
By LIWG
ສຳລັບຫົວຂໍ້ນີ້ແມ່ນ ເນັ້ນກ່ຽວກັບການໄດ້ຮັບສິດນໍາໃຊ້ທີ່ດິນຂອງພົນລະເມືອງລາວວ່າຈະໄດ້ຮັບ ສິດນໍາໃຊ້ທີ່ດິນໃນກໍລະນີໃດ ແລະ ໃນໄລຍະຜ່ານມາຫຼາຍພື້ນທີ່ກໍ່ບອກວາ ມີຄົນທີ່ບໍ່ແມນພົນລະເມືອງລາວເຂົ້າມາ ແລ້ວຕ້ອງການຢາກໄດ້ສິດນໍາໃຊ້ທີ່ດິນ ແລ້ວເຂົ້າເຈົ້າມີສິດທີ່ຈະໄດ້ຮັບສິດ ນໍາໃຊ້ທີ່ດິນບໍ ແລະ ຖ້າມີສິດແມ່ນຈະໄດ້ຮັບໃນກໍລະນີໃດ? ສະນັ້ນ, ຮູບນີ້ກໍ່ໄດ້ເນັ້ນໃສ່ວ່າຖ້າບໍ່ ແມ່ນພົນລະເມືອງລາວ ຈະສາມາດໄດ້ຮັບສິດນໍາໃຊ້ທີ່ດິນດ້ວຍ 3 ກໍລະນີຄື: ເຊົ່າ ຫຼື ສໍາປະທານທີ່ດິນຂອງລັດ, ການຊື້ສິດນໍາໃຊ້ທີ່ດິນຈັດສັນຂອງລັດແບບມີກໍານົດ ແລະ ການເຊົ່າທີ່ດິນຈາກພົນລະເມືອງລາວ.
ຕິດຕາມພວກເຮົາໄດ້ເພີ່ມເຕີມທີ່: