
ສັງລວມຂ່າວໂດຍ LIWG
ໃນລະຫວ່າງການຢ້ຽມຢາມປະເທດຫວຽດນາມຂອງທ່ານ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໃນລະຫວ່າງ ວັນທີ 01 – 03 ຕຸລາ 2019, ທັງສອງປະເທດລາວ-ຫວຽດນາມ ໄດ້ລົງນາມເອກະສານຮ່ວມມື 8 ສະບັບໃນນັ້ນມີ 4 ສະບັບ ແມ່ນກ່ຽວຂ້ອງກັບການລົງທຶນຂອງຫວຽດນາມໃນປະເທດລາວ ເຊິ່ງຕິດພັນກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.
ອີງຕາມການລາຍງານຂອງກະຊວງແຜນການ ແລະການລົງທຶນຂອງຫວຽມນາມໄດ້ລາຍງານວ່າ ຫວຽດນາມມີມູນຄ່າການລົງທຶນໃນລາວສູງເຖິງ 4.1 ຕື້ໂດລາສະຫະລັດ ໃນຈໍານວນທັງໝົດ 409 ໂຄງການ ແລະ ການລົງທຶນຫຼາຍກວ່າໝູ່ແມ່ນ ການສ້າງເສັ້ນທາງຄົມມະນາຄົມ, ການສ້າງເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່ ແລະ ທຸລະກິດກະສິກໍາ.
ຫວຽດນາມ ກາຍເປັນປະເທດທີ່ມີການລົງທຶນໃນປະເທດລາວ ຫຼາຍເປັນອັນດັບສາມ ຮອງຈາກ ປະເທດຈີນ ແລະ ປະເທດໄທ.