
By: LIWG
ໃນວັນທີ 3-4 ພຶດສະພາ 2022 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແລະ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດກອງປະຊຸມປຶກສາຫາລືຄັດເລືອກເຄື່ອງມືໃຫ້ຄຳປຶກສາທາງດ້ານກົດໝາຍ ເພື່ອນຳໃຊ້ໃນໂຄງການ PIASVC ໃຫ້ແກ່ອົງກອນສະມາສິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ. ເຊິ່ງເປັນປະທານກອງປະຊຸມໂດຍ ທ່ານ ວໍຣະສອນ ແດງກາຍະພິຈິດ, ຜູ້ປະສານງານພາຍໃນ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ແລະ ນຳພາຈັດຕັ້ງປະຕິບັດການຄັດເລືອກເຄື່ອງມືໂດຍ ບໍລິສັດ ທີ່ປຶກສາທາງດ້ານກົດໝາຍ LDP.

ຕາງໜ້າສະມາຊິກຈາກບັນດາອົງກອນທີ່ຖືກຄັດເລືອກໃຫ້ຮັບທຶນ ແລະ ຕາງໜ້າຈາກພາກລັດ ກໍ່ຄື ກົມທີ່ດິນ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືນີ້ຕະຫຼອດໄລຍະເວລາ 2 ວັນ ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ. ພາຍໃນກອງປະຊຸມ, ຜູ້ນຳພາ ເປີດເວທີຈັດກຸ່ມໃຫ້ແກ່ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບເຄື່ອງມື ທີ່ຮວບຮວມມາຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງກັບການເຂົ້າເຖິງຄວາມຍຸຕິທຳ, ການແກ້ໄຂຂໍ້ຂັດແຍ່ງ, ສັນຍາກະສິກຳ, ການລົງທຶນດ້ວຍຄວາມຮັບຜິດຊອບ, ແລະ ອື່ນໆ.
ຜູ້ເຂົ້າຮ່ວມໄດ້ຕັ້ງໜ້າຕັ້ງຕາໃນການປະກອບສ່ວນໃນການຄັດສັນເຄື່ອງມືທີ່ກ່ຽວຂ້ອງ ເຊິ່ງຈະຖືກນຳໃຊ້ເປັນເຄື່ອງມືໃຫ້ແກ່ອົງກອນທີ່ຈະຮັບທຶນຈາກໂຄງການ PIASVC ເພື່ອຈັດຕັ້ງປະຕິບັດກິດຈະກຳໃນພື້ນທີ່ໂຄງການໃນຕໍ່ໜ້າ.
