ການສືບທອດມູນມໍຣະດົກກ່ຽວກັບທີ່ດິນ: ປະຕິທິນກົດໝາຍ ປະຈຳເດືອນ ພະຈິກ-ທັນວາ ປີ 2022

857

By admin

ປະຕິທິນກົດໝາຍ ປະຈຳເດືອນ ພະຈິກ – ທັນວາ ປີ 2022 ນຳສະເໜີຫົວຂໍ້ “ການສືບທອດມູນມໍຣະດົກກ່ຽວກັບທີ່ດິນ” ເປັນສິດທີ່ຖືກກຳນົດໄວ້ໃນກົດໝາຍ, ແຕ່ປະຊາຊົນສ່ວນຫຼາຍແມ່ນຍັງຂາດຄວາມເຂົ້າໃຈທີ່ຖືກຕ້ອງ ໂດຍສະເພາະການສືບທອດມູນມໍຣະດົກກ່ຽວກັບທີ່ດິນ. ສະນັ້ນ, ໃນຮູບພາບນີ້ແມ່ນສະແດງໃຫ້ເຫັນ ຊັບເດີມ ແລະ ສິນສົມສ້າງ ທີ່ເປັນເຮືອນ ແລະ ທີ່ດິນປຸກສ້າງ, ທີ່ດິນນາ ຫຼື ທີ່ດິນສວນ, ຜູ້ສືບທອດມູນມໍຣະດົກຕາມກົດໝາຍ ແລະ ການສືບທອດມູນມໍຣະດົກຕາມພິໄນກຳ ຊຶ່ງລວມມີ ຂັ້ນຕອນການເຮັດພິໄນກໍາເປັນລາຍລັກອັກສອນ ແລະ ພິໄນກໍາທາງປາກເປົ່າ. ທຸກຂັ້ນຕອນແມ່ນມີຄວາມສຳຄັນຕໍ່ກັບການສືບທອດມູນມໍຣະດົກກ່ຽວກັບທີ່ດິນ ຕາມທີ່ກໍານົດໄວ້ໃນກົດໝາຍ.

ສໍາລັບການນໍາສະເໜີຫົວຂໍ້ນີ້ ແມ່ນໄດ້ອີງໃສ່ ເອກະສານສຳຄັນຄື:

ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019

– ມາດຕາ 129 (ໃໝ່) ການສືບທອດມູນມໍຣະດົກປະມວນກົດໝາຍແພ່ງ ສະບັບເລກທີ 55/ສພຊ, ລົງວັນທີ 6 ທັນວາ 2018

– ມາດຕາ 565 ມູນມໍຣະດົກ- ມາດຕາ 566 ການສືບທອດມູນມໍຣະດົກ

– ມາດຕາ 574 ຜູ້ສືບທອດມູນມໍຣະດົກຕາມກົດໝາຍ- ມາດຕາ 590 ພິໄນກໍາ

ລາຍລະອຽດຕ່າງໆ ກຸລະນາອ່ານ ເພີ່ມເຕີມດັ່ງລຸ່ມນີ້: