ງານຝຶກອົບຮົມສຳລັບຄູຝຶກ ຄັ້ງທີ 5 ຂອງໂຄງການ PIASVC ຫົວຂໍ້ “ສັນຍາກະສິກຳ”

729

By LIWG

ໃນລະຫວ່າງວັນທີ 5-9 ກັນຍາ 2022 ທີ່ຜ່ານມາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດການຝຶກອົບຮົມ ກ່ຽວກັບ “ສັນຍາກະສິກຳ” ໃຫ້ແກ່ ໂຄງການ ການໃຫ້ຂໍ້ມູນ ແລະ ການປູກຈິດສຳນຶກ ໃຫ້ແກ່ຊຸມຊົນທີ່ດ້ອຍໂອກາດ ໃນ ສປປ ລາວ (PIASVC) ເຊີ່ງນຳພາການຝຶກອົບຮົມ ໂດຍທີມງານຄູຝຶກຫຼັກ ຈາກໂຄງການ ໄລຟ໌ (LIFE project) ທີມງານປະສານງານຄູຝຶກໂດຍ ບໍລິສັດ ກົດໝາຍ ແລະ ພັດທະນາການຮ່ວມມື (LDP) ແລະ ການພັດທະນາຮ່ວມມື ເຂົ້າຮ່ວມໂດຍ ບັນດາອົງກອນສະມາຊິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ ຂອງແຕ່ລະອົງການ.

ການຝຶກອົບຮົມຄັ້ງນີ້ແມ່ນ ເນັ້ນໃຫ້ຜູ້ເຂົ້າຮ່ວມເຂົ້າໃຈກ່ຽວກັບສັນຍາກະສິກຳ. ເຊີ່ງເນື້ອຫາຂອງການຝຶກອົບຮົມແມ່ນແນໃສ່ ສິດຂອງຊາວກະສິກອນຕໍ່ກັບສັນຍາ, ເງື່ອນໄຂຂອງສັນຍາ, ອົງປະກອບຂອງສັນຍາ, ການປະຕິບັດຕາມສັນຍາ ແລະ ຜົນຂອງການບໍ່ປະຕິບັດຕາມສັນຍາ, ການວິເຄາະສັນຍາ ແລະ ການສິ້ນສຸດຂອງສັນຍາ, ການແກ້ໄຂຂໍ້ຂັດແຍ່ງ ແລະ ການຊ່ວຍເຫຼືອທາງດ້ານກົດໝາຍ. ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນກ່ຽວກັບກໍລະນີສຶກສາຈາກພື້ນທີ່ໂຄງການອື່ນໆທີ່ມີປະເດັນກ່ຽວກັບສັນຍາກະສິກຳ ແລະ ຝຶກທັກສະການເຈລະຈາຕໍ່ລອງ ຕາມບົດບາດ-ສະຖານະການສົມມຸດ.

ຈຸດພິເສດຂອງການຝຶກອົບຮົມໃນຄັ້ງນີ້ແມ່ນການລົງຢ້ຽມຢາມບ້ານເປົ້າໝາຍ ເຊັ່ນ ບ້ານ ດົງບັງ ແລະ ບ້ານ ໜອງສອງຫ້ອງ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ບັນຫາ ແລະ ກໍລະນີສຶກສາຕົວຈິງຈາກຊາວບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການໃນພື້ນທີ່. ນອກຈາກນີ້, ຍັງໄດ້ແລກປ່ຽນກ່ຽວກັບວິທີການແກ້ໄຂຂໍ້ຂັດແຍ່ງ ແລະ ການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຂອງຄະນະແກ້ໄຂຂໍ້ຂັດແຍ່ງປະຈຳບ້ານ. ເຊິ່ງນີ້ຈະເປັນປະສົບການໃຫ້ແກ່ຜູ້ເຂົ້າຮ່ວມ ໃນລົງປະຕິບັດກິດຈະກຳໃນພື້ນທີ່ໂຄງການຂອງພວກເຂົາ.

ສຸດທ້າຍນີ້ ການຝຶກອົບຮົມ ຄັ້ງຕໍ່ໄປຈະເປັນການຝຶກອົບຮົມຄັ້ງສຸດທ້າຍຂອງຊຸດຝຶກອົບຮົມຂອງໂຄງການ PIASVC ແມ່ນຈະຈັດຂື້ນໃນເດືອນ ຕຸລາ 2022 ນີ້ ກ່ຽວກັບສິດທີ່ດິນຕາມປະເພນີ. ເຊິ່ງຂໍ້ມູນຕ່າງໆທີ່ກ່ຽວຂ້ອງກັບການຝຶກອົບຮົມແມ່ນຈະເຜີຍແຜ່ຜ່ານຊ່ອງທາງການຕິດຕາມ ຂອງ LIWG ໃນໄວໆນີ້.

- Read more about PIASVC: https://laolandinfo.org/en/category/blog/news-update/