
ໃນວັນທີ 5 ສິງຫາ 2026, ໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ (PIASVC) ໄດ້ເຕົ້າໂຮມເອົາຕົວແທນຫຼາຍກວ່າ 20 ທ່ານ ຈາກບັນດາອົງການທີ່ໄດ້ຮັບທຶນຍ່ອຍ ເພື່ອເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນ (Sharing Workshop) ສຸດພິເສດ ທີ່ ນະຄອນຫຼວງວຽງຈັນ.
ກິດຈະກຳຄັ້ງນີ້ເປັນຫຼາຍກວ່າການເປັນພຽງກອງປະຊຸມ, ນີ້ແມ່ນຊ່ວງເວລາແຫ່ງການທົບທວນຄືນ ແລະ ສະເຫຼີມສະຫຼອງການເດີນທາງທີ່ໄດ້ເຊື່ອມໂຍງຊຸມຊົນເຂົ້າຫາກັນ, ສ້າງຄວາມເຂັ້ມແຂງໃຫ້ແກ່ຄູ່ຮ່ວມງານ ແລະ ສະໜັບສະໜູນກຸ່ມຄົນທີ່ມີຄວາມບອບບາງໃນທົ່ວ ສປປ ລາວ.
ໜຶ່ງໃນຈຸດເດັ່ນຂອງງານແມ່ນການຮ່ວມກັນສ້າງຮູບແຕ້ມ “ສາຍນ້ຳແຫ່ງ ໂຄງການ PIASVC” (River of PIASVC), ເຊິ່ງເປັນເລື່ອງລາວທີ່ສື່ຜ່ານພາບອັນຊົງພະລັງ ເພື່ອສ້າງແຜນວາດການເດີນທາງຂອງໂຄງການ PIASVC ຕັ້ງແຕ່ຈຸດເລີ່ມຕົ້ນໃນປີ 2021 ຈົນເຖິງບົດສະຫຼຸບສຸດທ້າຍໃນປີ 2026. ຜ່ານກິດຈະກຳນີ້, ຜູ້ເຂົ້າຮ່ວມໄດ້ທົບທວນຄືນເຖິງເຫດການສຳຄັນ, ຜົນສຳເລັດ, ສິ່ງທ້າທາຍ, ບົດຮຽນທີ່ຖອດຖອນໄດ້ ແລະ ປະສົບການອັນມີຄວາມໝາຍ ທີ່ເປັນສ່ວນໜຶ່ງໃນການຈັດຕັ້ງປະຕິບັດໂຄງການ. ສາຍນ້ຳດັ່ງກ່າວຍັງເປັນຕົວແທນໃຫ້ແກ່ຄວາມເຂັ້ມແຂງທີ່ເຕັມໄປດ້ວຍຄວາມທອົດທົນ, ການຮ່ວມມື, ການເຕີບໃຫຍ່ ແລະ ຄວາມມຸ່ງໝັ້ນຮ່ວມກັນຂອງທຸກຄົນທີ່ມີສ່ວນຮ່ວມໃນການເຮັດໃຫ້ໂຄງການ PIASVC ປະສົບຜົນສຳເລັດ.
ຜູ້ເຂົ້າຮ່ວມໄດ້ຍ້ອນລຳລຶກເຖິງຊ່ວງເວລາທີ່ທ້າທາຍ, ສະເຫຼີມສະຫຼອງຄວາມສຳເລັດທີ່ກ້າວກະໂດດ ແລະ ແບ່ງປັນຄວາມຮູ້ສຶກສ່ວນຕົວວ່າ ໂຄງການໄດ້ສ້າງຜົນກະທົບແນວໃດຕໍ່ຊຸມຊົນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການເປັນຄູ່ຮ່ວມງານຕະຫຼອດໄລຍະເວລາທີ່ຜ່ານມາແນວໃດ. ພວກເຂົາບໍ່ພຽງແຕ່ໄດ້ບັນທຶກສິ່ງທີ່ບັນລຸຜົນສຳເລັດເທົ່ານັ້ນ, ແຕ່ຍັງໄດ້ບັນທຶກເຖິງສາຍພົວພັນ, ຄວາມອຸທິດຕົນ ແລະ ນ້ຳໃຈລວມໝູ່ ທີ່ເຮັດໃຫ້ຜົນສຳເລັດເຫຼົ່ານັ້ນເກີດຂຶ້ນໄດ້ຈິງ.
ຜົນງານ “ສາຍນ້ຳແຫ່ງ PIASVC” ທີ່ສ້າງແຮງບັນດານໃຈນີ້ ຈະຖືກນຳໄປສະແດງໃນກອງປະຊຸມປິດໂຄງການ (Project Closing Workshop) ໃນວັນທີ 4 ກັນຍາ 2026, ເພື່ອເປັນສິ່ງເຕືອນໃຈອັນຊົງພະລັງເຖິງຜົນກະທົບທີ່ຖືກສ້າງຂຶ້ນຜ່ານການຮ່ວມມື ແລະ ການມີສ່ວນຮ່ວມຂອງຊຸມຊົນ.


