ກອງປະຊຸມພາຍໃຕ້ຫົວຂໍ້ການແລກປ່ຽນຂໍ້ມູນກ່ຽວກັບຜົນຂອງການວິເຄາະການລົງທຶນໃນທີ່ດິນຢູ່ໃນ ສປປ ລາວ ກັບ ພາກສ່ວນສັງຄົມພົນລະເຮືອນ

832
By: LIWG

ໃນຕອນບ່າຍຂອງ ວັນທີ 6 ເມສາ 2022, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ໄດ້ຈັດກອງປະຊຸມ ການແລກປ່ຽນຂໍ້ມູນກ່ຽວກັບຜົນຂອງການວິເຄາະການລົງທຶນໃນທີ່ດິນ ຢູ່ໃນສປປລາວ ກັບ ພາກສ່ວນສັງຄົມພົນລະເຮືອນ. ເຊິ່ງເປັນປະທານ ແລະ ກ່ຽວເປີດກອງປະຊຸມໂດຍ ທ່ານ ສັນຕິ ໄຊປັນຍາ, ປະທານຄະນະຊີ້ນຳກອງເລຂາ LIWG. ໃນກອງປະຊຸມດັ່ງກ່າວ, ມີຜູ້ຕາງໜ້າຈາກທາງພາກລັດ ພ້ອມກັບ ຄູ່ຮ່ວມພັດທະນາ ແລະ ບັນດາອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ. ພາຍໃນງານ, ໄດ້ນຳສະເໜີ 2 ຫົວຂໍ້ຄົ້ນຄວ້າສຳຄັນ: ຄວາມເຂົ້າໃຈຂອງການວິເຄາະແບບປະສົມປະສານຂອງການສໍາປະທານທີ່ດິນແຫ່ງຊາດ ແລະ ການປະເມີນຄຸນນະພາບຂອງການລົງທຶນຢູ່ໃນ ສປປ ລາວ and ທົບທວນຄືນວິທີການຜະລິດກະສິກໍາ ໂດຍສັນຍາກະສິກໍາຢູ່ໃນ ສປປ ລາວ.

ກ່າວຕ້ອນຮັບໂດຍ ທ່ານ ສັນຕິ ໄຊປັນຍາ

ນອກຈາກນັ້ນ, ຍັງໄດ້ເປີດໂອກາດໃຫ້ແກ່ຜູ້ເຂົ້າຮ່ວມໄດ້ແລກປ່ຽນສົນທະນາຈາກທາງອອນລາຍ ແລະ ຕົວຈິງ. ເຊິ່ງທາງຜູ້ເຂົ້າຮ່ວມແມ່ນໄດ້ໃຫ້ຄວາມສົນໃຈກ່ຽວກັບການລົງທຶນໃນຂົງເຂດທີ່ດິນ ໂດຍສະເພາະການຈ້າງງານ ແລະ ສັນຍາກະສິກຳ.

ທ່ານ ລາດຊະວົງ ບຸນສີພົມ, ນັກຄົ້ນຄວ້າຈາກ NIER

ທ່ານສາມາດອ່ານບົດນຳສະເໜີໃນກອງປະຊຸມນ ທີ່ນີ້: https://drive.google.com/drive/folders/1_DxFqX1VnkwWj-5AHk1MElgBTOZ4Pj9Q?usp=sharing

ເບິ່ງສື່ງສິ່ງພິມຕ່າງໆ ທີ່ນີ້: https://www.k4d.la/