Training of Trainers Manuals

1) ToT Manual: Facilitation Skills

ຄູ່ມືກ່ຽວກັບທັກສະການຮຽນຮູ້ທີ່ຫຼາກຫຼາຍ ສໍາລັບການເປັນຜູ້ອໍານວຍຄວາມສະດວກ ແມ່ນເພື່ອແນະນໍາໃຫ້ແກ່ ຜູ້ອໍານວຍຄວາມສະດວກ ມີຄວາມຮູ້ພື້ນຖານກ່ຽວກັບບັນດາເຕັກນິກຕ່າງໆ ເປັນຕົ້ນ ວິທີການສື່ສານ, ວິທີການ ກະກຽມອຸປະກອນຕ່າງໆ ລວມທັງການສ້າງກິດຈະກໍາ ແລະ ວິທີການການຖ່າຍຖອດຄວາມຮູ້ດ້ານຕ່າງໆ ເປັນຕົ້ນ ກົດຫມາຍ, ນິຕິກໍາໃຕ້ກົດຫມາຍ, ເຕັກນິວິຊາສະເພາະໃດຫນຶ່ງ ໃຫ້ແກ່ກຸ່ມເປົ້າຫມາຍ ແນໃສ່ເພື່ອໃຫ້ເຂົາເຈົ້າເຂົ້າຮ່ວມ ກິດຈະກໍາ ແຕ່ຕົ້ນຈົນຈົບການຝຶກອົບຮົມ, ໄດ້ຮັບຄວາມຮູ້ພື້ນຖານ ຈາກການເຂົ້າຝຶກອົບຮົມ.

2) ToT Manual: Gender Equality and Social Inclusion

ຄູ່ມືສັ້ນສະບັບນີ້ສ້າງຂຶ້ນເພື່ອເປັນແນວທາງໃຫ້ແກ່ຄູຝຶກ ໃນການຝຶກໄລຍະສັ້ນ ກ່ຽວກັບແນວຄວາມຄິດຫຼັກຂອງ ຄວາມສະ ເຫມີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມທາງສັງຄົມ (Gender Equality and Social Inclusion). ການອອກແບບແມ່ນເພື່ອໃຫ້ເຫມາະສົມກັບຜູ້ທີ່ ເຄີຍຝຶກຫົວຂໍ້ນີ້ມາກ່ອນແລ້ວ ແລະ ມີຄວາມຮູ້ທາງ ດ້ານການເປັນຜູ້ອໍານວຍຄວາມສະດວກ ກ່ຽວກັບຫົວຂໍ້ນີ້ ແລະ ມີປະສົບການ ໃນການເຮັດວຽກ ການສົ່ງເສີມ ສິດທິຂອງແມ່ຍິງ, ລວມທັງແມ່ຍິງບັນດາເຜົ່າ, ຄວາມສະເຫມີພາບຍິງ-ຊາຍ ກ່ຽວກັບທີ່ດິນ ແລະ ຊັບພະຍາກອນ ທໍາມະຊາດ.

2) ToT Manual: Women Land Rights

ຄູ່ມືສະບັບນີ້ ສ້າງຂຶ້ນເພື່ອເປັນແນວທາງໃຫ້ແກ່ທີມງານ ວິຊາການພາກສະຫນາມ ທີ່ເຮັດວຽກກ່ຽວກັບ ການສ້າງ ຄວາມເຂັ້ມແຂງທາງດ້ານສິດທິຕໍ່ທີ່ດິນໃຫ້ກັບແມ່ຍິງ ແລະ ເພື່ອການສົ່ງເສີມຄວາມສະເຫມີພາບ ຍິງ-ຊາຍ (ຄວາມສະເຫມີພາບທາງເພດ) ກ່ຽວກັບວຽກງານທີ່ດິນໃຫ້ແກ່ປະຊາຊົນໃນຊຸມຊົນ. ການປະຕິບັດ ກິດຈະກໍານີ້ ສາມາດດໍາເນີນເປັນກິດຈະກໍາສະເພາະ ຫຼື ສາມາດຈັດກັບກິດຈະກໍາອື່ນ

3) ToT Manual: Village Mediation and Village-level Legal Counselling about Land

4) ToT Manual: Responsible Agricultural Investment (RAI)

5) ToT Manual: Contract Farming

6) ToT Manual: The Rights of Lao Citizens on Customary Land Use and Land Conflict Resolution

ປຶ້ມຄູ່ມືຝຶກອົບຮົມແມ່ນນໍາໃຊ້ເພື່ອປະກອບການຝຶກອົບຮົມ ໂດຍອີງໃສ່ກົດຫມາຍວ່າດ້ວຍທີ່ດິນ ແລະ ນິຕິກໍາໃຕ້ກົດຫມາຍ ເພື່ອໃຫ້ຜູ່ເຂົ້າຮ່ວມມີຄວາມຮັບຮູ້ເບື້ອງຕົ້ນກ່ຽວກັບ ສິດຂອງຜູ້ໄດ້ຮັບສິດນໍາໃຊ້ທີ່ ດິນຕາມປະເພນີ ແລະ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ ລວມທັງຄວາມຮູ້ພື້ນຖານກ່ຽວກັບຂັ້ນຕອນຂອງການ ແກ້ໄຂຂໍ້ຂັດແຍ່ງຕ່າງໆຕາມຂະບວນການຍຸຕິທໍາ ແລະ ຂໍ້ມູນກ່ຽວກັບພາກສ່ວນທີ່ສາມາດໃຫ້ການຊ່ວຍເຫຼືອທາງ ດ້ານກົດຫມາຍເພື່ອສົ່ງເສີ່ມການເຂົ້າເຖິງຂະບວນການຍຸຕິທໍາ.

ໂພສ PIASVC ຫຼ້າສຸດ

en_USEnglish