
ໄວໜຸ່ມນັ້ນ ມີຄວາມສໍາຄັນ ແລະ ຈໍາເປັນຕໍ່ກັບການພັດທະນາບ້ານຂອງຕົນເອງ. ໄວໜຸ່ມເປັນໄວທີ່ກໍາລັງຈະເລີນເຕີບໂຕ ແລະ ກໍາລັງໄຝ່ຮູ້; ຖ້າເຮົາບໍ່ເລີ່ມແຕ່ຕອນນີ້ ມັນກໍ່ຈະຊ້າເກີນໄປ. ການລົງມືປະຕິບັດຂອງໄວໜຸ່ມແມ່ນມີຄວາມຈໍາເປັນຫຼາຍໃນປັດຈຸບັນ ທີ່ຈະເປັນຜູ້ປົກປັກຮັກສາຊັບພະຍາກອນທໍາມະຊາດໃຫ້ຄົງຢູ່ ເພື່ອເອົາໄວ້ໃຫ້ລູກໃຫ້ຫຼານເຮົາໄດ້ເຫັນໃນອະນາຄົດ
ນັ້ນແມ່ນຄໍາເວົ້າໜຶ່ງຈາກ ຈາກຜູ້ເຂົ້າຮ່ວມໂຄງການ ເຊິ່ງເຫັນວ່າເປັນຄໍາເວົ້າທີ່ມີຄວາມໝາຍສໍາຄັນ ໂດຍສະເພາະໃນຍຸກປະຈຸບັນນີ້ ຕໍ່ກັບບົດບາດຂອງໄວໜຸ່ມໃນການປົກປັກຮັກສາຊັບພະຍາກອນທໍາມະຊາດໃນຊຸມຊົນຂອງເຂົາເຈົ້າເອງ.
ໃນໄລຍະປີທີ່ຜ່ານມາ ທາງ ໂຄງການ ສົົ່ງເສີມການຮຽນຮູ້ກ່ຽວກັບທີ່ດິນ (ໂຄງການໄລຟ໌), Stella-ສະເຕ່ວລ້າ ແລະ LIWG ໂດຍຮ່ວມກັບ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ໃນການຈັດຕັ້ງປະຕິບັດ ໂຄງການການສົ່ງເສີມໄວໜຸ່ມຊົນເຜົ່າ ໃນການເຜີຍ ແຜ່ຂໍ້ມູນກ່ຽວກັບການອະນຸລັກທີ່ດິນ ແລະ ຊັບພະຍາກອນທຳມະຊາດ.
ໂຄງການນີ້ ແມ່ນເນັ້ນໃສ່ ການສົ່ງເສີມໄວໜຸ່ມຊົນເຜົ່າທີ່ເປັນນັກສຶກສາຈາກ ຄະນະນິຕິສາດ ແລະ ລັດຖະສາດ ໃຫ້ເປັນຕົວແທນຂອງຊຸມຊົນໃນການເຜີຍແຜ່ຂໍ້ມູນກ່ຽວກັບການອະນຸລັກທີ່ດິນ ແລະ ຊັບພະຍາກອນທຳມະຊາດ.
ໃນວິດີນີ້ ແມ່ນເຮົາຊວນໃຫ້ບັນດາທ່ານມາທໍາຄວາມຮູ້ຈັກກັບໄວໜຸ່ມຜູ້ເຂົ້າຮ່ວມ ແລະ ສິ່ງທີ່ເຂົາເຈົ້າໄດ້ຮຽນຮູ້ຈາກການເຂົ້າຮ່ວມໂຄງ ການ:
ໃນໄລຍະກວ່າ 1 ປີ ທີ່ຜ່ານມາ ທາງພວກເຮົາເຫັນໄດ້ເຖິງການປ່ຽນແປງ ແລະ ຄວາມສາມາດທີ່ມີການພັດທະນາຂື້ນເລື້ອຍໆຂອງໄວໜຸ່ມທີ່ເຂົ້າຮ່ວມໂຄງການ ໃນການນໍາພາກິດຈະກໍາເຜີຍແຜ່ຂໍ້ມູນ ໃນຊຸມຊົນຂອງເຂົາເຈົ້າເອງ ໂດຍມີການນໍາໃຊ້ພາທ້ອງຖິ່ນ ແລະ ສ້າງພື້ນທີ່ການຮຽນຮູ້ຂອງທຸກຄົນໃນຊຸມຊົນ ບໍ່ວ່າຈະເປັນພໍ່ແມ່, ພໍ່ເຖົ້າ ແມ່ເຖົ້າ, ໄວໜຸ່ມ ແລະ ເດັກນ້ອຍເຂົ້າຮ່ວມແລກປ່ຽນຂໍ້ມູນ ແລະ ຄວາມຮູ້ ໂດຍຜ່ານວິທີການທີ່ຫຼາກຫຼາຍ ແລະ ເນັ້ນການມີສ່ວນຮ່ວມຂອງທຸກຄົນໃນຊຸມຊົນໃນການປະກອບຄໍາຄິດເຫັນ ເພື່ອວ່າ ຈະເປັນພື້ນຖານໃນເກີດມີການໂອ້ລົມກັນຫຼາຍຂື້ນໃນແນວທາງການອະນຸລັກຊັບພະຍາກອນທໍາມະຊາດແກ່ລຸ້ນຕໍ່ໆໄປ.
ພວກເຮົາຫວັງຢ່າງຍິ່ງວ່າໄວໜຸ່ມທີ່ເຂົ້າຮ່ວມໂຄງການຈະສືບຕໍ່ໃນການພັດທະນາຕົວເຂົາເຈົ້າເອງ ເພື່ອນໍາເອົົາຂໍ້ມູນ ແລະ ຄວາມຮູ້ໄປແລກ ປ່ຽນກັບຊຸມຊົນ ເພື່ອການປ່ຽນແປງທີ່ດີຂື້ນຂອງຊຸມຊົນ ແລະ ເພື່ອຄວາມຍືນຍົງຂອງຊັບພະຍາກອນທໍາມະຊາດ ແກ່ຄົນລຸ້ນຕໍ່ໆໄປ.
ໂຄງການນີ້ ແມ່ນໄດ້ຮັບການສະໜັບສະໜູນໃນການປະຕິບັດກິດຈະກໍາຈາກ Voice Laos (ທີ່ໄດ້ຮັບທຶນຈາກ ກະຊວງຕ່າງຂອງປະເທດເນເທີແລນ).