20 highlight news on land and natural resources of the year 2020

3517

By: LIWG

ໃນຕະຫຼອດປີ 2020 ທີ່ຜ່ານມາ ມີຫຼາກຫຼາຍເລື່ອງລາວທີ່ເກີດຂື້ນໂດຍສະເພາະກ່ຽວກັບການລະບາດຂອງພະຍາດໂຄວິດ-19. ເຖິງຢ່າງໃດກໍ່ຕາມ ກໍ່ມີຫຼາຍເຫດການ ແລະ ຂ່ານສານກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນລາວໃນຕະຫຼອດປີທີ່ຜ່ານມາ.

ເລື່ອງທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ແມ່ນເປັນປະເດັນທີ່ມີການນໍາສະເໜີຢ່າງເປັນປະຈໍາຕາມໜ້າຂ່າວທາງໜັງສືພິມ ແລະ ສື່ອອນລາຍ ເຊິ່ງບາງແຫຼ່ງຂ່າວຂໍ້ມູນມີຄວາມຊັດແຈນ ແລະ ຈະແຈ້ງ, ບາງຂ່າວແມ່ນມີການນໍາສະເໜີທີ່ບໍ່ຄົບຖ້ວນ ແລະ ກໍ່ມີບາງປະເດັນທີ່ບໍ່ໄດ້ຖືກນໍາສະເໜີໃນໜ້າໜັງສືພິມ ຫຼື ໃນສື່ຂອງແຫຼ່ງຂ່າວຕ່າງໆ. ເຖິງຢ່າງໃດກໍ່ດີ ເພື່ອເປັນການຍ້ອນເບິ່ງຄືນ ເລື່ອງລາວຂ່າວສານຕ່າງໆທີ່ຕິດພັນກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນບ້ານເຮົາທີ່ເກີດຂື້ນ ໃນໄລຍະປີ 2020 ທີ່ຜ່ານມາ ພວກເຮົາຈຶ່ງໄດ້ສະຫຼຸບເອົາ 20 ຂ່າວ ທີ່ທາງພວກເຮົາເຫັນວ່າ  ເປັນເລື່ອງ ຫຼື ເຫດການທີ່ເດັ່ນ ທີ່ເກີດຂື້ນໃນປີ 2020 ເຊິ່ງ ອາດເປັນສິ່ງເກີດຂື້ນຕໍ່ເນື່ອງມາໃນປີກ່ອນໆ; ບາງບັນຫາແມ່ນໄດ້ຮັບການແກ້ໄຂ ແຕ່ກໍ່ຍັງມີຫຼາຍບັນຫາທີ່ຍັັງບໍ່ທັນໄດ້ຮັບການແກ້ໄຂເທື່ອ.

1.ປ່າໄມ້ເຂດຫວງຫ້າມໃນເມືອງທ່າແຕງ, ແຂວງເຊກອງ ຖືກບຸກລຸກ 115.96 ເຮັກຕາ

ໃນໄລຍະປີຜ່ານມາປ່າໄມ້ເຂດຫວງຫ້າມໃນເມືອງທ່າແຕງຖືກບຸກລຸກ 115.96 ເຮັກຕາ ເຊິ່ງໃນນີ້ ມີການບຸກລຸກ ເຂດປ່າປ້ອງກັນຫວ້ຍໂລ (ພູທຶງ) ເຊິ່ງເປັນ ປ່າປ້ອງກັນແຫ່ງຊາດລວມເນື້ອທີ່ທັງໝົດ15.1ເຮັກຕາ, ປ່າປ້ອງກັນຫົວນ້ຳເຊໂດນ (ປ່າປ້ອງກັນລະດັບແຂວງ) ເນື້້ອທີ່ປະມານ 8.96 ເຮັກຕາ, ເຂດປ່າປ້ອງກັນແຫຼ່ງນ້ຳພູຈວມ (ປ່າປ້ອງກັນລະດັບຊາດ) ຖືກບຸກລຸກເນື່ອທີ່ປະມານ91.9 ເຮັກຕາ.

ຈາກກອງປະຊຸມ ປຶກສາຫາລືກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການບຸກທຳລາຍຊັບພະຍາກອນປ່າໄມ້ໃນຂອບເຂດເມືອງທ່າແຕງ ທີ່ຈັດຂື້ນໃນວັນທີ 27 ມັງກອນ 2020 ໂດຍ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າແຕງ ແຂວງ ເຊກອງ ໄດ້ເນັ້ນໃຫ້ພາກສວ່ນທີ່ກ່ຽວຂອ້ງເປັນເຈົ້າການ ໃນການຈັດຕັ້ງປະຕິບັດຕາມພາລະບົດບາດຂອງ ຕົນຢ່າງເຂັ້ມງວດ ໃນການກວດເຂັ້ມ ເພື່ອຕ້ານ ແລະ ສະກັດກັ້ນ ປາກົດການບຸກທຳລາຍຊັບພະຍາກອນປ່າໄມ້ເຂດເມືອງ ທ່າແຕງໃຫ້ຫຼຸດລົງ.

ອ່ານຂ່າວທີ່ກ່ຽວຂ້ອງ:

2. ປະຊາຊົນເມືອງດາກຈຶງ ສະເໜີ ພາກລັດໃຫ້ຈັດສັນທີ່ດິນ ໃນ 8 ປະເພດດິນຄືນໃໝ່ຢ່າງຈະແຈ້ງ ແລະ ບໍ່ຄວນອະນຸຍາດນັກລົງ ທຶນ ເຊົ່າສໍາປະທານທີ່ດິນໃນການປູກ-ການລ້ຽງສັດຫຼາຍເກີນໄປ

ປະຊາຊົນເມືອງດາກຈຶງສະເໜີໃຫ້ ພາກລັດ ຈັດສັນທີ່ດິນ ໃນ 8 ປະເພດດິນຄືນໃໝ່ຢ່າງຈະແຈ້ງ ລະຫວ່າງ ບ້ານຕໍ່ບ້ານພາຍໃນເມືອງ ແລະ ເຂດເຊື່ອມຕໍ່ ລະຫວ່າງ ເມືອງດາກຈຶງ ແຂວງເຊກອງ ກັບເມືອງ ຊານໄຊ ແຂວງອັດຕະປື ຢູ່ເຂດຊຽງຫຼວງ ແລະ ສະ   ເໜີວ່າ ລັດບໍ່ຄວນອະນຸຍາດໃຫ້ຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດ ເຊົ່າສໍາປະທານທີ່ດິນໃນການປູກ-ການລ້ຽງຫຼາຍເກີນໄປ ແລະ ຄວນຈັດສັນທີ່ດິນໃຫ້ປະຊາຊົນນໍາໃຊ້ພຽງພໍສາກ່ອນ ເນື່ອງຈາກວ່າເນື້ອທີ່ດິນບໍ່ມີການຂະຫຍາຍຕົວ ແຕ່ພົນລະ ເມືອງພັດນັບມື້ເພີ່ມຂຶ້ນ; ຄວນທະລຸເສັ້ນທາງເຂົ້າສູ່ເຂດການຜະລິດໃຫ້ປະຊາຊົນຫຼາຍຂຶ້ນກວ່າເກົ່າ.

ອ່ານຂ່າວທີ່ກ່ຽວຂ້ອງ:

3.ເມືອງໂຂງ ແຈ້ງຍົກເລີກໂຄງການພັດທະນາແຫຼ່ງທ່ອງທ່ຽວອຸທິຍານນໍ້າຕົກຄອນພະເພັງ ຂອງບໍລິສັດລາວ  ເພື່ອເປີດເສັ້ນທາງໃຫ້ ພັດທະນາໂຄງການ ເຂດເສດຖະກິດພິເສດມະຫານະທີສີທັນດອນ

ໂຄງການພັດທະນາແຫຼ່ງທ່ອງທ່ຽວອຸທິຍານນໍ້າຕົກຄອນພະເພັງທີ່ມີການແຈ້ງໃຫ້ຍົກລີກນັ້ນ  ແມ່ນເປັນຂອງບໍລິສັດລາວ ທີ່ໄດ້ມີການສໍາປະທານ (ໃນເນື້ອທີ່ 51 ເຮັກຕາ) ທີ່ໄດ້ສໍາປະທານມາຕັ້ງແຕ່ປີ 2011 ເປັນຕົ້ນມາ; ເຊິ່ງການຍົກເລີກນີ້ແມ່ນ ເພື່ອເປີດເສັ້ນທາງໃຫ້ພັດທະນາໂຄງການ ເຂດເສດຖະກິດພິເສດມະຫານະທີສີທັນດອນ ນັ້ນເອົງ.

The annulment of the province-licensed projects was done to make way for the development of a government-licensed project, the Head of the province’s Administration Office, Mr Boualy Phetsongkham, told Vientiane Times on Friday. “The former investors have done nothing wrong. The licences have been cancelled so that a project authorised by the government can go ahead,” he said. Authorities in charge have held talks with the local investors who said they agreed to comply with government policy, Director of the province’s Planning and Investment Department, Mr Souksavanh Vilayvong, said. The state authorities will compensate the investors for the loss of service facilities and buildings they had constructed, including restaurants, in keeping with the relevant government policy. Officials said the sites of the projects in question overlapped the planned special economic zone, so it was necessary to cancel the licences to make way for construction of the zone.

ໂຄງການ ເຂດເສດຖະກິດພິເສດມະຫານະທີສີທັນດອນ ແມ່ນມີການ ເນື້ອທີ່ສໍາປະທານເຖິງ 9,846 ເຮັກຕາ ໂດຍມີໄລຍະການສໍາປະທານເຖິງ 99 ປີ ເຊິ່ງມີມູນຄ່າການລົງທຶນພັດທະນາເຂດ ເຖິງ 9 ຕື້ໂລດາ ແລະ ຈະມີ 6 ໄລຍະຂອງການພັດທະນາເຂດແຕ່ປີ 2018 – 2050.

ຕາມການລາຍງານແຈ້ງໃຫ້ຮູ້ວ່າ ປະຊາຊົນຫຼາຍກວ່າ 150 ຄອບຄົວໃນເມືອງໂຂງ ແຂວງຈໍາປາສັກ ແມ່ນຈະໄດ້ຮັບຜົນກະທົບຈາກໂຄງການນີ້.  

ອ່ານຂ່າວທີ່ກ່ຽວຂ້ອງ:

4. ລັດຖະບານລາວໄດ້ອະນຸຍາດໃຫ້ ບໍລິສັດເອກະຊົນທັງພາຍໃນ ແລະ ຕ່າງປະເທດ ລົງທຶນພັດທະນາເຂື່ອນໄຟຟ້າທັງໝົດ 31 ໂຄງການ ຢູ່ແຂວງໄຊສົມບູນ

ພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊສົມບູນໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ໂດຍໃຫ້ຮູ້ວ່າ ໃນຊຸມປີທີ່ຜ່ານມາ ລັດຖະບານ ແລະ ແຂວງ ໄດ້ອະນຸຍາດໃຫ້ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນພັດທະນາ ເຂື່ອນໄຟຟ້າທັງໝົດ 31 ໂຄງການຢູ່ພາຍໃນແຂວງ ລວມກໍາລັງຕິດຕັ້ງທັງໝົດແມ່ນ 3.5 ພັນເມກາວັດ ເຊິ່ງໃນນັ້ນໄດ້ສ້າງສໍາເລັດ ແລະ ໄດ້ມີການຜະລິດໄຟຟ້າຂາຍແລ້ວເກືອບ10 ໂຄງການ.

ຈາກຈໍານວນ 31 ໂຄງການດັ່ງກ່າວ 14 ໂຄງການແມ່ນ ອະນຸມັດໂດຍຂັ້ນສູນກາງ, ຂັ້ນແຂວງອະນຸມັດ 17 ໂຄງການ ແລະ ມີໂຄງການກໍ່ສ້າງເຂື່ອນທີ່ສ້າງສໍາເລັດແລ້ວຈໍານວນ 8 ໂຄງການ. ສ່ວນທີ່ເຫຼືອ ແມ່ນຍັງຢູ່ໃນຂັ້ນຕອນກໍາລັງກໍ່ສ້າງ ແລະ ສຶກສາຄວວາມເປັນໄປໄດ້.

ອ່ານຂ່າວທີ່ກ່ຽວຂ້ອງ:

5.ການອອກ ຂໍ້ຫ້າມ ສຳລັບພະນັກງານປະເມີນລາຄາທີ່ດິນ ແລະ ເຈົ້າຂອງກໍາມະກິດທີ່ດິນ ເພື່ອເຮັດໃຫ້ ການກຳນົດຫົວໜ່ວຍລາຄາທີ່ດິນ ໃຫ້ສອດຄ່ອງ ກັບຫຼັກການໃນການປະເມີນລາຄາທີ່ດິນ

ການຮ່າງຂໍ້ຕົກລົງ ວ່າດ້ວຍການປະເມີນລາຄາທີ່ດິນທົ່ວ ນວ ມີ VI ໝວດ, 27 ມາດຕາ ໂດຍມີຈຸດປະສົງເພື່ອເຮັດໃຫ້ ການກຳນົດຫົວໜ່ວຍລາຄາທີ່ດິນ ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນແຕ່ລະໄລຍະ ເພື່ອເປັນຫຼັກການໃນການປະເມີນລາຄາທີ່ດິນແນໃສ່ຄຸ້ມຄອງ-ບໍລິຫານທີ່ດິນໃນແຕ່ລະເຂດ ແລະ ແຕ່ລະປະເພດ ເພື່ອຮັບ ປະກັນໃນການປະຕິບັດພັນທະຂອງພົນລະເມືອງ ແລະ ໃຫ້ຜູ້ຖືສິດນໍາໃຊ້ທີ່ດິນໃຫ້ຖືກຕ້ອງຕາມລັດຖະບັນຍັດຂອງປະ ທານປະເທດວ່າດ້ວຍຄ່າທຳນຽມ, ເປັນບ່ອນອີງໃນການຄິດໄລ່ຄ່າທຳນຽມຈົດທະບຽນທີ່ດິນ ແລະ ອາກອນລາຍໄດ້ຈາກທີ່ດິນຫ້າມມີພຶດຕິກຳ ຫຼື ການກະທຳທີ່ເປັນການລະເມີດກົດໝາຍ ແລະ ລະບຽບການຂອງລັດ.

ນອກຈາກຈະມີການກໍານົດຂໍ້ຫ້າມຂອງພະນັກງານປະເມີນທີ່ດິນ ໃນຂໍ້ຕົກລົງດັ່ງກ່າວແລ້ວ ຍັງມີການລະບຸ ຂໍ້ຫ້າມເຈົ້າຂອງສິດນຳໃຊ້ທີ່ດິນ ແລະ ສິ່ງປຸກສ້າງ ຫຼື ບຸກຄົນ, ນິຕິບຸກຄົນ, ລວມໝູ່ ໄວ້ດ້ວຍຄື: ຫ້າມປົກປິດ, ເຊື່ອງອຳ, ບໍ່ຈິງໃຈໃນການແຈ້ງຂໍ້ມູນ, ໃຊ້ຄວາມຮຸນແຮງ ແລະ ແອບອ້າງ, ນາບຂູ່ພະນັກງານທີ່ເປັນການລະເມີດກົດໝາຍ ແລະ ຂໍ້ຕົກລົງສະບັບນີ້; ຫ້າມໃຫ້ສິນບົນ, ສົມຮູ້ຮ່ວມຄິດກັບພະນັກງານປະເມີດລາຄາທີ່ດິນ ແລະ ສິ່ງປຸກສ້າງປອມແປງ, ແຈ້ງ, ສ້າງຂໍ້ມູນເທັດ, ສະໜອງຂໍ້ມູນອັນບໍ່ຖືກຕ້ອງຕາມຄວາມຈິງ.

ອ່ານຂ່າວທີ່ກ່ຽວຂ້ອງ:

6.ພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ໄດ້ມີການໂຈະຊົ່ວຄາວ ການລົງທຶນປູກກ້ວຍທີ່ກວມເອົາເນື້ອທີ່ 1,500 ເຮັກຕາ ຂອງບໍລິສັດເອກະຊົນ ເພື່ອປະເມີນຜົນກ່ຽວກັບຜົນໄດ້ຮັບ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມກ່ອນ

ທ່ານ ພອນສະຫວັນ ຫອມນະບຸນລັດ ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ບໍລິຄຳໄຊ ໄດ້ແຈ້ງຕໍ່ທີມຂ່າວວຽງຈັນທາຍ ໃນວັນທີ 16 ມີນາ 2020 ວ່າ: ການໂຈະການລົງທຶນຂອງນັກລົງທຶນຕ່າງປະເທດ ທີ່ປູກກ້ວຍຫອມຢູ່ ແຂວງບໍລິຄຳໄຊ ບໍ່ແມ່ນການໂຈະແບບຖາວອນ, ເປັນພຽງການຢຸດຊົ່ວຄາວເພື່ອປະເມີນຜົນໃນດ້ານຕ່າງໆ ເປັນຕົ້ນແມ່ນປະຊາຊົນໄດ້ຮັບຜົນປະໂຫຍດຫຍັງແດ່, ສຸຂະພາບປະຊາຊົນທີ່ເຮັດວຽກຢູ່ສວນກ້ວຍ ແລະ ຊຸມຊົນເປັນແນວໃດ.

ແຕ່ໄລຍະທີ່ຜ່ານມາ ພົບວ່າບັນຫາແຮງງານທີ່ມາຈາກແຂວງອື່ນຊຶ່ງທາງບໍລິສັດບໍ່ໄດ້ປະຕິບັດຕາມທີ່ຕົກລົງກັນໄວ້ທີ່ຈະເອົາແຕ່ປະຊາຊົນໃນຂົງເຂດນີ້ເທົ່ານັ້ນມາເຮັດວຽກໃນສວນກ້ວຍ.

ອ່ານຂ່າວທີ່ກ່ຽວຂ້ອງ:

7. ເຂື່ອນໄຟຟ້າເຊກອງຕອນລຸ່ມ A ທີ່ ເມືອງ ສະໜາມໄຊ ກວມເອົາເນື້ອທີ່ທັງໝົດ 3,342 ເຮັກຕາ ແລະ ມີຈຳນວນບ້ານທີ່ຖືກຜົນກະທົບ 5 ບ້ານ ໃນເມືອງ ສະໜາມໄຊ, ແຂວງອັດຕະປື

ຜູ້ຕ່າງໜ້າອໍານາດການປົກຄອງ ແຂວງ ອັດຕະປື ເວົ້າວ່າ ໃນການກໍ່ສ້າງເຂື່ອນໄຟຟ້າ ເຊກອງຕອນລຸ່ມ-A ນີ້ ຈໍາເປັນຕ້ອງຫລີກລ້ຽງ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ທີ່ຈະເກີດຂຶ້ນ ຕໍ່ປະຊາຊົນໃນພື້ນທີ່ໃຫ້ຫຼາຍທີ່ສຸດ ໂດຍສະ ເພາະແມ່ນຈະຕ້ອງສືບຕໍ່ແກ້ໄຂບັນຫາທີ່ເກີດຂຶ້ນນັ້ນ ໃຫ້ຖືກຕ້ອງຕາມນິຕິກຳ ກ່ອນຈະໄດ້ມີການດຳເນີນໂຄງການກໍ່ສ້າງ ເນື່ອງຈາກວ່າ ແຂວງອັດຕະປື ມີຫລາຍໂຄງການໃນໄລຍະຜ່ານມາ ປະຊາຊົນໄດ້ຖືກຜົນກະທົບໄດ້ຮັບຄ່າຊົດເຊີຍອັນບໍ່ສົມເຫດສົມຜົນ.

ໂຄງການເຂື່ອນໄຟຟ້າເຊກອງ ຕອນລຸ່ມ A ມີກຳລັງຕິດຕັ້ງ 86 ເມກາວັດ ແລະ ມີທີ່ຕັ້ງຢູ່ ເຂດບ້ານ ຄັນໝາກນາວ ເມືອງ ສະໜາມໄຊ ແຂວງ ອັດຕະປື ເຊິ່ງເປັນການຮ່ວມທຶນກໍ່ສ້າາງລະຫວ່າງ ລັດຖະບານລາວ ແລະ ບໍລິສັດ InnoGreen Engineering ຂອງປະເທດຫວຽດນາມ.  

ຈາກການລາຍງານຂອງເສດຖະກິດ-ການຄ້າ ໄດ້ລາຍງານວ່າ ລາຍລະອຽດຂອງການຊົດເຊີຍຕໍ່ປະຊາຊົນທີ່ຖືກຜົນກະທົບນັ້ນ ຈະໄດ້ຖືກພິຈາລະນາປັບປຸງ ແລະ ຮັບຮອງຈາກສະພາປະຊາຊົນ ຫລື ທ່ານເຈົ້າແຂວງ ຕາມລະບຽບການໃນທຸກຂັ້ນຕອນ.

8. ໂຄງການພັດທະນາເມືອງໃໝ່ ວັງວຽງ ກວມເນື້ອທີ ກວ່າ 7000 ເຮັກຕາ ເຊິ່ງ ບໍລິສັດນັກລົງທຶນຈີນ ຈະໃຊ້ເວລາ 29 ປີໃນການພັດທະນາ ດ້ວຍມູນຄ່າທັງໝົດ 5.3 ຕື້ໂດລາສະຫະລັດ

ຜົນການສຶກສາຄວາມເປັນໄປໄດ້ ຂອງບໍລິສັດ ພັດທະນາເຂດໃໝ່ ວັງວຽງລາວຈຳກັດ ທີ່ໄດ້ດໍາເນີນເປັນເວລາ 2 ປີກວ່ານັ້ນ ແມ່ນໄດ້ສຳເລັດ 3 ໜ້າວຽກແລ້ວຄື: ຜົນການສຶກສາຄວາມເປັນໄປໄດ້ ດ້ານເສດຖະກິດ-ເຕັກນິກ; ການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ; ການສຳຫລວດທີ່ດິນ ແລະ ການສ້າງແຜນນຳໃຊ້ທີ່ດິນ.

ຈາກການລາຍງານ ເຈົ້າຂອງໂຄງການໂຄງການກ່າວວ່າ ໂຄງການນີ້ ຈະປັບປຸງຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງດີຂຶ້ນ ແລະ ປັບປຸງເຂດບ້ານໃຫ້ມີຄວາມສວຍງາມ, ມີການຮັກສາສິ່ງແວດລ້ອມທີ່ດີບົນພື້ນຖານທີ່ວ່າ “ບໍ່ມີການຍົກຍ້າຍບ້ານ ບໍ່ມີການຍົກຍ້າຍປະຊາຊົນ”

ໃນປັດຈຸບັນ, ບໍລິສັດ ໄດ້ສືບຕໍ່ເຂົ້າສູ່ຂັ້ນຕອນການເຈລະຈາ ສັນຍາສຳປະທານ ແລະ ກະກຽມວຽກງານກໍ່ສ້າງໂຄງການ ຊຶ່ງມີການປະສານສົມທົບແໜ້ນ ກັບ ລັດຖະບານ ແລະ ອຳນາດການປົກຄອງ ເພື່ອໃຫ້ໂຄງການນີ້ ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ.

ອ່ານຂ່າວທີ່ກ່ຽວຂ້ອງ:

9.ໃນຊ່ວງ ເດືອນມີນາ – ເມສາ 2020 ນີ້ ເນື້ອທີ່ປ່າໄມ້ ໃນແຂວງອຸດົມໄຊ ກວ່າ 42,832 ເຮັກຕາ ຖືກໄຟໄໝ້ຈາກເຫດການໄຟລາມປ່າ

ໃນທົ່ວແຂວງອຸດົມໄຊ ພະແນກກະສິກໍາ ແລະ ປ່າໄມ້ໃຫ້ຮູ້ວ່າ ເນື້ອທີ່ປ່າໄມ້ກວ່າ 42,832 ເຮັກຕາ ແມ່ນຖືກໄຟໄໝ້ໃນຊ່ວງເດືອນມີນາ – ເມສາ ເຊິ່ງພື້ນທີ່ທີ່ຖືກໄຟໄໝ້ນັ້ນລວມມີປ່າສະຫງວນ, ປ່າຜະລິດ ແລະ ປ່າປ້ອງກັນ.

ໃນໄລຍະຫຼາຍປີຜ່ານມາ ທາງພາກລັດ ແມ່ນມີນະໂຍບາຍໃຫ້ປະຊາຊົນລາວທີ່ອາໄສການທໍາມາຫາກິນດ້ວຍການເຮັດໄຮ່ເຂົ້າໃຫ້ຫັນປ່ຽນມາເຮັດນາ ຫຼື ປູກພືດອຸດສາຫະກໍາໃນພື້ນທີ່ທົ່ງພຽງ. ແຕ່ເຖິງຢ່າງໃດກໍ່ຕາມ ນະໂຍບາຍດັ່ງກ່າວແມ່ນມີຄວາມທ້າທາຍຫຼາຍ ໂດຍສະເພາະການສະໜອງແນວທາງ ຫຼື ວິທີທາງອັນໃໝ່ທີ່ປະຊາຊົນສາມາດດໍາລົງຊີວິດຕໍ່ໄປໄດ້ ເຊິ່ງໜຶ່ງໃນນັ້ນແມ່ນການຈັດສັນທີ່ດິນ ເຊິ່ງໃນຫຼາຍພື້ນທີ່ທາງພາກເໜືອຂອງລາວເຮົາແມ່ນເປັນພື້ນທີ່ພູມສັນຖານສູງ ສະນັ້ນປະເດັນນີ້ ແມ່ນຍັງເປັນເລື່ອງທີ່ຫຼາຍພາກສ່ວນຍັງຄົງມີການສົນທະນາ ແລະ ແນະນໍາວິທີການຕ່າງໆ ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບວິຖີຊີວິດຂອງປະຊາຊົນ ລະຫວ່າງໜ່ວຍງານພາກລັດ, ປະຊາຊົນບັນດາເຜົ່າ ແລະ ໜ່ວຍງານອົງການຈັດຕັ້ງທາງສັງຄົມ.

ອ່ານຂ່າວທີ່ກ່ຽວຂ້ອງ:

10. ແຂວງບໍ່ແກ້ວລົບລ້າງ 7 ໂຄງການຂອງນັກລົງທຶນ ທີ່ອະນຸມັດໄປແລ້ວ ແຕ່ບໍ່ຈັດຕັ້ງປະຕິບັດ

ອໍານາດການປົກຄອງແຂວງຍັງໄດ້ກວດກາ ບັນດາໂຄງການລົງທຶນປູກກ້ວຍພາຍໃນແຂວງເຊິ່ງມີ 60 ບໍລິສັດ, ໃນນີ້ ພົບເຫັນມີພຽງ 13 ບໍລິສັດທີ່ປະກອບເອກະສານຖືກຕ້ອງ ແລະ ຄົບຖ້ວນ ແລະ ຍັງບໍ່ສາມາດແກ້ໄຂໄດ້ຍ້ອນເຈົ້າຂອງໂຄງການໄດ້ເດີນທາງກັບຄືນປະເທດໃນໄລຍະທີ່ມີ ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ມີຄວາມຈໍາເປັນຕ້ອງໄດ້ລໍຖ້າຈົນກ່ວາເຂົາ ເຈົ້າຈະກັບຄືນມາ ຈຶ່ງຈະສາມາດດໍາເນີນຂັ້ນຕອນຕ່າງໆຕໍ່ໄປໄດ້.

ບັນດາໂຄງການລົງທຶນພາຍໃນແຂວງທີ່ໄດ້ຮັບອະນຸຍາດລົງທຶນໄປແລ້ວແຕ່ບໍ່ຈັດຕັ້ງປະຕິບັດ ເຊີ່ງຖືເປັນການຈັບຈອງທີ່ແກ່ຍາວເວລາ, ກົດໜ່ວງທ່ວງດຶງການພັດທະນາ ແລະ ເປັນການດໍາເນີນທຸລະກິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຊິ່ງທາງແຂວງໄດ້ດໍາເນີນການກວດກາ ແລະ ລົບລ້າງໄປແລ້ວ 7 ໂຄງການ ເຊິ່ງເປັນໂຄງການຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ອ່ານຂ່າວທີ່ກ່ຽວຂ້ອງ:

11. ອັດຕາການປົກຫຸ້ມຂອງປ່າໄມ້ໃນລາວ ຈະບໍ່ບັນລຸຕາມຄາດໝາຍ 70% ໃນປີ 2020 ຕາມທີ່ຄາດໝາຍໄວ້

ສາເຫດທີ່ເຮັດໃຫ້ອັດຕາການປົກຫຸ້ມຂອງປ່າໄມ້ໃນລາວ ບໍ່ບັນລຸຕາມຄາດໝາຍທີ່ລັດຖະບານວາງໄວ້ນັ້ນ ມີສອງສາເຫດສໍາຄັນ ຄື: ສາເຫດທາງດ້ານພາວະວິໄສ ຍ້ອນຄວາມຈໍາເປັນທາງດ້ານການພັດທະນາເສດຖະກິດ-ສັງຄົມ ແລະ ການລຶບລ້າງຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ມີຄວາມຈໍາເປັນຕ້ອງບຸກເບີກເນື້ອທີ່ປ່າໄມ້ ແລະ ຫັນປ່ຽນທີ່ດິນປ່າໄມ້ສ່ວນໜຶ່ງ ໄປເປັນດິນປະເພດອື່ນ ເພື່ອພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ ກໍ່ສ້າງເຂື່ອນໄຟຟ້າ, ຂຸດຄົ້ນບໍ່ແຮ່ ແລະ ອື່ນໆ. ສ່ວນສາເຫດທາງດ້ານອັດຕະວິໄສ: ເກີດຈາກຄວາມຂາດສະຕິ ແລະ ເຫັນແກ່ໂຕຂອງບາງກຸ່ມຄົນ ທີ່ໄດ້ລັກ ລອບຕັດໄມ້ ແລະ ຄ້າຂາຍໄມ້ຜິດກົດໝາຍ ແບບມີການຈັດຕັ້ງເປັນລະບົບເຊື່ອມໂຍງກັນ ຍ້ອນຄວາມຕ້ອງການໄມ້ຢູ່ຕະຫລາດນອກປະເທດຍັງມີສູງ.

ຂະນະທີ່ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບປ່າໄມ້ ລວມເຖິງການຈັດຕັ້ງປະຕິບັດລະບົບ ແລະ ກົນໄກການຄຸ້ມຄອງປ່າໄມ້ຍັງບໍ່ສາມາດປະຕິບັດໄດ້ຢ່າງທົ່ວເຖິງ.

12. ລັດຖະບານລາວເປີດໄຟຂຽວໃຫ້ບໍລິສັດຈາກສິງກະໂປສຶກສາຄວາມເປັນໄປໄດ້ໃນການລົງທຶນ ເພື່ອພັດ ທະນາໂຄງການພະລັງງານຄວາມຮ້ອນຖ່ານຫີນ ຂະໜາດ 1,000 ເມກາວັດ ທີ່ເມືອງດາກຈຶງ ແຂວງເຊກອງ

ບໍລິສັດລົງທຶນພະລັງງານ ເອໂວລູຊັ້ນ (EPIC) ແລະ ບໍລິສັດ ຄູນມີໄຊ ກໍ່ສ້າງ ແລະ ສ້ອງແປງຂົວ-ທາງ (KMX) ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກັບລັດຖະບານລາວ ໃນວັນທີ 27 ພຶດສະພາ 2020 ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາໂຮງງານຜະລິດໄຟຟ້າພະລັງງານຄວາມຮ້ອນ ຂະໜາດ 1,000 ເມກາວັດ ທີ່ເມືອງດາກຈຶງ ແຂວງເຊກອງ ດ້ວຍມູນຄ່າປະມານ 1,7 ຕື້ໂດລາ ແລະ ຄາດວ່າຈະໃຫ້ສຳເລັດໃນປີ 2027.

ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ, ບໍລິສັດ EPIC ແລະ KMX ໄດ້ຮັບອະນຸຍາດໃຫ້ດຳເນີນການຄົ້ນຄວ້າສຶກສາຄວາມເປັນໄປໄດ້ດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມຂອງໂຄງການໂຮງງານຜະລິດໄຟຟ້າພະລັງຄວາມຮ້ອນນີ້ ໂດຍໂຄງການດັ່ງກ່າວແມ່ນຈະຜະລິດກະແສໄຟຟ້າຕະຫຼອດປີສຳລັບການສົ່ງອອກໄປປະເທດເພື່ອນບ້ານເຊັ່ນ: ໄທ, ຫວຽດ ນາມ ແລະ ກຳປູເຈຍ ພ້ອມທັງ ສະໜອງການນຳໃຊ້ພາຍໃນປະເທດຈຳນວນໜຶ່ງ.

13. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງ ໃຫ້ເອົາໃຈໃສ່ກວດກາດ້ານຄວາມໂປ່ງໃສຂອງພາກສ່ວນຕ່າງໆໃນການຄຸ້ມຄອງງົບປະມານ ຊົດເຊີຍ ຜູ້ຖືກຜົນກະທົບຈາກເຫດການເຂື່ອນເຊປ່ຽນເຊນໍ້ານ້ອຍແຕກ ເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງສວຍໂອກາດ

ທ່ານ ປອ ບຸນທອງ ຈິດມະນີ, ຮອງນາຍົກລັດຖະມົນຕີ ແລະ ປະທານ ອົງການກວດກາລັດຖະບານ ໄດ້ລາຍງານກ່ຽວກັບ ຜົນການກວດກາຄວາມຮັບຜິດຊອບຂອງເຈົ້າໜ້າທີ່ລັດທີ່ກ່ຽວຂ້ອງກັບການອານຸມັດກໍ່ສ້າງ ແລະ ເຕືອນໄພລ່ວງໜ້າກ່ອນຄູກັນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກພັງ ໂດຍໄດ້ເນັ້ນວ່າ ຄະນະຮັບຜິດຊອບ ແລະ ກະຊວງທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ ປະສານສົມທົບກັບແຂວງອັດຕະປື ກໍ່ຄືເມືອງສະໜາມໄຊ ກວດກາຄືນການຈັດສັນທີ່ຢູ່ອາໄສ ແລະ ບ່ອນທໍາການຜະລິດຂອງປະຊາຊົນ ຜູ້ທີ່ຖຶກຜົນກະທົບຈາກການແຕກພັງຂອງເຂື່ອນໃຫ້ໄວຂຶ້ນຕື່ມ ເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽນ ແລະ ໄດ້ດໍາລົງຊີວິດທໍາມາຫາກິນເປັນປົກກະຕິໂດຍໄວ. ພ້ອມນັ້ນ ຄະນະພັກ, ອົງການປົກຄອງ ແຂວງອັດຕະປື ແລະ ເມືອງສະໜາມໄຊ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ໃນການຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນທີ່ຖືກຜົນກະທົບຈາກເຂື່ອນແຕກ ໃຫ້ກັບຄືນສູ່ສະພາບປົກກະຕິໄວເທົ່າໃດຍິ່ງເປັນການດີ, ໃນນີ້ໃຫ້ເອົາ ໃຈໃສ່ຕິດຕາມ, ກວດກາດ້ານຄວາມໂປ່ງໃສຂອງພາກສ່ວນຕ່າງໆໃນການຄຸ້ມຄອງທຶນຮອນ, ຊັບສິນ, ງົບປະມານຊົດເຊີຍ, ຊ່ວຍເຫຼືອຜູ້ຖືກຜົນກະທົບ ບໍ່ໃຫ້ເກີດມີຊ່ອງຫວ່າງສວຍໂອກາດຕ່າງໆ.

ອ່ານຂ່າວທີ່ກ່ຽວຂ້ອງ:

14.ນັບແຕ່ປີ 2016 ເປັນຕົ້ນມາ ລັດຖະບານລາວໄດ້ແຈ້ງໃຫ້ຍົກເລີກໂຄງການລົງທຶນທັງໝົດ 82 ໂຄງການ ໃນນັ້ນຂະແໜງບໍ່ແຮ່ 70 ໂຄງການ, ໄຟຟ້າ 9 ໂຄງການ ແລະ ກະສິກໍາ 3 ໂຄງການ

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຕໍ່ປະຊຸມວ່າ ຜ່ານມາ ລັດຖະບານ ໄດ້ອະນຸຍາດໂຄງການລົງທຶນໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ ໃນຫລາຍຂະແໜງການໃນກິດຈະການທົ່ວໄປ ແລະ ກິດຈະການສຳປະທານ.

ເຊິ່ງພາຍຫລັງໄດ້ຮັບອະນຸມັດແລ້ວ, ຫລາຍໂຄງການກໍມີຄວາມຄືບໜ້າດີ ແຕ່ມີບາງໂຄງການທີ່ຈັດຕັ້ງປະຕິບັດຫລ້າຊ້າ, ບໍ່ມີຄວາມຄືບໜ້າ ແລະ ມີລັກສະນະຈັບຈອງໂຄງການ. ຕໍ່ກັບບັນຫາດັ່ງກ່າວ, ກະຊວງແຜນການ ແລະ ການລົງທຶນ ໄດ້ມີມາດຕະການໃນການຕິດຕາມກວດກາໂຄງການເພື່ອປະຕິບັດໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍຂອງຂະແໜງການທີ່ກ່ຽວຂ້ອງ ແລະ ຕາມເນື້ອໃນຂອງສັນຍາ. ພ້ອມດຽວກັນ, ກໍເອົາໃຈໃສ່ປະຕິບັດນິຕິກຳຂອງລັດຖະບານຕ່າງໆ ເປັນຕົ້ນຄຳສັ່ງ 08/ນຍ ແລະ 09/ນຍ ກ່ຽວກັບການກວດກາປະເມີນຕີລາຄາການຈັດຕັ້ງບັນດາໂຄງການລົງທຶນທີ່ໄດ້ຮັບການອະນຸມັດ.

ອ່ານຂ່າວທີ່ກ່ຽວຂ້ອງ:

15.ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ 85% ບໍ່ເຫັນດີ ຕໍ່ກັບ ຮ່າງຂໍ້ຕົກລົງ ການຊົດເຊີຍຄ່າເສຍຫາຍແກ່ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາ ທ່າບົກ-ທ່ານາແລ້ງ

ຫຼັງຈາກທີ່ບັນດາ ສສນວ ແລະ ສຊຊ ເຂດເລືອກຕັ້ງທີ 1ໄດ້ຮັບຟັງການສະເໜີຮ່າງຂໍ້ຕົກລົງວ່າດ້ວຍການກຳນົດຂອບເຂດ ແລະ ຮັບຮອງລາຄາທົດແທນຄ່າເສຍຫາຍໃຫ້ຜູ້ທີ່ຖືກຜົນກະທົບຈາກໂຄງການພັດທະນາ ທ່າບົກ-ທ່ານາແລ້ງ ໂດຍ ພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງ ສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປນວ) ຊຸດທີ I ກໍ່ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງຂໍ້ຕົກລົງດັ່ງກ່າວ ວ່າຍັງມີບາງເນື້ອໃນທີ່ບໍ່ຄົບຖ້ວນ, ບໍ່ສອດຄ່ອງ ແລະ ແທດເໝາະກັບຄວາມເປັນຈິງ ໂດຍສະເພາະຂອບເຂດໂຄງການ, ເຂດທີ່ໄດ້ຮັບຜົນກະທົບ ແລະ ການຊົດເຊີຍ ຫຼື ການທົດແທນຄືນຄ່າເສຍຫາຍທີ່ຈະເກີດຂຶ້ນ ຕໍ່ກັບປະຊາຊົນທີ່ອາໄສໃນຂອບເຂດບໍລິເວນພື້ນທີ່ທີ່ຈະພັດທະນາໂຄງການ.

ຜ່ານການລົງຄະແນນສຽງຮັບຮອງເອົາຮ່າງຂໍ້ຕົກລົງດັ່ງກ່າວ ສສນວ ເຫັນດີ ພຽງ 15%, ບໍ່ເຫັນດີ ເຖິງ 85% ເຊິ່ງຖືວ່າ ຮ່າງຂໍ້ຕົກລົງບໍ່ຜ່ານ. ສະນັ້ນ ປະທານກອງປະຊຸມ ຈຶ່ງໄດ້ໃຫ້ຄະນະຮັບຜິດຊອບນໍາເອົາຄໍາຄິດເຫັນຈາກກອງປະຊຸມ ໃຫ້ໄປປັບປຸງຕາມຄໍາແນະນໍາ ໂດຍຕ້ອງເຮັດໃຫ້ມີເນື້ອລະອຽດຄົບຖ້ວນສົມບູນ ແລ້ວຈຶ່ງນຳມາຜ່ານ ສປນວ ອີກຄັ້ງ.

ອ່ານຂ່າວທີ່ກ່ຽວຂ້ອງ:

16. ຄົນຕ່າງປະເທດ ສາມາດເປັນເຈົ້າຂອງຫ້ອງຊຸດຕຶກຄອນໂດມີນຽມ ຢູ່ປະເທດລາວ ໄດ້ຕາມອາຍຸການໃຊ້ງານຂອງຕຶກ ຕາມທີ່ລະບຸໄວ້ໃນ ກົດໝາຍທີ່ດິນສະບັບປັບປຸງ

ກົດໝາຍທີ່ດິນສະບັບປັບປຸງ ຈະສາມາດໃຫ້ຄົນຕ່າງປະເທດ ມີສິດຄອບຄອງພື້ນທີ່ໃນຕຶກຄອນໂດມີນຽມໄດ້ ຕາມອາຍຸການໃຊ້ງານຂອງຕຶກ ໂດຍໄດ້ລະບຸໄວ້ ໃນກົດໝາຍທີ່ດິນ ສະບັບປັບປຸງ ມາດຕາທີ 132 ວ່າດ້ວຍການໄດ້ສິດນໍາໃຊ້ທີ່ດິນຈາກການຊື້ຫ້ອງຊຸດໃນຄອນໂດມີນຽມ ໂດຍເນື້ອຫາຂອງມາດຕານີ້ໄດ້ລະບຸກ່ຽວກັບກໍາມະສິດຂອງຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ຄົນຕ່າງປະເທດ ແລະ ຄົນຕ່າງປະເທດທີ່ເປັນເຊື້ອຊາດລາວ ວ່າ ພວກເຂົາ ສາ ມາດຊື້ ແລະ ເປັນເຈົ້າຂອງຫ້ອງ ຫຼື ຕຶກຄອນໂດ ຢູ່ ປະເທດລາວ ໄດ້ ໂດຍຈະມີກໍາມະສິດໃນຫ້ອງຊຸດທີ່ຊື້ ເປັນໄລຍະເວລາທີ່ຢ່າງນານ ໂດຍອີງຕາມອາຍຸຂອງສິ່ງປຸກສ້າງ. ສ່ວນສິດນໍາໃຊ້ທີ່ດິນທີ່ປຸກສ້າງຄອນໂດມີນຽມນັ້ນ ແມ່ນຍັງເປັນສິດນໍາໃຊ້ທີ່ດິນຂອງນິຕິບຸກຄົນທີ່ເປັນເຈົ້າຂອງສິດນໍາໃຊ້ທີ່ດິນດັ່ງກ່າວ. ໃນກໍລະນີທີ່ຕຶກຄອນໂດມີນຽມຕັ້ງຢູ່ທີ່ດິນລັດ ແມ່ນຈະມີສິດນໍາໃຊ້ທີ່ດິນຂອງລັດຮ່ວມກັນ.

17. ສີ່ ຂໍ້ແນະນໍາທີ່ສຳຄັນກ່ຽວກັບສິດທິທີ່ດິນໃນປະເທດລາວ ໃນບົດລາຍງານຜົນໄດ້ຮັບຂອງກົນໄກທົບທວນປະຈໍາໄລຍະດ້ານສິດທິມະນຸດ (UPR) ສໍາລັບ ສປປ ລາວ

ໃນວັນທີ 28 ກັນຍາ 2020 ນີ້ ສະພາສິດທິມະນຸດຂອງສະຫະປະຊາຊາດໄດ້ຮັບຮອງເອົາບົດລາຍງານຜົນໄດ້ຮັບຂອງກົນໄກທົບທວນປະຈໍາໄລຍະດ້ານສິດທິມະນຸດ (UPR) ສໍາລັບ ສປປ ລາວ ທີ່ກອງປະຊຸມຄັ້ງທີ 45 ເຊິ່ງໃນບົດລາຍງານ UPR ນີ້ປະກອບມີບັນດາ ຄໍາແນະນໍາຈາກບັນດາປະເທດສະມາຊິກທີ່ສະເໜີຕໍ່ກັບລັດຖະບານລາວ ທັງໝົດ 226 ຂໍ້ ໃນນັ້ນມີ 4 ຂໍ້ແນະນໍາທີ່ກ່ຽວກັບປະເດັນເລື່ອງທີ່ດິນໃນ ສປປ ລາວ.

ຈາກຂໍ້ແນະນໍາທັງໝົດໃນບົດລາຍງານ 266 ຂໍ້ ລັດຖະບານໄດ້ສະໜັບສະໜູນຢ່າງເຕັມທີ່ຕໍ່ 160 ຂໍ້ສະເໜີແນະນຳ ແລະ ໄດ້ຮັບຮອງເອົາ 66 ຂໍ້ ຕາມຜົນຂອງການປຶກສາຫາລືທີ່ນຳພາໂດຍຄະນະກຳມະການເເຫ່ງຊາດວ່າດ້ວຍສິດທິມະນຸດກັບອົງການປົກຄອງ, ນິຕິກຳ ແລະ ອຳນາດຕຸລາການທີ່ກ່ຽວຂ້ອງ ແລະພາກສ່ວນກ່ຽວຂ້ອງອື່ນໆ, ລວມທັງອົງການຈັດຕັ້ງທາງສັງຄົມ.

ອ່ານຂ່າວທີ່ກ່ຽວຂ້ອງ:

18. “ຕ້ອງມີມາດຕະການເຂັ້ມງວດຕໍ່ໂຄງການ ກິດຈະການທີ່ ບໍ່ປະຕິບັດຕາມກົດໝາຍ ສັນຍາ ສໍາປະທານ ແລະ ມີຜົນກະທົບຮ້າຍແຮງ ຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ ພ້ອມທັງປະຕິບັັດມາດຕະການຢ່າງເຂັ້ມງວດຕໍ່ພະນັກງານລັດ ແລະ ຜູ້ລົງທຶນທີ່ລະເມີດກົດໝາຍ”

ທ່ານນາງ ສວນສະຫວັນ ວິຍະເກດ, ເລຂາທິການສະພາແຫ່ງຊາດ ຜ່ານຮ່າງມະຕິກອງປະຊຸມຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງຄະນະປະຈໍາສະພາ ກ່ຽວກັບຜົນການຕິດຕາມ ກວດກາການຈັດຕັ້ງປະຕິບັດກົດໝາຍກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ 8, ວັນທີ 2 ກໍລະກົດ 2020 ໂດຍໄດ້ສະເໜີຜົນໄດ້ຮັບທີ່ສໍາຄັນ ໃນການຈັດຕັ້ງປະຕິບັດກົດໝາຍ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ຊັບ ພະຍາກອນທໍາມະຊາດ. ໃນຕອນໜຶ່ງຂອງການນໍາສະເໜີ ທ່ານໄດ້ກ່າວວ່າ “ຕ້ອງມີມາດຕະການເຂັ້ມງວດຕໍ່ໂຄງການ ກິດຈະ ການທີ່ ບໍ່ປະຕິບັດຕາມກົດໝາຍ ສັນຍາ ສໍາປະທານ ແລະ ມີຜົນກະທົບຮ້າຍແຮງ ຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ ພ້ອມທັງປະຕິບັັດມາດຕະການຢ່າງເຂັ້ມງວດຕໍ່ພະນັກງານລັດ ແລະ ຜູ້ລົງທຶນທີ່ລະເມີດກົດໝາຍ”

ໃນກອງປະຊຸມດຽວກັນ ທ່ານ ບຸນປອນ ບຸດຕະນະວົງໄດ້ຜ່ານບົດລາຍງານກ່ຽວກັບການຕິດຕາມກວດກາ ເຊິ່ງໄດ້ສະເໜີໃຫ້ເຫັນເຖິງຫຼາຍບັນຫາທີ່ເກີດຂື້ນໃນວຽກງານແຮ່ທາດໃນປະເທດລາວ ໂດຍສະເພາະ ແມ່ນການເຮັດວຽກຂອງໜ່ວຍງານທີ່ກ່ຽວຂ້ອງ ແລະ ລະເມີດຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 08/ນຍ ລົງວັນທີ 2 ກໍລະກົດ 2018 ວ່າດ້ວຍ ການເພີ່ມທະວີການຄຸ້ມຄອງກິດຈະການ ແຮ່ທາດໃນສປປ ລາວ.

ນັບແຕ່ປີ 1990 ເປັນຕົ້ນມາ, ລັດຖະບານລາວ ໄດ້ເປີດກວ້າງໂດຍອະນຸຍາດໃຫ້ຜູ້ລົງທຶນທັງພາຍໃນແລະຕ່າງປະເທດ ສາມາດລົງທຶນເຂົ້າໃສ່ການພັດທະນາອຸດສາຫະກຳບໍ່ແຮ່. ຊຶ່ງມາຮອດປັດຈຸບັນ ໂຄງການດ້ານແຮ່ທາດທີ່ໄດ້ຮັບອະນຸຍາດໃຫ້ມີການຂຸດຄົ້ນໃນເນື້ອທີ່ທັງໝົດ 7,281,047.42 ເຮັກຕາ ກວມເອົາ 30.75% ຂອງເນື້ອທີ່ປະເທດລາວ.

ອ່ານຂ່າວທີ່ກ່ຽວຂ້ອງ:

19. ໂຄງການພັດທະນາຕົວເມືອງນະຄອນຫຼວງວຽງຈັນ ສະບັບທີ 3 ກວມເອົາເນື້ອທີ່ 61,600 ເຮັກຕາ

ທ່ານ ບຸນປອນ ສີສຸລາດ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຄະນະປະຈໍາສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ໃຫ້ເອົາໃຈໃສ່ບາງບັນຫາສຳຄັນ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດ ວຽກງານແຜນຜັງ ລວມຕົວເມືອງນະ ຄອນຫວງວຽງຈັນ ສະບັບທີ 3 ໃຫ້ມີປະສິດທິຜົນ. ເຊິ່ງການວາງແຜນຜັງສະບັບທີ 3 ນີ້ ແມ່ນກວມເອົາເນື້ອທັງໝົດ 61,600 ເຮັກຕາ ເທົ່າກັບ 16% ຂອງເນື້ອທີ່ທັງໝົດຂອງນະຄອນຫລວງວຽງຈັນ.

ຕໍ່ກັບໂຄງການດັ່ງກ່າວ ທ່ານ ບຸນປອນ ສີສຸລາດ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຄະນະປະຈໍາສະພາແຫ່ງຊາດກ່າວວ່າ ເມື່ອຈະມີການພັດທະນາຈະຕ້ອງໄດ້ທົດແທນຄ່າເສຍຫາຍໃຫ້ສຳເລັດກ່ອນການຈັດຕັ້ງປະຕິບັດໂຄງການ, ສິ່ງສໍາຄັນຕ້ອງຮັບປະກັນດ້ານຜົນປະໂຫຍດອັນຊອບທໍາຂອງເຂົາເຈົ້າ, ຖ້າໂຄງການໃດບໍ່ທັນມີງົບ ປະມານຊົດເຊີຍ ຄວນໃຫ້ເຈົ້າຂອງທີ່ດິນນຳໃຊ້ເພື່ອທຳມາຫາກິນຕໍ່ໄປໄດ້ ບໍ່ຄວນຈອງທີ່ດິນເຂົາໄວ້ ໂດຍບໍ່ມີກຳນົດເວລາທີ່ແນ່ນອນ.

 ອ່ານຂ່າວທີ່ກ່ຽວຂ້ອງ:

20. ລັດຖະບານລາວເຫັນດີໃຫ້ຂາຍສິດນໍາໃຊ້ທີ່ດິນໃນເຂດສະຫງວນສອງຟາກ 450 ປີ ເພື່ອນຳເງິນມາຊຳລະທະນາ ຄານແຫ່ງ ສປປ ລາວ ແລະ ຄ່າກໍ່ສ້າງເສັ້ນທາງ

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ກ່ຽວກັບການປະກາດຂາຍສິດນຳໃຊ້ທີ່ດິນ ໃນເຂດສະຫງວນສອງຟາກຖະໜົນວຽງຈັນ 450 ປີ ເບື້ອງລະ 50 ແມັດ ຈຳນວນ 93 ຕອນ, ເນື້ອທີ່ 283,500 ຕາແມັດ ໃຫ້ບຸກຄົນ, ນິຕິບຸກຄົນທົ່ວໄປ ເພື່ອນຳເງິນມາຊຳລະທະນາຄານແຫ່ງ ສປປ ລາວ ແລະ ຄ່າກໍ່ສ້າງເສັ້ນທາງ.

ຂໍ້ຕົກລົງເກີດຂື້ນ ຫຼັງຈາກ ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ມີການ ມອບ-ໂອນ ສິດນໍາໃຊ້ທີ່ດິນ ໃນເຂດສະຫງວນ 2 ເບື້ອງຂອງເສັ້ນທາງ ດັ່ງກ່າວ ໃຫ້ແກ່ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງເພື່ອສືືບຕໍ່ພັດທະນາໃຫ້ເຂດດັ່ງກ່າວເປັນທີ່ນ່າສົນໃຈຂອງຜູ້ທີ່ຈະມາຊື້ດິນ ໃນຊ່ວງໄລຍະເວລາ 5 ປີ ຕໍ່ຫນ້າເພື່ອມາເປັນທຶນຊໍາລະໜີ້ ທຫລ ໃຫ້ສໍາເລັດໂດຍບໍ່ໄດ້ໃຊ້ງົບປະມານຂອງລັດ.

ອ່ານຂ່າວທີ່ກ່ຽວຂ້ອງ: