Green Peacock and Friends of Nature win a court case against hydropower in Yunnan

2266
ຮູບພາບ ນົກຍຸງສີຂຽວ ໃນແຂວງຢຸນນານ, ປະເທດຈີນ. ພາບຈາກ Rivers without Boundaries

ຂ່າວຈາກ Transbordernews/Rivers without Boundaries

ເວັບໄຊທ໌ Rivers without Boundaries (ເຊິ່ງເປັນເວັບໄຊທ໌ ເຄືອຂ່າຍຂອງອົງການຈັດຕັ້ງທາງສັງຄົມຂອງຈີນ) ໄດ້ລາຍງານໃນວັນທີ 28 ມີນາ 2020 ນີ້ວ່າ ອົງການ Friend Of Nature ເຊິ່ງເປັນ ອົງການຈັດຕັ້ງສັງຄົມຂອງຈີນ ໄດ້ຊະນະຄະດີການຄັດຄ້ານໃນການສ້າງເຂື່ອນໄຟຟ້າໃນ ແຂວງຢູນານ, ປະເທດຈີນ. ເຊິ່ງເນື້ອຫາໄດ້ລະບຸວ່າ ໃນເດືອນກໍລະກົດ ປີ 2017 ມີເຄືອຂ່າຍດ້ານອານຸລັກທໍາມະຊາດປະກອບດ້ວຍ 3 ອົງການຄື: Friend of Nature, Shan Shui Conservation Center and Wild China Film ໄດ້ຢື່ນຟ້ອງບໍລິສັດ China Hydropower Engineering Consulting Group ທີ່ ສານປະຊາຊົນເມືອງຄຸນມິງ ເພື່ອໃຫ້ໂຈະການກໍ່ສ້າງເຂື່ອນໄຟຟ້າເທິງແມ່ນໍ້າ ເຈຍສາ (JiaSa) ເຊິ່ງເປັນແມ່ນໍ້າສາຂາຂອງແມ່ນໍ້າ ຫົງເຮີ່ ໃນເຂດປົກຄອງ ຢູຊີ. ແມ່ນໍ້າ ຫົງເຮີ່ ຮູ້ຈັກກັນດີໃນຊື່ຂອງ ແມ່ນໍ້າແດງ (Red River) ເຊິ່ງມີຕົ້ນກໍາເນີດໃນເມືອງ ຕ້າລີ່ ໃນແຂວງ ຢຸນນານ ແລະ ໄຫຼສູ່ ປະເທດຫວຽດນາມ ກ່ອນທີ່ຈະໄຫຼລົງສູ່ທະເລ ທີ່ອ່າວ ຕົງແກັງ (Tonkin Gulf).

ແຜ່ນທີ່ແມ່ນໍ້າແດງ. ພາບຈາກ GoKumming/Wikipedia

ໃນຂ່າວດັ່ງກ່າວໄດ້ລະບຸວ່າ ໃນພື້ນທີ່ ທີ່ຈະສ້າງເຂື່ອນທີ່ມີການຟ້ອງຮ້ອງນັ້ນ ເປັນແຫຼ່ງທີ່ຢູ່ອາໄສຂອງນົກຍຸງສີຂຽວ (green peafowl) ເຊິ່ງເປັນສັດປ່າທີ່ໃກ້ຈະສູນພັນ ເຊິ່ງປັດຈຸບັນແມ່ນຍັງເຫຼືອພຽງ 500 ໂຕ ແລະ ອາດມີຈໍານວນຫຼຸດໜ້ອຍລົງອີກ ເນື່ອງຈາກເຂື່ອນໄຟຟ້າໄດ້ທໍາລາຍແຫຼ່ງທີ່ຢູ່ອາໄສແຫຼ່ງສຸດທ້າຍຂອງນົກຍຸງດັ່ງກ່າວ.

ຫຼັງຈາກມີການດໍາເນີນການຟ້ອງຮ້ອງທີ່ໃຊ້ເວລາເຖິງ 3 ປີ ສານຈຶ່ງໄດ້ຕັດສິນໃຫ້ ຢຸດຕິການກໍ່ສ້າງເຂື່ອນເທິງແມ່ນໍ້າ ເຈຍສານີ້ ເພື່ອປົກປ້ອງທີ່ຢູ່ອາໄສຂອງນົກຍຸງສີຂຽວທີ່ໃກ້ຈະສູນພັນ ເຊິ່ງເປັນສັດສະເພາະຖິ່ນທີ່ສາມາດພົບເຫັນໄດ້ໃນປະເທດຈີນແຫຼ່ງດຽວເທົ່ານັ້ນ. ສະນັ້ນຫາກມີການກໍ່ສ້າງເຂື່ອນດັ່ງກ່າວ ພື້ນທີ່ທາງເທິງເຂື່ອນກໍ່ຈະຖືກຖ້ວມ ລວມເຖິງ ທີ່ຢູ່ອາໄສຂອງນົກຍຸງສີຂຽວຊະນິດນີ້ດ້ວຍ.

ຄະດີດັ່ງກ່າວຖືວ່າເປັນທີ່ສົນໃຈຂອງມວນຊົນຢ່າງຍິ່ງ ເນື່ອງຈາກເປັນຄະດີທາງດ້ານສິ່ງແວດລ້ອມ ເພື່ອສາທາລະນະຄະດີທໍາອິດ ທີ່ມີການຟ້ອງ ເພື່ອປົກປ້ອງຖິ່ນທີ່ຢູ່ອາໄສຂອງສັດປ່າ.

ໃນໄລຍະທີ່ຜ່ານມາ ໄດ້ມີການສະເໜີສ້າງເຂື່ອນເປັນຈໍານວນຫຼາຍເທິງແມ່ນໍ້າສາຍຕ່າງໆ ໃນມົນທົນຢູນນານ ເນື່ອງຈາກພູມິປະເທດ ທີ່ມີແມ່ນໍ້າໄຫຼຕາມຮ່ອງພູເຂົາສູງ; ເຊິ່ງການສ້າງເຂື່ອນໄຟຟ້າຢູ່ຕາມແມ່ນໍ້າຕ່າງໆ ແມ່ນຍັງເປັນປະເດັນທີ່ມີການຖົກຖຽງກັນຫຼາຍ ເນື່ອງຈາກມີຜົນກະທົບຫຼາຍທັງດ້ານສິ່ງແວດລ້ອມ ແລະ ການຍົກຍ້າຍປະຊາຊົນທ້ອງຖິ່ນອອກຈາກພື້ນທີ່.

ຮູບພາບ ແມ່ນໍ້າແດງ ທີ່ຢູ່ໃກ້ກັບ ເມືອງໃນແຂວງຢຸນນານ, ປະເທດຈີນ. ພາບໂດຍ Rivers without Boundaries/wikipedia

ປະການໜຶ່ງທີ່ສໍາຄັນ ໃນປີ 2018 ມົນທົນຢູນນານ ເປັນມົນທົນທໍາອິດທີ່ລັດຖະບານຂັ້ນທ້ອງຖິ່ນໄດ້ຜ່ານ ກົດໝາຍວ່າດ້ວຍ ການປົກປ້ອງຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ໄດ້ມີການຈັດລາຍຊື່ສິ່ງທີ່ມີຊີວິດທີ່ໃກ້ສູນພັນຕັ້ງແຕ່ປີ 2016, ລາຍຊື່ສິ່ງທີ່ມີຊີວິດທີ່ສ່ຽງຕໍ່ການສູນພັນໃນປີ 2017 ແລະ ຖານຂໍ້ມູນລະບົບນິເວດທຸກຊະນິດໃນປີ 2018. ສະນັ້ນ ຫາກມີການສ້າງເຂື່ອນເທິງແມ່ນໍ້າເຈຍສາ ກໍ່ະສົ່ງຜົນກະທົບຕໍ່ຄວາມກ້າວໜ້າດ້ານຄວາມຫຼາກຫຼາຍທາງຊີວະນາໆພັນ ຂອງມົນທົນຢຸນນານ ທີ່ໄດ້ມີການສະເໜີຊື່ໄປແລ້ວນັ້ນ.

ເຖິງແມ່ນວ່າ ການຊະນະຄະດີຄັ້ງນີ້ ເພື່ອປົກປ້ອງຄວາມຫຼາກຫຼາຍຂອງຊີວະນາໆພັນ ແຕ່ການຕໍ່ສູ້ຄັ້ງນີ້ ແມ່ນຍັງອີກຍາວໄກ. ທັ້ງນີ້ ອົງການອະນຸ ລັກສິ່ງແວດລ້ອມຂອງຈີນ ມີຄວາມກັງວົນວ່າ ຫຼັງຈາກ ການກວດສອບຄືນຕໍ່ກັບການກໍ່ສ້າງເຂື່ອນນີ້ ມັນມີຄວາມເປັນໄປໄດ້ທີ່ໂຄງການນີ້ຈະກັບມາສ້າງອີກ. ເຊິ່ງໃນຂະນະປັດຈຸບັນນີ້ ເຄືອຂ່າຍອົງການຈັດຕັ້ງທາງສັງຄົມ ແລະ ນັກວິທະຍາສາດທັງຫຼາຍໄດ້ມີການເຮັດວຽກຢ່າງໃກ້ຊິດກັບ ໜ່ວຍງານຂອງກະຊວງນິເວດວິທະຍາຂອງຈີນ ເພື່ອໃຫ້ໝັ້ນໃຈວ່າ ພວກເຮົາຈະບໍ່ຍອມແພ້ຕໍ່ແຮງກົດດັນຈາກ ໜ່ວຍງານ ພະລັງງານໄຟຟ້າ ເນື່ອງຈາກວ່າຄະດີນີ້  ເປັນຄະດີຟ້ອງພຽງແຕ່ບໍລິສັດກໍ່ສ້າງເຂື່ອນ ໃຫ້ມີການປະເມີນໂຄງການໃນກໍລະນີຫາກວ່າໂຄງການເລີ່ມຜະລິດໄຟຟ້າໃນພື້ນທີ່ ຫຼື ໃກ້ຄຽງກັບເຂດຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ.

ຮູບພາບການກໍ່ສ້າງສະຖານີເຂື່ອນໄຟຟ້າທີ່ຖືກໂຈະໃນການກໍ່ສ້າງ ທີ່ຢູ່ໃກ້ກັບ ເມືອງ ເຈຍສາ, ແຂວງຢຸນນານ, ປະເທດຈີນ. ພາບຈາກ: Rivers without Boundaries

ການໂຈະການກໍ່ສ້າງເຂື່ອນເທິງແມ່ນໍ້າເຈຍສາຄັ້ງນີ້ ຍັງເປັນເລື່ອງທີ່ຊັບຊ້ອນ ເນື່ອງຈາກເຂື່ອນແມ່ນມີການໄປແລ້ວກວ່າ 50% ແລະ ອີກປະ ເດັນກໍ່ຄື ການສ້າງຄວາມສົມດຸນຂອງນະໂຍບາຍ ຕໍ່ກັບເລື່ອງຂອງການຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ ແລະ ການປົກປັກຮັກສາທໍາມະຊາດ.


ແຫຼ່ງອ້າງອີກຂໍ້ມູນ
Transbordernews: https://transbordernews.in.th/home/?p=24786
Rivers without Boundaries: http://www.transrivers.org/2020/3032/