Public participation in land lease and concession projects: Legal Calendar topic of March – April 2021

2266

By LIWG

ໃນໄລຍະທີ່ຜ່ານມາ ເຖິງປັດຈຸບັນເຮົາເຫັນວ່າ ມີຫຼາຍໂຄງການພັດທະນາເກີດຂື້ນພາຍໃນປະເທດ ທີ່ຕິດພັນກັບການລົງທຶນທີ່ກ່ຽວກັບທີ່ດິນ ຄືການເຊົ່າ ແລະ ສໍາປະທານທີ່ດິນ. ເຊິິ່ງໂຄງການເຫຼົ່ານັ້ນກໍ່ມີທັງຜົນດີ ກໍ່ຄືການພັດທະນາປະເທດ ແຕ່ກໍ່ມີຫຼາຍໂຄງການທີ່ຍັງເປັນບັນຫາ ແລະ ສ້າງຜົນກະທົບແກ່ປະຊາຊົນ ໂດຍສະເພາະການສູນເສຍທີ່ດິນ ແລະ ແຫຼ່ງທໍາມາຫາກິນ.

ສະນັ້ນ ຈຶ່ງເປັນສິ່ງທີ່ສໍາຄັນຍິ່ງທີ່ໂຄງການພັດທະນາຈະຕ້ອງໄດ້ຄໍານຶງເຖິງຜົນກະທົບທີ່ເກີດຂື້ນກັບປະຊາຊົນ ແລະ ສິ່ງແວດລ້ອມທີ່ຈະເກີດຂື້ນຈາກການພັດທະນາ ແລະ ຕ້ອງໄດ້ຫຼີກລ່ຽງ ຫຼື ເຮັດໃຫ້ມີຜົນກະທົບໜ້ອຍທີ່ສຸດຕໍ່ກັບປະຊາຊົນ ແລະ ສິ່ງແວດລ້ອມ.

ການລົງທຶນຢ່າງມີຄວາມຮັບຜິດຊອບນັ້ນເປັນສິ່ງທີ່ສໍາຄັນສຸດ ໂດຍສະເພາະການມີສ່ວນຮ່ວມຂອງປະຊາຊົນຕໍ່ກັບໂຄງການທີ່ຈະສ້າງຜົນກະທົບຕໍ່ການດໍາລົງຊີວິດ ແລະ ທີ່ດິນຂອງເຂົາເຈົ້າ.  

ການມີສ່ວນຮ່ວມຂອງຊຸມຊົນໃນໂຄງການເຊົ່າ ແລະ ສໍາປະທານທີ່ດິນ ເປັນສິ່ງທີ່ສໍາຄັນ ເພື່ອຮັບປະກັນການມີສ່ວນຮ່ວມຂອງທຸກພາກ ສ່ວນຢ່າງແທ້ຈິງບໍ່ວ່າຈະເປັນຊາວບ້ານທີ່ອາໄສໃນບໍລິເວນໂຄງການ ຫຼື ຜູ້ທີ່ຈະຖຶກຜົນກະທົບໂດຍກົງຈາກໂຄງການ, ໂດຍສະເພາະແມ່ນການເຂົ້າຮ່ວມຮັບຟັງກ່ຽວກັບຜົນດີ ແລະ ຜົນເສຍທີ່ຈະເກີດຂື້ນຈາກໂຄງການ ຜົນໄດ້ຮັບ ຫຼື ຄ່າຕອບແທນທີ່ຈະໄດ້ຮັບ, ນອກຈາກນັ້ນ ຍັງລວມໄປເຖີງບັນດາວິທີການມີສ່ວນຮ່ວມຕ່າງໆໃນຂະບວນການຕັດ ສິນໃຈບັນຫາຕ່າງໆຢ່າງໂປ່ງໃສ.

ຕໍ່ກັບປະເດັນດັ່ງກ່າວ ເພື່ອການເຜີຍແຜ່ເຖິງຄວາມສໍາຄັນຂອງ ການມີສ່ວນຮ່ວມຂອງຊຸມຊົນໃນໂຄງການເຊົ່າ ແລະ ສໍາປະທານທີ່ດິນ ພວກເຮົາຈຶ່ງໄດ້ມີການນໍາສະເໜີຫົວຂໍ້ດັ່ງກ່າວ ໃນປະຕິທິນໜ້າປະຈໍາເດືອນ ມີນາ – ເມສາ 2021 (ຕາມຮູບພາບນີ້).

ເອກະສານນິຕິກໍາທີ່ອ້າງອີງໃນຫົວຂໍ້ດັ່ງກ່າວແມ່ນອີງໃສ່ ກົດໝາຍສອງສະບັບຄື: