ລັດຖະບານລາວໄດ້ອະນຸຍາດໃຫ້ນັກລົງທຶນ ສໍາປະທານທີ່ດິນລັດແລ້ວ ຈໍານວນ 1,758 ໂຄງການ

2291

ແຫຼ່ງຂ່າວຈາກ: ລາວພັດທະນາ

ໃນກອງປະຊຸມສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ໃນວັນທີ 19 ພະຈິກ 2019, ສສຊ ໄດ້ຮັບຮອງເອົາ ບົດລາຍງານ ຜົນການຕິດຕາມກວດກາ ໂຄງການເຊົ່າ ແລະ ສໍາປະທານທີ່ດິນ.

ທ່ານ ບຸນປອນ ສີສຸລາດ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມໄດ້ລາຍງານ ໃຫ້ຮູ້ວ່າ ການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນໃນໄລຍະຜ່ານມາ ລັດຖະບານ ໄດ້ມີການເອົາໃຈໃສ່ ແລະ ປັບປຸງບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຫຼາຍສະບັບ ທີ່ຕິດພັນກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະການເຊົ່າ ແລະ ສໍາປະທານທີ່ດິນ.

ທ່ານລາຍງານວ່າ ອັນພົ້ນເດັ່ນ ແມ່ນລັດຖະບານໄດ້ສໍາເລັດໃນ ການສ້າງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ໄປຄຽງຄູກັບການປັບປຸງ ບັນດາກົດໝາຍທີ່ກ່ຽວຂ້ອງ, ປັບປຸງລະບົບການຈັດຕັ້ງຄຸ້ມຄອງທີ່ດິນ ລວມທັງການແບ່ງປັນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໂດຍການກໍານົດສິດ, ຂອບເຂດ ແລະ ໜ້າທີ່ໃນການຄຸ້ມຄອງທີ່ດິນແຕ່ລະຂັ້ນໃຫ້ຈະແຈງຂື້ນ ເຊິ່ງເປັນເຄື່ອງມືໃຫ້ແກ່ສູນກາງ ແລະ ທ້ອງຖິ່ນ ນໍາໃຊ້ເຂົ້າໃນການຄຸ້ມຄອງສິດ-ຄຸ້ມຄອງສັງຄົມ.

ໃນໄລຍະຜ່ານມາ ເຖິງປັດຈຸບັນ ລັດຖະບານລາວໄດ້ອະນຸຍາດໃຫ້ນັກລົງທຶນະພາຍໃນ ແລະ ຕ່າງປະເທດ ສໍາປະທານທີ່ດິນລັດ ຈໍານວນ 1,758 ໂຄງການ ເຊິ່ງກວມເອົາເນື້ອທີ່ 11,754,417 ເຮັກຕາ (ແຕ່ເນື້ອທີ່ນໍາໃຊ້ຕົວຈິງແມ່ນ 549,248 ເຮັກຕາ)ໃນນັ້ນເປັນໂຄງການເຊົ່າທີ່ດິນ 173 ໂຄງການ, ສໍາປະທານທີ່ດິນ 1,569 ໂຄງການ ແລະ ສັນຍາຜະລິດຮ່ວມກັບປະຊາຊົນ 16 ໂຄງການ. ໃນນັ້ນສູນກາງອະນຸມັດ 427 ໂຄງການ, ແຂວງ ອະນຸມັດ 956 ໂຄງການ, ເມືອງອະນຸມັດ 185 ໂຄການ, ບ້ານອະນຸມັດ 2 ໂຄງການ.

ບັນດາໂຄງການເຫຼົ່ານັ້ນ ກວມເອົາ 4 ຂະແໜງການຄື: ຂະແໜງກະສິກໍາມີ 449 ໂຄງການ, ຂະແໜງປ່າໄມ້ 328 ໂຄງການ, ຂະແໜງບໍ່ແຮ່ ອະນຸຍາດໃຫ້ຂຸດຄົ້ນບໍ່ແຮ່ 622 ໂຄງການ & ອະນຸຍາດໃຫ້ຊອກສໍາຫຼວດແຮ່ທາດ 237 ໂຄງການ ແລະ ໂຄງການຂະແໜງໄຟຟ້າ 122 ໂຄງການ.

ແຕ່ຍັງມີບາງບັນຫາທີ່ ສສຊ ສະເໜີໃຫ້ລັດຖະບານ ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນແມ່ນ ລະບຽບການໃຫ້ເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ຕ້ອງໃຫ້ຮັດກຸມກວ່າເກົ່າ ແລະ ຕ້ອງສອດຄອງກັບ ແຜນແມ່ບົດ ຈັດສັນນໍາໃຊ້ທີ່ດິນ ແລະ ແຜນພັດທະນາເສດຖະກິດ-ແຫ່ງຊາດ ແລະ ທ້ອງຖິ່ນ, ດໍາເນີນການຕິດຕາມກວດກາ ແລະ ປະເມີນຜົນການນໍາໃຊ້ທີ່ດິນໃນບັນດາໂຄງການລົງທຶນຕ່າງໆ ໃນຂອບເຂດທົ່ວປະເທດ ເພື່ອມີມາດຕະການແກ້ໄຂຢ່າງເດັດຂາດ ຕໍໍ່ຜູ້ລະເມີດສັນຍາ, ກົດໝາຍ, ລະບຽບການ ແລະ ບໍ່ປະຕິບັດຕາມສັນຍາ ຢ່າງຮັດກຸມ.   

————–
ໝາຍເຫດ: ສໍາລັບຕົວເລກ ຜູ້ອະນຸມັດໂຄງການຕາມຈໍານວນທີ່ລາຍງານ ລວມກັນມີ ພຽງ 1,570 ໂຄງການ ເຊິ່ງຖ້າອີງໃສ່ຕົວເລກທັງໝົດຄື 1,758 ໂຄງການ ເຫັນວ່າ ຂາດໄປ 188 ໂຄງການ.


ແຫຼ່ງຂໍ້ມູນຈາກ ລາວພັດທະນາ: https://www.laophattananews.com/archives/60994