
ໂດຍ LIFE/LIWG
ຄູ່ມືແນະນໍາສະບັບນີ້ ແມ່ນໄດ້ພັດທະນາຂຶ້ນມາເພື່ອເປັນເຄື່ອງມືສະໜັບສະໜູນການຝຶກອົບຮົມ ໃຫ້ກັບບັນດາອົງການຈັດຕັ້ງລັດ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ທີ່ນຳໃຊ້ປະຕິທີນກົດໝາຍ ເປັນສື່ໂຄສະນາໃນການຝຶກອົບຮົມວຽກງານກົດໝາຍຕາມນະໂຍບາຍ ແລະ ກົດໝາຍທີ່ກ່ຽວຂ້ອງກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ.
ໃນຄູ່ມືແນະນໍາສະບັບນີ້ ໄດ້ຄັດເລືອກເອົາເຄື່ອງມື ແລະ ວິທີການທີ່ເຫັນວ່າມີຄວາມສໍາຄັນ ແລະ ເໝາະສົມກັບຜູ້ເຂົ້າຮ່ວມທີ່ມີລະດັບຄວາມຮູ້ພື້ນຖານທາງດ້ານກົດໝາຍ ທີ່ພົວພັນກັບການດຳລົງຊີວິດຂອງປະຊາຊົນ ແລະ ບັນດາຫຼັກການກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດໃຫ້ຍືນຍົງ, ການມີສ່ວນຮ່ວມໃນຂະບວນການພັດທະນາຕ່າງໆ ຕະຫຼອດຮອດການຮຽນຮູ້ຊ່ອງທາງໃນການເຂົ້າເຖີງຂະບວນການຍຸຕິທຳ.
ນອກຈາກນີ້ ເຄື່ອງມື ແລະ ວິທີການທີ່ຢູ່ໃນຄູ່ມື ແມ່ນສາມາດເຊື່ອມໂຍງໃສ່ເນື້ອໃນທາງດ້ານກົດໝາຍໃນປະຕິທິນໄດ້ເປັນຢ່າງດີ ເຊິ່ງຈະເຮັດໃຫ້ສາມາດນຳໃຊ້ໃນເຂົ້າວຽກງານໂຄສະນາຢ່າງງ່າຍດາຍ, ຜູ້ເຂົ້າຮ່ວມເຂົ້າໃຈງ່າຍ, ສາມາດນຳໃຊ້ບົດຮຽນໄດ້ແທ້ພາຍຫຼັງທີ່ໄດ້ເຂົ້າ ຮ່ວມການຝຶກອົບຮົມ ໂດຍສະເພາະແມ່ນໄດ້ຍົກເອົາຮູບພາບ, ວີດີໂອ, ເຫດ ການທີ່ເກີດຂື້ນຕົວຈິງ, ການວາດພາບ, ການເລົ່າເລື່ອງ, ການຫຼີ້ນເກມ ແລະ ອ່ື່ນໆ ເຂົ້າມາສ້າງຄວາມຫຼາກຫຼາຍໃນການໂຄສະນາ ໂດຍສະເພາະໃນຂັ້ນຊຸມຊົນ.
ປື້ມຄູ່ມືນີ້ ແມ່ນໃຊ້ຄວບຄູ່ Legal Calendar ເພື່ອໃຊ້ການຝຶກອົບຮົມ.