
By: LIWG
ໃນວັນທີ 6 ເມສາ 2022 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ໄດ້ຈັດງານນຳສະເໜີບົດສັງລວມຫຍໍ້ກ່ຽວກັບປະເດັນທີ່ດິນ ຮ່ວມກັບ MRLG. ເຊິ່ງເປັນປະທານກອງປະຊຸມໂດຍ ທ່ານ ສັນຕິ ໄຊປັນຍາ, ປະທານຄະນະຊີ້ນຳກອງເລຂາ LIWG ແລະ ທ່ານ ໄມກາ ອິນການ, ຫົວໜ້າໂຄງການ MRLG. ຜູ້ຕາງໜ້າຈາກພາກລັດທີ່ກ່ຽວຂ້ອງ ພ້ອມດ້ວຍ ຜູ້ຕາງໜ້າຈາກບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທາງສັງຄົມກໍໄດ້ຖືກເຊຶ້ອເຊີນມາເປັນຄູ່ຮ່ວມສົນທະນາ, ຕອບຄໍາຖາມທີ່ກ່ຽວຂ້ອງກັບຫົວຂໍ້ສົນທະນາ. ງານດັ່ງກ່າວນີ້ແມ່ນແນໃສ່ພາກສ່ວນທີ່ກ່ຽວຂ້ອງຂອງຂະແໜງການທີ່ດິນ ຫຼື ຜູ້ທີ່ມີຄວາມສົນໃຈໃນປະເດັນທີ່ດິນ ແລະ ບັນດາເນຶ້ອໃນນະໂຍບາຍກ່ຽວກັບທີ່ດິນ.

ໂດຍຜ່ານຂະບວນການຮ່ວມມືກັບກຸ່ມທີ່ປຶກສາກົດໝາຍທີ່ດິນໃນລາວ, ບົດສັງລວມຫຍໍ້ຊຸດນີ້ ໄດ້ເວົ້າເຖິງບາງບັນຫາທີ່ຮີບດ່ວນທີ່ສຸດໃນປະເທດກ່ຽວກັບກົດໝາຍທີ່ດິນ (2019) ແລະ ກົດໝາຍວ່າດ້ວຍປ່າໄມ້ (2019).
ບົດສັງລວມຫຍໍ້ກ່ຽວກັບກົດໝາຍທີ່ດິນ ແລະ ກົດໝາຍປ່າໄມ້ ຈໍານວນ 05 ສະບັບ ລວມມີຫົວຂໍ້:
- ສິດຄອບຄອງນໍາໃຊ້ທີ່ດິນປ່າໄມ້ລັດ ຢູ່ ສປປ ລາວ
- ສິດຄອບຄອງນໍາໃຊ້ຕາມປະເພນີ ຢູ່ ສປປ ລາວ
- ສິດຄອບຄອງທີ່ດິນເພື່ອເປົ້າໝາຍລວມໝູ່
- ການປູກຈິດສໍານຶກດ້ານບົດບາດຍິງ-ຊາຍ ແລະ ການມີສ່ວນຮ່ວມ ຂອງສັງຄົມໃນວຽກງານທີ່ດິນ
- ການປົກປ້ອງໃນກໍລະນີສູນເສຍທີ່ດິນ ຫຼື ການໂອນສິດນໍາໃຊ້ທີ່ດິນຄືນ

ກົດໝາຍວ່າດ້ວຍທີ່ດິນ ແລະ ປ່າໄມ້ ໄດ້ສະໜອງໂອກາດທີ່ບໍ່ເຄີຍມີມາກ່ອນ ໃນການເພີ່ມຄວາມໝັ້ນຄົງດ້ານການຄອບຄອງນຳໃຊ້ໃຫ້ແກ່ຊຸມຊົນທ້ອງຖິ່ນໃນ ສປປ ລາວ, ບົດສັງລວມຫຍໍ້ເຫຼົ່ານີ້ໄດ້ຍົກໃຫ້ເຫັນຄຳຖາມ ຫຼື ບັນຫາທີ່ມີຢູ່ແລ້ວ, ສະໜອງຂໍ້ມູນໂດຍຫຍໍ້ກ່ຽວກັບບັນຫາດັ່ງກ່າວ ແລະ ທີ່ສຳຄັນແມ່ນໃຫ້ຄຳສະເໜີແນະນຳທີ່ສຳຄັນເພື່ອການກ້າວໄປຂ້າງໜ້າ.
ທ່ານສາມາດເບີ່ງບົດສັງລວມຫຍໍ້ໄດ້ຢູ່ໃນເວັບໄຊທ໌ ຂອງ LIWG: https://laolandinfo.org/category/resource/publications/ ແລະໃນເວັບໄຊທ໌ ຂອງ MRLG: https://www.mrlg.org/publications/
ນອກຈາກນີ້ທ່ານຍັງສາມາດອ່ານບົດນຳສະເໜີທີ່ນີ້: https://drive.google.com/drive/folders/1vGhlURzBi_9gc6jOiNYhll_kGL5p0NeQ?usp=sharing

In partnership with:

Funded by:
