ການຈັດການ, ການບໍາບັດສານເຄມີ ແລະ ສິ່ງເສດເຫຼືອ: ປະຕິທິນກົດໝາຍ ປະຈຳເດືອນ ພຶດສະພາ – ມີຖຸນາ 2023

700

By admin

ການຈັດການ, ການບໍາບັດສານເຄມີ ແລະ ສິ່ງເສດເຫຼືອ: ປະຕິທິນກົດໝາຍ ປະຈຳເດືອນ ພຶດສະພາ – ມີຖຸນາ 2023 ແມ່ນເພື່ອໃຫ້ຕໍ່ເນື່ອງຈາກຫົວຂໍ້ຜົນກະທົບຂອງການນໍາໃຊ້ສານເຄມີເຂົ້າໃນວຽກງານກະສິກໍາ ແລະ ວິທີຫຼຸດຜ່ອນໃນປະຕິທິນກົດໝາຍປີ 2022 ທີ່ໄດ້ເນັ້ນກ່ຽວກັບຄວາມຮັບຜິດ ຊອບຂອງບັນດາຜູ້ລົງທຶນດ້ານກະສິກໍາ, ເຊິ່ງໃນປີນີ້ແມ່ນເນັ້ນໃສ່ ຂໍ້ຫ້າມທົ່ວໄປ ກ່ຽວກັບ ຢາປາບສັດຕູພືດ ແລະ ສິ່ງເສດເຫຼືອຈາກຢາປາບສັດຕູພືດ, ການບໍາບັດສິ່ງເສດເຫຼືອເຄມີເປັນພິດ ແລະ ອັນຕະລາຍ, ການເກັບຮັກສາສິ່ງເສດເຫຼືອເຄມີອັນຕະລາຍ ແລະ ການກໍາຈັດສິ່ງເສດເຫຼືອ ທີ່ລວມທັງການນໍາໃຊ້ຂອງປະຊາຊົນເຂົ້າໃນການເຮັດກະສິກໍາ. 

ປະຕິທິນຫົວຂໍ້ນີ້ ແມ່ນໄດ້ເນັ້ນເຖິງຂໍ້ຫ້າມທົ່ວໄປກ່ຽວກັບ ຢາປາບສັດຕູພືດ ເຊັ່ນ: ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້: ຖິ້ມ, ລ້າງ ຫຼື ຖອກ ສິ່ງເສດເຫຼືອຢາປາບສັດຕູພືດ ລົງແຫຼ່ງນໍ້າ ແລະ ເຂດຊຸມຊົນ; ແລະ ວິທີປ້ອງການໂດຍການໃສ່ຊຸດປ້ອງກັນ ເພື່ອກຽມພ້ອມປະຕິບັດໜ້າທີ່ໃນການບໍາບັດສິ່ງເສດເຫຼືອເຄມີທີ່ເປັນພິດ ແລະ ອັນຕະລາຍ ເຊັ່ນ: ຢາປາບສັດຕູພືດ, ຢາຂ້າຫຍ້າ. ນອກຈາກນີ້ ຍັງໄດ້ແນະນຳການບຳບັດສິ່ງເສດເຫຼືອເຄມີທີ່ເປັນພິດ ແລະ ອັນຕະລາຍ ເຊັ່ນ: ການຂຸດຂຸມບຳບັດຂີ້ເຫຍື້ອ, ສະຖານທີ່ເກັບມ້ຽນຂີ້ເຫຍື້ອ, ການແຍກຂີ້ເຫຍື້ອ ແລະ ລະບົບບຳບັດນ້ຳ.

+ ສໍາລັບການນໍາສະເໜີຫົວຂໍ້ນີ້ ແມ່ນໄດ້ອີງໃສ່ ເອກະສານສໍາຄັນຄື:

ກົດໝາຍວ່າດ້ວຍ ການຄຸ້ມຄອງເຄມີ ເລກທີ 25/ສພຊ, ລົງວັນທີ 10 ພະຈິກ 2016

  • ມາດຕາ 20 ການເກັບຮັກສາສິ່ງເສດເຫຼືອເຄມີອັນຕະລາຍ

ກົດໝາຍ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012

  • ມາດຕາ 38 (ໃໝ່) ການກໍາຈັດສິ່ງເສດເຫຼືອ (ວັກ 1)

ດໍາລັດ ວ່າດ້ວຍການຄຸ້ມຄອງຢາປາບສັດຕູພືດ, ສະບັບເລກທີ 258/ລບ, ລົງວັນທີ 24 ສິງຫາ 2017

  • ມາດຕາ 48 ຂໍ້ຫ້າມທົ່ວໄປ

ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ກວດກາການບຳບັດ, ກຳຈັດສິ່ງເສດເຫຼືອເຄມີເປັນພິດ ແລະ ອັນຕະລາຍ, ສະ ບັບເລກທີ 3649/ກຊສ, ລົງວັນທີ 03 ສິງຫາ 2021

  • ມາດຕາ 10 ການບໍາບັດສິ່ງເສດເຫຼືອເຄມີເປັນພິດ ແລະ ອັນຕະລາຍ (ວັກ 1) 

————-

ອ່ານລາຍລະອຽດເພີ່ມເຕີມກ່ຽວກັບຫົວຂໍ້ດັ່ງຂ້າງລຸ່ມນີ້: