ສະພາແຫ່ງຊາດ ໄດ້ຮັບຮອງເອົາ ໂຄງການລົງທຶນຂອງລັດ ໃນແຂວງສາລະວັນ 243 ໂຄງການ ລວມເປັນມູນຄ່າ 49,760.16 ລ້ານກີບ ໃນສົກປີ 2019

2555

ໃນສົກປີ 2019 ສະພາແຫ່ງຊາດ ໄດ້ຮັບຮອງເອົາ ໂຄງການລົງທຶນຂອງລັດ ໃນແຂວງສາລະວັນ 243 ໂຄງການ ລວມເປັນມູນຄ່າ 49,760.16 ລ້ານກີບ:

  • ໂຄງການລົງທຶນຂອງລັດປະເພດI, II, III ແລະ IV ມີ 22 ໂຄງການ
  • ໂຄງການລົງທຶນຂອງລັດປະເພດ V ມີ 208 ໂຄງການ
  • ໂຄງການພື້ນຟູໄພພິບັດມີ 13 ໂຄງການ

ຜ່ານການຈັດຕັ້ງປະຕິບັດການລົງທຶນຂອງລັດໃນ 5 ເດຶອນຜ່ານມາຂອງສົກປີ 2019, ແຂວງ ສາລະວັນ ອະນຸມັດ 143 ໂຄງການ ມີມູນຄ່າ 28,189.00 ລ້ານກີບ.

ສໍາລັບໂຄງການລົງທຶນຂອງລັດປົກກະຕິ ມີ 5 ປະເພດຄື:

  • ໂຄງການລົງທຶນຂອງລັດປະເພດ I ແມ່ນໂຄງການທີ່ມີມູນຄ່າຫຼາຍກວ່າ 400 ຕື້ກີບ ຂື້ນໄປ (ໄລຍະປະຕິບັດໂຄງການບໍ່ເກີນ 7 ປີ) 
  • ໂຄງການລົງທຶນຂອງລັດປະເພດ II ແມ່ນໂຄງການທີ່ມີມູນຄ່າ ແຕ່ 200 ຕື້ກີບ – 400 ຕື້ກີບ (ໄລຍະປະຕິບັດໂຄງການບໍ່ເກີນ 6 ປີ) 
  • ໂຄງການລົງທຶນຂອງລັດປະເພດ III ແມ່ນໂຄງການທີ່ມີມູນຄ່າແຕ່ 100 ຕື້ກີບ – 200 ຕື້ກີບ (ໄລຍະປະຕິບັດໂຄງການບໍ່ເກີນ 5 ປີ) 
  • ໂຄງການລົງທຶນຂອງລັດປະເພດ IV ແມ່ນໂຄງການທີ່ມີມູນຄ່າ ແຕ່ 20 ຕື້ກີບ – 100 ຕື້ກີບ (ໄລຍະປະຕິບັດໂຄງການບໍ່ເກີນ 4 ປີ) 
  • ໂຄງການລົງທຶນຂອງລັດປະເພດ V ແມ່ນໂຄງການທີ່ມີມູນຄ່າ 20 ຕື້ກີບ ລົງມາ (ໄລຍະປະຕິບັດໂຄງການບໍ່ເກີນ 3 ປີ)

ໃນສ່ວນ ໂຄງການປະເພດ II, III, IV & V ນໍາໃຊ້ພາກລາຍຈ່າຍລົງທຶນຂອງລັດປະຈໍາປີ, ສ່ວນໂຄງການຂອງລັດປະເພດ I ນໍາໃຊ້ແຫຼ່ງທຶນອື່ນ ທີ່ບໍ່ແມ່ນພາກລາຍຂ່າຍລົງທຶນຂອງລັດປະຈໍາປີ ຕາມການຕົກລົງຂອງລັດຖະບານ.

ແຫຼ່ງຂໍ້ມູນຈາກ: 

ABC Laos New: http://bit.ly/2Rr2IPs
ກົດໝາຍວ່າດ້ວຍ ການລົງທຶນຂອງລັດ (ສະບັບປັບປຸງ 2016), ມາດຕາ 18: http://bit.ly/2X3tjmO