ສັນຍາກະສິກຳ: ປະຕິທິນກົດໝາຍ ປະຈຳເດືອນ ກັນຍາ-ຕຸລາ ປີ 2022

1487

By admin

ປະຕິທິນກົດໝາຍ ປະຈຳເດືອນ ກັນຍາ – ຕຸລາ ປີ 2022 ນຳສະເໜີຫົວຂໍ້ “ສັນຍາກະສິກຳ” ໂດຍມີຈຸດປະສົງເພື່ອສະແດງໃຫ້ເຫັນເຖິງການເຮັດສັນຍາກະສິກໍາ ກ່ຽວກັບ ການປູກຝັງ, ລ້ຽງສັດ ແລະ ການປະມົງ ເຊິ່ງຕ້ອງປະຕິບັດ ສິດ ແລະ ພັນທະຕໍ່ກັນ ເພື່ອພາໃຫ້ເກີດການປ່ຽນແປງ ຫຼື ສີ້ນສຸດລົງ. ເຊິ່ງໃນຮູບພາບ ໄດ້ສະແດງໃຫ້ເຫັນການຊື້-ຂາຍ ສິນຄ້າຫຼາກຫຼາຍຊະນິດ ລະຫວ່າງຊາວບ້ານ ແລະ ພໍ່ຄ້າ ທີ່ມີການເຮັດສັນຍາກະສິກຳ ໂດຍມີ ອຳນາດການປົກຄອງບ້ານ ເປັນຜູ້ຢັ້ງຢືນໃຫ້ ໂດຍມີເນື້ອໃນເປັນເອກະພາບກັນທັງສອງຝ່າຍ ເຊັ່ນ ຊະນິດສິນຄ້າ, ຈຳນວນ, ລາຄາ ແລະ ການປະຕິບັດຕາມສັນຍາຂອງທັງ ຜູ້ຊື້ ແລະ ຜູ້ຂາຍ.

ສໍາລັບການນໍາສະເໜີຫົວຂໍ້ນີ້ ແມ່ນໄດ້ອີງໃສ່ ເອກະສານ 2 ສະບັບຄື:

ປະມວນກົດໝາຍແພ່ງ ສະບັບ ເລກທີ 55/ສພຊ, ລົງວັນທີ 6 ທັນວາ 2018, ມາດຕາ 364 ແລະ ກົດໝາຍວ່າດ້ວຍກະສິກໍາ ສະບັບເລກທີ 01/98 ສພຊ, ລົງວັນທີ 10 ຕຸລາ 1998

ປະມວນກົດໝາຍແພ່ງ ສະບັບເລກທີ 55/ສພຊ, ລົງວັນທີ 6 ທັນວາ 2018

ມາດຕາ 378 ການປະຕິບັດສັນຍາ

ມາດຕາ 388 (ວັກ 1) ມາດຕະການຮັບປະກັນການປະຕິບັດສັນຍາ

ມາດຕາ 392 ຜົນສະທ້ອນຂອງການບໍ່ປະຕິບັດສັນຍາ

ລາຍລະອຽດຕ່າງໆ ກຸລະນາອ່ານ ເພີ່ມເຕີມດັ່ງລຸ່ມນີ້: