
ຫ້ອງການ Green Community Alliance (GCA) ຈະມີການຈັດກອງປະຊຸມ ງານແລກປ່ຽນກ່ຽວກັບ ການປັບປຸງການຄຸ້ມຄອງຊັບພະຍາກອນທໍາມະຊາດ ໃນລະຫວ່າງວັນທີ 29-31 ສິງຫາ 2019, ໃນຫ້ອງປຊຸມໃຫຍ່ ຂອງວິທະຍາໄລ ການກະສິກໍາ ແລະ ປ່າໄມ້ ພາກເໜືອ, ແຂວງ ຫຼວງພະບາງ.
- ເພື່ອແລກປ່ຽນບົດຮຽນກ່ຽວກັບປະເດັນທີ່ດິນ ແລະ ການນໍາໃຊ້ປະຕິທິນກົດໝາຍປີ 2019 ໂດຍກອງເລຂາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ
- ເພື່ອຮຽນຮູ້ ແລະ ທໍາຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບການຄຸ້ມຄອງຊັບພະຍາກອນທໍາມະຊາດຢ່າງມີປະສິດທິພາບ ໂດຍສະເພາະໃນ ການຄຸ້ມຄອງທີ່ດິນ ແລະ ປ່າໄມ້
- ເພື່ອທໍາຄວາມເຂົ້າໃຈກ່ຽວກັບ ຄວາມໝາຍຂອງຄໍາວ່າ ‘ການຄຸ້ມຄອງທີ່ດີ’ຕໍ່ກັບຊັບພະຍາກອນນໍ້າ, ທີ່ດິນ ແລະ ປ່າໄມ້
- ເພື່ອແລກປ່ຽນບົດຮຽນກ່ຽວກັບ ວຽກງານຜັກດັນການປ່ຽນແປງດ້ານນະໂຍບາຍ ເພື່ອໃຫ້ເກີດມີການຄຸ້ມຄອງທີ່ດີຂື້ນ
- ເພື່ອແລກປ່ຽນຄວາມຮູ້ ກ່ຽວກັບ ຂະບວນການຂອງ FLEGT VPA ແລະ ກົດໝາຍ ແລະ ນະໂຍບາຍ ຂອງປະເທດລາວທີ່ກ່ຽວຂ້ອງກັບປະເດັນດັ່ງກ່າວ
- ແມ່ນຫຍັງຄື ໂອກາດໃນການຜັນດັນການປ່ຽນແປງ ແລະ ຈະເຮັດແນວໃດໃຫ້ເກີດມີການປ່ຽນແປງໄປໃນທາງທີ່ດີ
ສໍາລັບຂໍ້ມູນເພີ່ມເຕີມ ແມ່ນສາມາດຕິດຕໍ່ຫາທາງອີເມລນີ້: gca.


