ສຽງຂອງແມ່ຍິງໃນສະພາແຫ່ງຊາດ: ການນໍາສະເໜີປະເດັນກ່ຽວກັບສິ່ງແວດລ້ອມ ແລະ ສັງຄົມ ຂອງ ສສຊ ທ່ານຍິງໃນກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດ

2336

ສະຫຼຸບໂດຍ: ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ກອງປະຊຸມສະໄໝສາມັນ ຄັ້ງທີ 8 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ມີການປິດລົງແລ້ວ ໃນວັນທີ 6 ທັນວາ 2019 ເຊິ່ງມີການດໍາເນີນມາຕັ້ງແຕ່ວັນທີ 7 ພະຈິກ 2019 ເຊິ່ງ ປະຕິເສດບໍ່ໄດ້ເລີຍວ່າ ກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຄວາມສົນໃຈຫຼາຍຈາກບັນດາປວງຊົນ ໂດຍສະເພາະການປະກອບຄໍາເຄິດເຫັນຂອງບັນດາສະມາຊິກສະພາ (ສຊຊ) ທີ່ເປັນຕົວແທນຂອງປະຊາຊົນ ຢ່າງກົງໄປກົງມາ ໂດຍສະເພາະປະເດັນເລື່ອງຊັບພະຍາກອນທໍາມະຊາດ, ໂຄງການພັດທະນາ ແລະ ຜົນການກວດສອບການສໍ້ລາດບັງຫຼວງ.

ປະເດັນໜຶ່ງທີ່ນ່າສົນໃຈໃນກອງປະຊຸມຄັ້ງນີ້ກໍ່ຄື ຄວາມໂດດເດັ່ນຂອງການສະແດງຄໍາຄິດເຫັນ ຢ່າງກ້າວໜ້າ ຂອງບັນດາສະມາຊິກສະພາ ທ່ານຍິງ ໂດຍສະເພາະໃນເລື່ອງຂອງຊັບພະຍາກອນທໍາມະຊາດ ແລະ ຄວາມໂປ່ງໃສຂອງການປະຕິບັດໜ້າທີ່ຂອງພາກສ່ວນທາງພາກລັດຖະບານໃນຂະແໜງການຕ່າງໆ ເຖິງແມ່ນວ່າຈະຍັງບໍ່ເຫັນເປັນຈໍານວນຫຼາຍ ແຕ່ນີ້ແມ່ນບາດກ້າວສໍາຄັນທີ່ຈະຕໍ່ຍອດໃຫ້ເກີດຂື້ນຫຼາຍຂື້ນໃນກອງປະຊຸມຄັ້ງຕໍ່ໆໄປຂອງສະພາແຫ່ງຊາດ ຕໍ່ກັບບົດບາດ ແລະ ສຽງຂອງສະມາຊິກສະພາທ່ານຍິງ.  

ໃນໂພສນີ້ ພວກເຮົາໄດ້ສັງລວມການນໍາສະເໜີຂອງ ບາງ ສສຊ ທ່ານຍິງກ່ຽວກັບປະເດັນເລື່ອງ ຊັບພະຍາກອນທໍາມະຊາດ ແລະ ຄວາມໂປ່ງໃສຂອງການປະຕິບັດໜ້າທີ່ຂອງພາກສ່ວນລັດຖະບານ.

ຖ້າພາກສ່ວນທີ່ເປັນຕົວແທນລັດຖະບານ ຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງບໍ່ມາຂົ້າຮ່ວມກອງປະຊຸມສະພາຄັ້ງນີ້ ແລ້ວບັນດາສະມາຊິກສະພາຈະເວົ້າກັບໃຜ?  ຂ້າພະເຈົ້າຂໍສະເໜີວ່າ ຢ່າງໜ້ອຍ ຮອງລັດຖະມົນຕີກະຊວງຕ່າງໆຕ້ອງເຂົ້າຮ່ວມກອງປະຊຸມນີ້ ຫາກລັັດຖະມົນຕີຄາວຽກອື່ນ. ຖ້າຫາກ ບັນດາລັດຖະມົນຕີບໍ່ຄາວຽກອື່ນຫຼາຍ ຄວນທີ່ຈະຕ້ອງເຂົ້າຮ່ວມກອງປະຊຸມນີ້ ເພື່ອຈະຮັບຟັງ ບັນຫາຕ່າງຕ່າງທີ່ເກີດຂື້ນ ແລະ ຫາຊ່ອງທາງແກ້ໄຂບັນຫາຕ່າງ.ໃນຕໍ່ໜ້າ ບັນດາລັດຖະມົນຕີຈາກບັນດາກະຊວງຕ່າງໆ ບໍ່ຄວນຂາດການເຂົ້າຮ່ວມກອງປະຊຸມນີ້ອີກ

ທ່ານນາງ ປານີ ຢາທໍ່ຕູ້
ປະທານສະພາແຫ່ງຊາດ
ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ. ພາບໂດຍ:​ສະພາແຫ່ງຊາດ

ໃຫ້​ລັດຖະບານ​ແກ້​ໄຂ​ບັນຫາ​ ການ​ສຳ​ປະທານ​ທີ່​ດິນ​ປູກ​ກ້ວຍ​ຂອງ​ນັກ​ລົງທຶນ​ຕ່າງປະເທດ​ ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ ແລະ ສິ່ງແວດລ້ອມ​ທຳ​ມະ​ຊາດ ຈາກ​ການ​ໃຊ້​ສານ​ເຄ​ມີ​ບາງ​ຊະນິດ​ໃນ​ການ​ປູກ​ກ້ວຍ ພ້ອມ​ທັງ​ໃຫ້​ຢຸດຕິ​ການ​ປູກ​ກ້ວຍ​ທັນທີ ພາຍຫຼັງ​ທີ່​ໝົດ​ອາຍຸ​ການ​ສຳ​ປະທານ​ທີ່​ດິນ​ປູກ​ກ້ວຍ ແລະ ບໍ່​ໃຫ້​ລັດຖະບານ​ຕໍ່​ອາຍຸ​ສຳ​ປະທານ​ຕື່ມ​ອີກ ເພາະ​ໄລຍະ​ຜ່ານ​ມາ​ຍັງ​ມີ​ສວນ​ກ້ວຍ​ຈຳນວນ​ໜຶ່ງ​ມີ​ການ​ລັກລອບ​ປູກ​ຄືນ ເຖິງ​ວ່າ​ອາຍຸ​ການ​ສຳ​ປະທານ​ເນື້ອທີ່​ດິນ​ດັ່ງກ່າວ​ໝົດ​ອາຍຸ​ແລ້ວ ຈຶ່ງ​ຢາກ​ໃຫ້ ລັດຖະບານ​ແກ້​ໄຂ​ບັນຫາ​ນີ້​ຢ່າງ​ຈິງ​ຈັງ ແລະ ຫັນ​ມາ​ໃຫ້​ປະຊາຊົນ​ປູກ​ພືດ​ທີ່​ປອດ​ສານພິດ​ແທນ.

ທ່ານນາງ ຄໍາຈອມພູ ສິລິທໍາ, ສສຊ ເຂດ 5 ແຂວງ ບໍ່ແກ້ວ
ທ່ານນາງ ຄໍາຈອມພູ ສີລິທໍາ, ສສຊ ເຂດ 5 ແຂວງ ບໍ່ແກ້ວ

ລາຍຮັບທີ່ກວດພົບ ແຕ່ບໍ່ມອບເຂົ້າງົບປະມານ ຄວາມຈິງແລ້ວທຸກຄັ້ງທີ່ມີກອງປະຊຸມສະພາພວກເຮົາຈະໄດ້ພົບຄຳນີ້ຕະຫຼອດ ແຕ່ປັດຈຸບັນນີ້ສິ່ງທີ່ປະຊາຊົນຢາກເຫັນຄືຜົນຂອງການແກ້ໄຂກວດສອບນີ້, ຕ້ອງມີການລົງໂທດ ເນື່ອງຈາກວ່າຜູ້ທີ່ເຮັດຜິດທີ່ຜ່ານມາ ແຕ່ບໍ່ມີໂທດ.

ທ່ານນາງ ວະລີ ເວດສະພົງ ສສຊ ເຂດ 1 ນະຄອນຫຼວງວຽງຈັນ
ທ່ານນາງ ວະລີ ເວດສະພົງ ສສຊ ເຂດ 1 ນະຄອນຫຼວງວຽງຈັນ

ໂດຍລວມແລ້ວເຫັນວ່າບັນດາແຜນຕ່າງໆຈາກບົດລາຍງານຂອງທ່ານນາຍົກ ກ່ຽວກັບການແກ້ໄຂ ແລະ ຟື້ນຟູໄພພິບັດລະດັບຊາດ ໂດຍສະເພາະໃນແຂວງອັດຕະປື ທີ່ລັດຖະບານລາຍງານມານັ້ນ ຍັງບໍ່ທັນມີແຜນໃດທີ່ສາມາດບັນລຸຢ່າງຊັດເຈນ. ປັດຈຸບັນປະຊາຊົນໃນເຂດດັ່ງກ່າວຍັງອາໄສໃນເຂດພັກຊົ່ວຄາວ ແລະ ກໍບໍ່ຮູ້ວ່າມື້ໃດຈຶ່ງຈະໄດ້ອອກຈາກທີ່ພັກຊົ່ວຄາວໄປຢູ່ໃນສະຖານທີ່ຖາວອນ. ພ້ອມນັ້ນ, ການຈັດສັນແຫຼ່ງທີ່ຢູ່ອາໄສ 4 ຈຸດນັ້ນ ເຫັນວ່າຍັງບໍ່ມີການລາຍງານເຖິງສະພາບວ່າ ສຳເລັດໄປແລ້ວໜ້ອຍຫຼາຍປານໃດ. ນອກນັ້ນ, ຍັງມີທີ່ພັກຊົ່ວຄາວບາງຈຸດປະຊາຊົນບໍ່ຢາກຢູ່ ແລະ ໄດ້ອອກ ໄປຕັ້ງເຮືອນເອງແລ້ວ.

ທ່ານນາງ ພອນມະນີ ຂຽນໄຊຍະວົງ, ສສຊ ເຂດ19 ແຂວງອັດຕະປື
ສູນພັກຊົ່ວຄາວ ຂອງຜູ້ໄດ້ຮັບຜົນກະທົບ ເຂື່ອນເຊປ່ຽນເຊນໍ້ານ້ອຍແຕກ ທີ່ຈຸດບ້ານຫາດຍາວ

ການປະຕິບັດວຽກງານໄອຍະການ ຍັງມີຫຼາຍບັນຫາຄົງຄ້າງທີ່ເປັນບັນຫາເກົ່າ ໂດຍສະເພາະແມ່ນກົງຈັກການຈັດຕັ້ງ ໄດ້ພຽງປະລິມານ ແລະ ຍັງຂາດຄຸນນະພາບ, ການພິຈາລະນາການຕັດສິນຄະດີບໍ່ທັນຮັບປະກັນໄດ້ຕາມຫຼັກການເອກະລັກຂອງສານ ແລະ ຍັງມີການແຊກແຊງຈາກພາຍນອກຫຼາຍ, ການຕັດສິນບໍ່ເປັນເອກະພາບຄື ແຕ່ລະແຂວງຕັດສິນບໍ່ຄືກັນ, ຊັກຊ້າ ແລະ ການຕັດສິນຄະດີຍັງເປັນໄປຕາມທິດຊີ້ນໍາ ເຊິ່ງສົ່ງຜົນກະທົບຕໍ່ພະນັກງານໃນຂົງເຂດນີ້ໃຫ້ມີລັກສະນະເອື່ອຍອີງ ແລະ ບໍ່ເປັນເຈົ້າການ.

ທ່ານນາງ ອໍາໄພວອນ ລ້ອມບຸນເພັງ, ສສຊ ເຂດ 8 ແຂວງຫົວພັນ
ກອງປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດ. ພາບໂດຍ ເສດຖະກິດ-ການຄ້າ

ການທີ່ມີເຫດການ ຜິດແລ້ວ ຜິດອີກ ເກີດຂື້ນຢ່າງຊໍ້າຊ້ອນນັ້ນ ແມ່ນ ຍ້ອນການແກ້ໄຂບັນຫາຍັງບໍ່ທັນໜັກແໜ້ນ, ຍັງມີການໂນ້ມນ້າວ ແລະ ມີການນະໂຍບາຍກັນຢູ່  ເຊິ່ງມາຮອດປັດຈຸບັນນີ້ຂ້າພະເຈົ້າຢາກສະເໜີວ່າ ບໍ່ຢາກໃຫ້ ອ່ອນໂຍນອີກຕໍ່ໄປ ເພາະມັນສ້າງຄວາມເສຍຫາຍຕໍ່ປະເທດຊາດຢ່າງມະຫາສານ ແລະ ໃນຕໍ່ໜ້າ ພວກເຮົາຍິ່ງຈະປະເຊີນກັບວິກິດຍິ່ງກວ່ານີ້ອີກ. ສະນັ້ນ ເຮົາ ຕ້ອງລົງວິໄນຜູ້ທີ່ກະທໍາຜິດຕາມກົດໝາຍໃຫ້ໄດ້ ເມື່ອເຮັດແນວນີ້ໄດ້ ກໍ່ຈະເຮັດໃຫ້ຜູ້ທີ່ເຮັດຜິດນັ້ນ ຢ້ານ ແລະ ບໍ່ກ້າເຮັດຄວາມຜິດອີກ. ອັນນີ້ເຮົາຮອດຍັງບໍ່ທັນເຄີຍໄດ້ລົງວິໄນກັນ ແລະ ບໍ່ທັນໄດ້ປະຕິບັດກົດຕາມລະບຽບກົດໝາຍເທົ່າທີ່ຄວນຊໍ້າ ຈຶ່ງເຮັດໃຫ້ມີຄວາມຜິດພາດຢູ່ຕະຫຼອດມາ.

ທ່ານນາງ ບົວຄໍາ ທິບພະວົງ,​ ສສຊ ເຂດ 1 ນະຄອນຫຼວງວຽງຈັນ
ທ່ານນາງ ບົວຄໍາ ທິບພະວົງ,​ ສສຊ ເຂດ 1 ນະຄອນຫຼວງວຽງຈັນ

ອ່ານເບິ່ງແຫຼ່ງທີ່ມາຂອງຂໍ້ມູນໃນ Facebook page ຂອງເຮົາໄດ້ທີ່: https://www.facebook.com/laolandinfo/posts/2993270817358157?__tn__=-R