ຄວາມສະເໝີພາບຍິງ-ຊາຍ ໃນວຽກງານກະສິກໍາ, ການປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ: ປະຕິທິນກົດໝາຍ ປະຈຳເດືອນ ກໍລະກົດ – ສິງຫາ 2022.

1435

By LIWG

ປະຕິທິນກົດໝາຍ ປະຈຳເດືອນ ກໍລະກົດ – ສິງຫາ ປີ 2022 ນຳສະເໜີຫົວຂໍ້ “ຄວາມສະເໝີພາບຍິງ-ຊາຍ ໃນວຽກງານກະສິກໍາ, ການປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ” ໂດຍມີຈຸດປະສົງເພື່ອສະແດງຄວາມເທົ່າທຽມລະຫວ່າງຍິງ-ຊາຍໃນການປົກປັກຮັກສາປ່າໄມ້, ເຊິ່ງໃຫ້ເຫັນເຖິງການມີສ່ວນຮ່ວມຂອງຜູ້ຍິງ ໃນການເຂົ້າຮ່ວມການລາດຕະເວນປ່າສະຫງວນຂອງບ້ານ. ນອກຈາກນີ້ຍັງສາມາດນຳໃຊ້ຄວາມຮູ້ຄວາມສາມາດປະກອບສ່ວນໃນວຽກງານຕ່າງໆໄດ້ ໂດຍສະເພາະວຽກງານຄົ້ນ ຄວ້າດ້ານວິທະຍາສາດປ່າໄມ້, ແຫຼ່ງນໍ້າ, ເຄື່ອງປ່າຂອງດົງ, ລະບົບນິເວດວິທະຍາ, ຊີວະນາໆພັນ ແລະ ວຽກງານ ອື່ນໆອີກ;

ອີກຢ່າງໜື່ງ ສິ່ງນີ້ຍັງສື່ໃຫ້ເຫັນເຖິງຄວາມເທົ່າທຽມລະຫວ່າງຍິງ-ຊາຍໃນການປົກປັກຮັກສາສິ່ງແວດລ້ອມ ແລະ ວຽກງານການຜະລິດກະສິກຳ, ປູກຝັງ ແລະ ລ້ຽງສັດ. ທັງນີ້ ຍັງສື່ເຖິງການປູກຝັງຈິດສຳນຶກໃຫ້ແກ່ເດັກນ້ອຍໃນການບໍລິຫານຈັດການຂີ້ເຫຍື້ອຢ່າງຖືກວີທີ ແລະ ການອະນາໄມທີ່ຢູ່ອາໄສ.

ສໍາລັບການນໍາສະເໜີຫົວຂໍ້ນີ້ ແມ່ນໄດ້ອີງໃສ່ ເອກະສານ 3 ສະບັບຄື:

ກົດໝາຍ ວ່າດ້ວຍຄວາມສະເໝີພາບຍິງ-ຊາຍ, ສະບັບເລກທີ 77/ສພຊ, ລົງວັນທີ 28 ພະຈິກ 2019

  • ມາດຕາ 15 ຄວາມສະເໝີພາບທາງດ້ານວິທະຍາສາດ, ເຕັກໂນໂລຊີ, ຂໍ້ມູນ ຂ່າວສານ ແລະ ສິ່ງແວດລ້ອມ
  • ມາດຕາ 23 ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ

ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ), ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019

  • ມາດຕາ 7 (ວັກ 2) ພັນທະໃນການປົກປັກຮັກສາ ແລະ ພັດທະນາ ປ່າໄມ້ ແລະ ທີ່ດິນປ່າໄມ້
  • ມາດຕາ 48 (ປັບປຸງ) (ວັກ 1) ການປົກປັກຮັກສາປ່າສະຫງວນ

ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ), ສະບັບເລກທີ 29/ສພຊ, ລົງວັນທີ 18 ທັນວາ 2012

  • ມາດຕາ 3 (ປັບປຸງ) ການປົກປັກຮັກສາສິ່ງແວດລ້ອມ
  • ມາດຕາ 7 (ປັບປຸງ) ພັນທະປົກປັກຮັກສາສິ່ງແວດລ້ອມ

ລາຍລະອຽດຂອງຂໍ້ມູນ ແມ່ນສາມາດເບິ່ງຕາມຮູບໜ້າປະຕິທິນ ຂ້າງລຸ່ມນີ້:

ປະຕິທິນກົດໝາຍ ປະຈຳເດືອນ ກໍລະກົດ – ສິງຫາ 2022