນທຶນທີ່ສຳຄັນ ແລະ ຄວາມໄວ້ວາງໃຈຕັ້ງແຕ່ເລີ່ມຕົ້ນຈົນສຳເລັດໂຄງການ.

ຂໍຂອບໃຈທຸກທ່ານທີ່ເປັນສ່ວນໜຶ່ງຂອງການເດີນທາງທີ່ໜ້າປະທັບໃຈນີ້. ໂຄງການອາດຈະປິດລົງ, ແຕ່ຜົນກະທົບຂອງ PIASVC ຈະຍັງຄົງຢູ່ຕໍ່ໄປອີກຍາວນານ.