ວິດີໂອປະຕິທິນກົດໝາຍ ປີ 2023

958

By LIWG

ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ພ້ອມທີມງານຜະລິດປະຕິທິນກົດໝາຍ ປີ 2023 ເຊິ່ງປະກອບດ້ວຍຜູ້ຕາງໜ້າຈາກອົງກອນສະມາຊິກຫຼັກຂອງ LIWG ແລະ ຜູ້ຕາງໜ້າຈາກພາກລັດ, ໄດ້ຜະລິດວິດີໂອນໍາສະເໜີປະຕິທິນກົດໝາຍ ປີ 2023 ເຊິ່ງປະກອບມີ 6 ຫົວຂໍ້ຫຼັກ ທີ່ຕິດພັນກັບທີ່ດິນ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄື:

• ຫົວຂໍ້ 1: ການໄດ້ຮັບສິດນໍາໃຊ້ທີ່ດິນ

• ຫົວຂໍ້ 2: ການຂື້ນທະບຽນອອກໃບຕາດິນ

• ຫົວຂໍ້ 3: ການຈັດການ, ການບຳບັດສານເຄມີ ແລະ ສິ່ງເສດເຫຼືອ

• ຫົວຂໍ້ 4: ການວາງແຜນຄຸ້ມຄອງ ແລະ ຟື້ນຟູປ່າໄມ້ຂັ້ນບ້ານ

• ຫົວຂໍ້ 5: ສິດສະເໝີພາບຍິງ-ຊາຍ ໃນການມີຊື່ໃນໃບຕາດິນ

• ຫົວຂໍ້ 6: ຈັນຍາບັນ, ສິດ ແລະ ໜ້າທີ່ ຂອງໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

ຈຸດປະສົງຂອງການຜະລິດວິດີໂອດັ່ງກ່າວແມ່ນເພື່ອນຳໃຊ້ເປັນເຄື່ອງມືສື່ສານ ແລະ ເຜີຍແຜ່ຂໍ້ມູນທີ່ມີຄວາມເຂົ້າໃຈງ່າຍທາງດ້ານກົດໝາຍ ໂດຍຕິດພັນກັບທີ່ດິນ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ນອກຈາກນີ້, ວິດີໂອຍັງຖືກແປເປັນພາສາຊົນເຜົ່າ ເຊັ່ນ: ກຶມມຸ, ມົ້ງ ແລະ ອາຄ່າ ເພື່ອໃຫ້ຜູ້ອຳນວຍຄວາມສະດວກ ແລະ ຄູຝຶກນຳໃຊ້ເຂົ້າໃນການຝຶກອົບຮົມ ແລະ ເຜີຍແຜ່ຂໍ້ມູນໃນຂັ້ນທ້ອງຖິ່ນ.

ທ່ານສາມາດເບິ່ງວິດີໂອທັງໝົດໄດ້ຕາມຂໍ້ມູນຂ້າງລຸ່ມນີ້: