
By admin
ປະຕິທິນກົດໝາຍ ປະຈຳເດືອນ ພຶດສະພາ-ມີຖຸນາ ປີ 2022 ນຳສະເໜີຫົວຂໍ້ “ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມສ່ຽງ” ໂດຍມີຈຸດປະສົງເພື່ອສະແດງເຖິງ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດໃນຫລາຍຮູບແບບ ບໍ່ວ່າຈະເປັນໄພນ້ຳຖ້ວມ, ໄພແຫ້ງແລ້ງ, ໄຟໄໝ້ລາມປ່າ, ເກີດລົມພາຍຸທີ່ຮຸນແຮງ, ຝົນຕົກບໍ່ຖືກຕາມລະດູການ ແລະ ຮູບແບບອື່ນໆ ໂດຍມີສາເຫດມາຈາກການທໍາລາຍສິ່ງແວດລ້ອມ ເປັນຕົ້ນແມ່ນ ການທຳລາຍປ່າໄມ້, ການຖິ້ມຂີ້ເຫຍື້ອຊະຊາຍ, ການປ່ອຍອາຍພິດອອກສູ່ຊັ້ນບັນຍາກາດເຊັ່ນ: ອາຍເສຍຈາກໂຮງງານ, ການຈູດປ່າ…
ນອກຈາກນີ້ ຍັງສື່ໃຫ້ເຫັນເຖິງ ວິທີຫຼຸດຜ່ອນຄວາມສ່ຽງຈາກຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ໂດຍການເພີ່ມແຫ່ງຊຶມຊັບທາດອາຍກາກບອນດ້ວຍການເພີ່ມພື້ນທີ່ສີຂຽວ, ການຟືນຟູປ່າໄມ້, ການຈັດສັນການນໍາໃຊ້ທີ່ດິນ, ການບໍລິຫານຈັດການຂີ້ເຫຍື້ອ, ການຮັກສາຊັບພະຍາກອນນໍ້າ…ເຊິ່ງສະແດງໃຫ້ເຫັນເຖິງ ຫຼັກການ 3 ອາເອັສ (3Rs): ແມ່ນສັນຍາລັກຂອງແນວທາງສໍາຄັນທີ່ເຮັດໃຫ້ຂີ້ເຫຍື້ອຫຼຸດຜ່ອນລົງ, ເປັນວິທີການກໍາຈັດຂີ້ເຫຍື້ອທີ່ມີປະສິດທິຜົນຫລາຍທີ່ສຸດ, ໂດຍມີວິທີຈັດຕັ້ງປະຕິບັດດັ່ງນີ້:
- ການຫຼຸດຜ່ອນການນຳໃຊ້ (Reduce),
- ການນຳກັບມາໃຊ້ຊ້ໍາ (Reuse),
- ການນຳໄປແປຮູບໃໝ່ (Recycle).
ສໍາລັບການນໍາສະເໜີຫົວຂໍ້ນີ້ ແມ່ນໄດ້ອີງໃສ່ ເອກະສານ 1 ສະບັບຄື:
ດໍາລັດວ່າດ້ວຍ ການປ່ຽນແປງດິນຟ້າອາກາດ, ສະບັບເລກທີ 321/ລບ, ລົງວັນທີ 18 ກັນຍາ 2019
ມາດຕາ 2 ການປ່ຽນແປງດິນຟ້າອາກາດ
ມາດຕາ 13 ມາດຕະການຮັບມືການປ່ຽນແປງດິນຟ້າອາກາດ
ມາດຕາ 21 ການເພີ່ມແຫຼ່ງຊຶມຊັບທາດອາຍກາກບອນ
ມາດຕາ 44 ສິດ ແລະ ໜ້າທີ່ຂອງຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ
ລາຍລະອຽດຂອງຂໍ້ມູນ ແມ່ນສາມາດເບິ່ງຕາມຮູບໜ້າປະຕິທິນ ຂ້າງລຸ່ມນີ້:

ຂໍ້ມູນເພີ່ມເຕີມ
- ສໍາລັບຫົວຂໍ້ດັ່ງກ່າວ ເບິ່ງເພີ່ມເຕີມໄດ້ທີ່ ຄູ່ມືແນະນໍາ ການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ http://monre.myqnapcloud.com:8080/share.cgi?ssid=0o9Yy4B
- ປະຕິທິນກົດໝາຍ ປີ 2020 ຫົວຂໍ້ ການຮັບມືກັບໄພພິບັດທໍາມະຊາດ,
- ຄູ່ມືຝຶກອົບຮົມ ການເຜີຍແຜ່ຂໍ້ມູນກ່ຽວກັບການອະນຸລັກທີ່ດິນ ແລະ ຊັບພະຍາກອນທໍາມະຊາດ (ໂຄງການໄລຟ໌)