ປະຕິທິນກົດໝາຍປະຈໍາເດືອນ ພະຈິກ – ທັນວາ 2019: ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ຊ່ອງທາງເຂົ້າເຖິງການຊ່ວຍເຫລືອທາງດ້ານກົດໝາຍ

3206

ໂດຍ:  ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ຢ່າງມທີ່ເຮົາເຫັນກັນວ່າ ຂໍ້ຂັດແຍ່ງກ່ຽວກັບທີ່ດິນ ເປັນບັນຫາດັ່ງກ່າວແມ່ນເກີດຂຶ້ນໄດ້ຫຼາຍຮູບແບບຫຼາຍຮູບການ ແລະ ສ່ວນໃຫຍ່ແມ່ນຍັງບໍ່ມີຄວາມເຂົ້າໃຈກ່ຽວກັບເອກະສານທີ່ດິນ ພ້ອມທັງບໍ່ຮູ້ລາຍລະອຽດທີ່ໄປທີ່ມາຢ່າງຊັດເຈນກ່ຽວກັບທີ່ດິນທີ່ເກີດຂໍ້ຂັດແຍ່ງກັນຢູ່  ຈຶ່ງເກີດໃຫ້ມີການລະເມີດ ແລະ ບຸກລຸກທີ່ດິນເກີດຂຶ້ນ, ຂະນະດຽວກັນຄູ່ກໍລະນີແມ່ນຍັງບໍ່ທັນເຂົ້າໃຈເລິກເຊິ່ງຕໍ່ຂະບວນການແກ້ໄຂບັນຫາດັ່ງກ່າວ ໂດຍຍັງຂາດອົງຄວາມຮູ້ກ່ຽວກັບເອກະສານກຳມະສິດໃນທີ່ດິນ.

ໃນ ປະຕິທິນກົດໝາຍປະຈໍາ ພະຈິກ – ທັນວາ 2019ຂອງພວກເຮົາ ແມ່ນນໍາສະເໜີ ກ່ຽວກັບ ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ຊ່ອງທາງເຂົ້າເຖິງການຊ່ວຍເຫລືອທາງດ້ານກົດໝາຍ ເຊິ່ງໄດ້ແນະນໍາ ເຖິງຂະບວນການ ແລະ ໜ່ວຍງານການແກ້ໄຂຂໍ້ຂັດແຍ້ງກ່ຽວກັບທີ່ດິນໃນແຕ່ລະຂັ້ນ ເພື່ອຄົ້ນຄວ້າຫາຂໍ້ມູນພິສູດ ເອກະສານ ພ້ອມທັງເຈລະນາຕໍ່ລອງໃນລັກສະນະທາງແພ່ງ ກໍລະນີຫາກມີຄວາມເສຍຫາຍ (ມູນຄ່າເສຍຫາຍ) ເກີດຂື້ນກັບຝ່າຍໃດຝ່າຍໜຶ່ງ. 

ໃນນັ້ນຫົວຂໍ້ດັ່ງກ່າວ ແມ່ນໄດ້ອີງໃສ່ ເອກະສານອ້າງອີງ 3 ສະບັບຄື:  

  • ດໍາລັດວ່າດ້ວຍ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ທີ່ດິນ ສະບັບເລກທີ 88/ນຍ ລົງວັນທີ 3 ມິຖຸນາ 2008 ໂດຍນໍາສະເໜີມາດມາ 31 ການແກ້ໄຂຂໍ້ຂັດແຍ້ງກ່ຽວກັບທີ່ດິນ
  • ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະແກ້ໄຂຂໍ້ຂັດແຍ້ງຂັ້ນບ້ານ, ເລກທີ 404/ກຍ ລົງວັນທີ 28 ເມສາ 2016 ໂດຍນໍາສະເໜີ ໝວດທີ 6 ຂັ້ນຕອນການແກ້ໄຂຂໍ້ຂັດແຍ້ງຂັ້ນບ້ານ ມາດຕາ 25-31
  • ດໍາລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ ສະບັບເລກທີ 77/ລບ,​ລົງວັນທີ 28 ກຸມພາ 2008 ໂດຍນໍາສະເໜີ ມາດຕາ 12 ການໃຫ້ບໍລິການທາງດ້ານກົດໝາຍໂດຍບໍ່ຄິດຄ່າ

—————————————————————-
ສາມາດດາວໂລດ ບາງເອກະສານອ້າງອີງດັ່ງກ່າວ ໄດ້ຂ້າງລຸ່ມນີ້:
1. ດໍາລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ ສະບັບເລກທີ 77/ລບ,​ລົງວັນທີ 28 ກຸມພາ 2018