ການຢັ້ງຢືນໃບຕາດິນເສຍຫາຍ: ຈະເຮັດແນວໃດ ເມື່ອໃບຕາດິນເສຍຫາຍ ຫຼື ຖືກທໍາລາຍ?

4579
ໂດຍ LIWG ແອັດມິນ

ໃບຕາດິນ ແມ່ນເອກະສານທີ່ເປັນຫຼັກຖານຕົ້ນຕໍອັນໜຶ່ງອັນດຽວ  ກ່ຽວກັບສິດນໍາໃຊ້ທີ່ດິນ ຊຶ່ງໄດ້ຄັດສໍາເນົາຢ່າງຖືກຕ້ອງຈາກໃບທະບຽນທີ່ດິນ* ເພື່ອມອບໃຫ້ແກ່ຜູ້ເປັນເຈົ້າຂອງກໍາມະສິດນໍາໃຊ້ທີ່ດິນ ພຽງໃບດຽວນໍາໃຊ້ເປັນຫຼັກຖານຢ່າງຍາວນານ ຈົນກວ່າຈະມີການປ່ຽນແປງໃໝ່ຕາມເງື່ອນໄຂທີ່ກໍານົດໄວ້ໃນກົດໝາຍ.

ໃນກໍລະນີຫາກໃບຕາດິນຖືກເສຍຫາຍ ຫຼື ຖືກທໍາລາຍ ຜູ້ທີ່ເປັນເຈົ້າຂອງໃບຕາດິນນັ້ນ ສາມາດຂໍອອກສໍາເນົາໃບຕາດິນ ເພື່ອອອກໃບຕາດິນຄືນໃໝ່ໄດ້ ເພື່ອທົດແທນໃບທີ່ຖືກເສຍຫາຍ ຫຼື ຖືກທໍາລາຍ ໂດຍຕ້ອງຍື່ນຄໍາຮ້ອງຂໍ ຕໍ່ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມຂັ້ນເມືອງ ບ່ອນທີ່ດິນຕັ້ງຢູ່ຕາມແບບພິມທີ່ໄດ້ກໍານົດໄວ້.

ເປັນຫຍັງຈື່ງຕ້ອງມີການຢັ້ງຢືນໃບຕາດິນເສຍຫາຍ ໃນກໍລະນີໃບຕາດິນເສຍຫາຍ ຫຼື ຖືກທໍາລາຍ?

ເນື່ອງຈາກມີຄວາມຈໍາເປັນທີ່ຈະຕ້ອງມີເອກະສານຢັ້ງຢືນ ກ່ຽວກັບກໍາມະສິດໃນຕອນດິນທີ່ ເສຍຫາຍ ຫຼື ຖືກທໍາລາຍ ສະນັ້ນ ຈື່ງຈະຕ້ອງມີການຕັດສິນຂອງສານ ເພື່ອພິຈາລະນາຕັດສິນຢັ້ງຢືນໃບຕາດິນເສຍຫາຍ.

ການພິຈາລະນາຕັດສິນຢັ້ງຢືນໃບຕາດິນເສຍຫາຍ ໝາຍເຖິງການຢັ້ງຢືນກໍາມະສິດ ໃນທີ່ດິນຂອງເຈົ້າຂອງສິດນໍາໃຊ້ທີ່ດິນ ຕາມໃບຕາດິນທີ່ອົງການຮັບຜິດຊອບຄຸ້ມຄອງທີ່ດິນອອກໃຫ້ ແຕ່ໃບຕາດິນດັ່ງກ່າວ ໄດ້ເສຍຫາຍ ແລະ ຖືກທໍາລາຍດ້ວຍຮູບການຕ່າງໆ ທີ່ບໍ່ໄດ້ປະຮ່ອງຮອຍຂອງໃບຕາດິນໄວ້ ດັ່ງນັ້ນເມື່ອເຈົ້າຂອງສິດນໍາໃຊ້ທີ່ດິນຕ້ອງການມອບ ໂອນ ຄໍ້າປະກັນ ຫຼື ຕ້ອງການຊີ້ຂາດ ກ່ຽວກັບກໍາມະສິດທີ່ດິນຕອນດັ່ງກ່າວ ຈຶ່ງຕ້ອງໄດ້ມີເອກະສານຢັ້ງຢືນກ່ຽວກັບກໍາມະສິດໃນທີ່ດິນຕອນນັ້ນ ແຕ່ໃບຕາດິນພັດເສຍຫາຍ ຫຼື ຖືກທໍາລາຍແລ້ວ ຈື່ງຈໍາເປັນຕ້ອງມີການຕັດສິນຂອງສານ ເພື່ອຢັ້ງຢືນການເສຍຫາຍ ຂອງໃບຕາດິນ ແລະ ເພື່ອເປັນບ່ອນອີງໃຫ້ແກ່ອົງການທີ່ຮັບຜິດຊອບຄຸ້ມຄອງທີ່ດິນ ອອກໃບຕາດິນໃໝ່ ໃຫ້ແກ່ເຈົ້າຂອງສິດນໍາໃຊ້.

ການພິຈາລະນາຢັ້ງຢືນໃບຕາດິນເສຍຫາຍ ມີຄວາມສໍາຄັນຕໍ່ອົງການທີ່ເຮັດໜ້າທີ່ຄຸ້ມຄອງທີ່ດິນ ເພື່ອໃຊ້ເປັນຂໍ້ມູນຫຼັກຖານໃນການອອກສໍາເນົາໃບຕາດິນໃໝ່ ເນື່ອງຈາກວ່າຂໍ້ມູນຫຼັກກຖານກ່ຽວກັບທີ່ດິນ ແລະ ໃບຕາດິນ ແມ່ນບໍ່ມີເຫຼືອຢູ່ ຫຼື ບໍ່ມີຮ່ອງຮອຍໃດໆ ຊຶ່ງອົົງການທີ່ຮັບ ຜິດຊອບຄຸ້ມຄອງທີ່ດິນ ບໍ່ສາມາດອອກໃບສໍາເນົາທີ່ດິນໃຫ້ແກ່ເຈົ້າຂອງສິດນໍາໃຊ້ທີ່ດິນໄດ້ ດັ່ງນັ້ນ ຈຶ່ງຈໍາເປັນຕ້ອງໃຫ້ມີການພິຈາລະນາຕັດສິນຂອງສານຢັ້ງຢືນໃບຕາດິນເສຍຫາຍກ່ອນ ເພື່ອເປັນນິຕິກໍາໃນການອອກໃບສໍາເນົາຕາດິນ.

ເງື່ອນໄຂການຮ້ອງຂໍຕໍ່ສານໃຫ້ຢັ້ງຢືນໃບຕາດິນເສຍຫາຍມີຄືແນວໃດ?

ເພື່ອຢັ້ງຢືນຢືນໃຫ້ເຈົ້າຂອງກໍາມະສິດທີ່ເອົາໄປນໍາໃຊ້ ຕ້ອງປະຕິບັດຕາມເງື່ອນໄຂໃນການຮ້ອງຂໍຕໍ່ສານໃຫ້ຢັ້ງຢືນໃບຕາດິນເສຍຫາຍ ເຊິ່ງມີ 2 ກໍລະນີ ດັ່ງນີ້:

  1. ໃນກໍລະນີໃບຕາດິນຕົກເຮ່ຍເສຍຫາຍ ຫຼື ຖືກທໍາລາຍ ຫາກໄດ້ປະຮ່ອງຮອຍ ທີ່ສາມາດໃຊ້ເປັນຫຼັກຖານໃດໜຶ່ງ ທີ່ສາມາດຢັ້ງຢືນກ່ຽວກັບໃບຕາດິນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ມີສໍາເນົາ ມີສ່ວນໃດສ່ວນໜຶ່ງຂອງໃບຕາດິນເຫຼືອຢູ່ ມີເອກະສານກ່ຽວຂ້ອງກັບໃບຕາດິນນັ້ນ ແລະ ອື່ນໆ ທີ່ພໍສາ ມາດຢັ້ງຢືນໃບຕາດິນດັ່ງກ່າວໄດ້  ແມ່ນໃຫ້ຜູ້ກ່ຽວ ສະເໜີຕໍ່ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ  ເພື່ອໃຫ້ພິຈາລະ ນາອອກໃບສໍາເນົາຕາດິນຄືນໃໝ່ໃຫ້ຜູ້ຮ້ອງຂໍໄດ້ໂດຍກົງ ເພື່ອນໍາເອົາໄປເປັນບ່ອນອີງ ແລະ ຢັ້ງຢືນກໍາມະສິດທີ່ດິນດັ່ງກ່າວ.
  2. ໃນກໍລະນີໃບຕາດິນຕົກເຮ່ຍເສຍຫາຍ  ຫຼື ຖືກທໍາລາຍ ທີ່ບໍ່ປະຮ່ອງຮອຍ ຫຼື ບໍ່ມີຂໍ້ມູນໃດໜຶ່ງ ເປັນຫຼັກຖານຢັ້ງຢືນໃບຕາດິນດັ່ງກ່າວ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຕ້ອງມອບເອກະສານທີ່ໄດ້ຜ່ານການຄົ້ນຄວ້າໃຫ້ຜູ້ຮ້ອງຂໍເພື່ອໄປຍື່ນຕໍ່ສານປະຊາຊົນເຂດເພື່ອພິຈາລະນາຕັດສິນໃບຕາດິນເສຍຫາຍກ່ອນ ແລ້ວຫຼັງຈາກນັ້ນ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຈຶ່ງຈະສາມາດອອກສໍາເນົາໃບຕາດິນໃໝ່ໃຫ້ຜູ້ຮ້ອງຂໍໄດ້. 

ບຸກຄົນ ຫຼື ນິຕິບຸກຄົນ ສາມາດຍື່ນຄໍາຮ້ອງຂໍໃຫ້ສານພິຈາລະນາຢັ້ງຢືນໃບຕາດິນເສຍຫາຍໄດ້ໂດຍກົງບໍ?

ຄໍາຮ້ອງຂໍໃຫ້ສານພິຈາລະນາຢັ້ງຢືນໃບຕາດິນເສຍຫາຍ ແມ່ນບໍ່ສາມາດຮ້ອງຂໍໂດຍກົງຕໍ່ສານໄດ້ ແຕ່ຕ້ອງໄດ້ຍື່ນຜ່ານ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ໃຫ້ເປັນຜູ້ຄົ້ນຄວ້າພິຈາລະນາກ່ອນ ຖ້າຫາກເຫັນວ່າມີເງື່ອນໄຂໃຫ້ສານຢັ້ງຢືນໃບຕາດິນເສຍຫາຍຄົບຖ້ວນ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ຈະສະຫຼຸບຄໍາເຫັນ ແລ້ວສະເໜີຕໍ່ສານເພື່ອພິຈາລະນາຕັດສິນຢັ້ງຢືນໃບຕາດິນເສຍຫາຍໃຫ້. ແຕ່ຖ້າຫາກ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ ເຫັນວ່າ ບໍ່ມີເງື່ອນ ໄຂ ຫຼື ບໍ່ມີຮ່ອງຮອຍຂອງໃບຕາດິນຄົງເຫຼືອໄວ້ຢູ່ ກໍ່ຈະນໍາໄປສະເໜີຕໍ່ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມປະຈໍາແຂວງ ຫຼື ນະຄອນຫຼວງ ໃຫ້ເປັນຜູ້ພິຈາລະນາອອກໃບສໍາເນົາຕາດິນຄືນໃໝ່ໃຫ້.


ຂໍ້ມູນເພີ່ມເຕີມ: *ໃບທະບຽນທີ່ດິນ ແມ່ນເອກະສານທີ່ບັນທຶກຂໍ້ມູນຈາກການຂື້ນທະບຽນອອກໃບຕາດິນຕາມເລກລໍາດັບໂດຍມີລາຍເຊັນ ແລະ ຕາປະທັບ ຂອງ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ  (ອີງຕາມ ມາດຕາ 97 ໃບທະບຽນທີ່ດິນ ແລະ ປື້ມທະບຽນທີ່ດິນ, ກົດໝາຍວ່າດ້ວຍ ທີ່ດິນ ສະປັບປຸງ 2019).


ແຫຼ່ງອ້າງອີງຈາກ: