ການພັດທະນາຄູ່ມືຝຶກອົບຮົມກ່ຽວກັບ ການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິ ທຳ ສຳລັບພະນັກງານຂັ້ນທ້ອງຖິ່ນ

2210
ຮູບພາບ ໂດຍທີມງານ LIFE

ໂດຍ ທີມງານ LIFE/Panya.online

ໃນລະຍະຕົ້ນປີ 2017 ກົມໂຄສະນາເຜີຍແຜ່ກົດໝາຍໄດ້ເຄື່ອນໄຫວສ້າງເອກະສານ  ແລະ ເຄື່ອງມືຮັບໃຊ້ໃຫ້ແກ່ການຝຶກອົບຮົມວຽກງານໂຄສະນາເຜີຍແຜ່ກົດໝາຍເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ ຊຶ່ງແມ່ນເປັນຫົວຂໍ້ຝຶກອົບຮົມໜຶ່ງທີ່ສຳຄັນຕໍ່ກັບຜູ້ທີ່ເຮັດວຽກງານໂຄສະນາເຜີຍແຜ່ກົດໝາຍ ລວມທັງພະນັກງານຢູ່ທ້ອງຖິ່ນທີ່ຮັບຜິດ ຊອບວຽກຢູ່ໃນຂະບວນການຍຸຕິທຳ  ແລະ ວຽກງານປິ່ນອ້ອມໂດຍເລັ່ງໃສ່ການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ກັບວິຊາການຂັ້ນເມືອງ, ຂັ້ນແຂວງ ໄດ້ມີທັກສະ, ຄວາມຮູ້ ແລະ ສາມາດນໍາໃຊ້ເຄື່ອງມືທີ່ຫຼາກຫຼາຍເຂົ້າໃສ່ໃນການຝຶກອົບຮົມດ້ານກົດໝາຍ ເພື່ອນຳເອົາຂະບວນການດັ່ງກ່າວໄປຈັດຝຶກອົບຮົມ, ເຜີຍແຜ່ຕໍ່ໃຫ້ປະຊາຊົນຢູ່ຂັ້ນບ້ານ. ຜ່ານມາພະນັກງານຂັ້ນທ້ອງຖິ່ນກໍ່ໄດ້ລົງໂຄສະນາເຜີຍແຜ່ກ່ຽວກັບ ວຽກງານດ້ານກົດໝາຍ ແຕ່ເຫັນວ່າພະນັກງານຍັງທີ່ລົງປະຕິບົດຍັງຂາດທັກສະບ່າງອັນ ແລະ ວິທີການທີ່ຫຼາກຫຼາຍ ທີ່ສາມາດດຶງດູດຄວາມສົນໃຈຈາກປະຊາຊົນ, ເຮັດໃຫ້ປະຊາຊົນເຂົ້າໃຈງ່າຍ ແລະ ສາມາດຈື່ບົດຮຽນໄດ້ ສະນັ້ນ ເຮັດໃຫ້ປະຊາຊົນທີ່ມາເຂົ້າຮ່ວມໃນການໂຄສະນາເຜີຍແຜ່ຂອງພະນັກງານຂັ້ນທ້ອງຖິ່ນ ບໍ່ເຂົ້າມີຄວາມສົນໃຈ, ບໍ່ກະຕື້ລື້ລົ້ນໃນການເຂົ້າຮ່ວມ ແລະ ຈື່ຈໍາບົດຮຽນບໍ່ໄດ້ດີເທົ່າທີ່ຄວນ.

1. ແມ່ນຫຍັງຄືສະພາບ/ບັນຫາທີ່ໂຄງການຢາກຈະແກ້ໄຂ?
ທັງນີ້, ກໍເພາະວ່າໄລຍະຜ່ານມາກໍຄືປັດຈຸບັນຢູ່ຮາກຖານປະຊາຊົນຍັງບໍ່ທັນເຂົ້າເຖິງຂະບວນການຍຸຕິທຳທັງໆທີ່ລັດເຮົາມີຂະບວນການຍຸຕິທຳເພື່ອປົກປ້ອງສິດ, ຜົນປະໂຫຍດຂອງພົນລະເມືອງໄວ້ແລ້ວແຕ່ປະຊົນບໍ່ສາມາດເຂົ້າເຖິງເຮັດໃຫ້ພົນລະເມືອງຜູ້ທີ່ຖືກລະເມີດສິດ, ຜົນປະໂຫຍດບໍ່ໄດ້ຮັບການປົກປ້ອງ.

2. ໂຄງການໄດ້ເຮັດຫຍັງແດ່ເພື່ອແກ້ໄຂບັນຫາ?
ກິດຈະກໍາ ແລະ ຂັ້ນຕອນຂອງການພັດທະນາຄູ່ມືຂອງພວກເຮົາແມ່ນໄດ້ປະຕິບັດດັ່ງນີ້:

  • ພົບປະເພື່ອປຶກສາຫາລືທາບທາມການຮ່ວມມື;
  • ຄັດຈ້ອນເນື້ອໃນມາດຕາກົດໝາຍ ແລະ ກຳນົດວິທີການ ພ້ອມທັງເຄື່ອງມືສື່ສານໃນການຝຶກອົບຮົມໃຫ້ສອດຄ່ອງກັບເອກະສານບົດຮຽນ;
  • ຈັດກອງປະຊຸມເປີດຟັງຄຳຄິດເຫັນຈາກຫຼາຍພາກສ່ວນ;
  • ປັບປຸງຮ່າງເອກະສານບົດຮຽນຄູ່ມືຝຶກອົບຮົມ ໂດຍອີງໃສ່ຄຳເຫັນ ແລະ ຜົນໄດ້ຮັບຈາກກອງປະຊຸມເປີດ  ກ້ວາງຄຳຄິດເຫັນ;
  • ຈັດຝຶກອົບຮົມຄັ້ງທຳອິດ ທີ່ ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ລົງໂຄສະນາ 1 ບ້ານເປົ້າໝາຍ;
  • ຄົ້ນຄວ້າປຶກສາຫາລືກ່ຽວກັບຜົນໄດ້ຮັບບົດຮຽນທີ່ຖອດຖອນໄດ້ຈາກການຝຶກອົບຮົມທົດລອງຄັ້ງທຳອິດ;
  • ສ້າງຂໍ້ຕົກລົງຈັດຕັ້ງປະຕິບັດກິດຈະກຳຮ່ວມກັນລະຫວ່າງ ກົມໂຄສະນາເຜີຍແຜ່ກົດໝາຍ ຂອງກະຊວງຍຸຕິທຳ ແລະ ໂຄງການໄລຟ໌;
  • ຈັດຝຶກອົບຮົມ ທັກສະການເປັນຄູຝຶກທີ່ຫຼາກຫຼາຍສຳລັບຄູຝຶກວຽກງານໂຄສະນາເຜີຍແຜ່ກົດໝາຍ ເພື່ອສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ, ທີ່ນະຄອນຫຼວງວຽງຈັນ.
  • ທີມງາງນຄູຝຶກຄົ້ນຄວ້າປັບປຸງເນື້ອໃນບົດຮຽນ ເພື່ອກະກຽມກ່ອນການຈັດຝຶກອົບຮົມທົດລອງຄັ້ງທີສອງ.
  • ຈັດຝຶກອົບຮົມຄັ້ງທີສອງ ທີ່ ເມືອງແບງ ແຂວງອຸດົມໄຊ ແລະ ລົງໂຄສະນາ 2 ບ້ານ.
  • ດັດປັບວາລະ, ເນື້ອໃນ, ວິທີການ ຝຶກອົບຮົມ ໂດຍອີງໃສ່ບົດຮຽນທີ່ຖອດຖອນໄດ້ຈາກການຝຶກອົບຮົມຄັ້ງທີ 1 ແລະ ຄັ້ງທີ 2. ເພື່ອກະກຽມຈັດກອງປະຊຸມເປີດກວ້າງລາຍງານຜົນໄດ້ຮັບຂອງກິດຈະກຳ ແລະ ຮັບຟັງຄຳຄິດເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ.
  • ຈັດກອງປະຊຸມເປີດກວ້າງເພື່ອລາຍງານຜົນໄດ້ຮັບຈາກການຝຶກອົບຮົມທົດລອງທັງສອງເມືອງ, ພ້ອມທັງທາບທາມຜູ້ສະໜັບສະໜູນຄູ່ຮ່ວມພັດທະນາ ເພື່ອສະໜັບສະໜູນການຝຶກອົບຮົມດັ່ງກ່າວໃຫ້ຂະຫຍາຍຕໍ່ໄປໃນພື້ນທີ່ຂອບເຂດແຂວງອື່ນໆ,
  • ລົງປະເມີນຜົນຈາກກຸ່ມເປົ້າໝາຍທີ່ໄດ້ຮັບການຝຶກທົດລອງທັງ 2 ຄັ້ງ ທັງຜູ້ເຂົ້າຮ່ວມຂັ້ນທ້ອງຖິ່ນ ແລະ ຜູ້ທີ່ໄດ້ຮັບການຝຶກອົບຮົມທີ່ເປັນຊາວບ້ານ.
  • ຈັດຝຶກອົບຮົມທີ່ 3 ຢູ່ທີ່ເມືອງ ຮຸນ ແຂວງ ອຸດົມໄຊ ແລະ ລົງໂຄສະນາທົດລອງຢູ່ 2 ບ້ານ.
  • ນໍາເອົາຜົນຂອງການປະເມີນຈາກການຝຶກທົດລອງ 2 ຄັ້ງມາຈັດກອງປະຊຸມປັບປຸງຄູ່ມືຝຶກອົບຮົມ ໃຫ້ມີຄວາມແທດເໝາະທີ່ສຸດ.
ກິດຈະກໍາການວັດທະດັບທາງສັງຄົມ (Sociometry) ຂອງຜູ້ເຂົ້າຮ່ວມຝຶກອົບຮົມ. ຮູບພາບໂດຍທີມງານ LIFE

3. ຜົນສຳເລັດຂອງໂຄງການໃນໄລຍະຜ່ານມາມີຫຍັງແດ່?
ສໍາລັບຜົນໄດ້ຮັບຈາກການພັດທະນາປື້ມຄູ່ມື ແລະ ໄດ້ຜ່ານຂະບວນການຝຶກທົດລອງນໍາໃຊ້ ແລະ ປັບປຸງຜ່ານມາແລ້ວເຫັນວ່າ:

  • ຜູ້ເຂົ້າຮ່ວມຂັ້ນທ້ອງຖິ່ນມີຄວາມກະຕືລືລົ້ນໃນການເຂົ້າຮ່ວມຝຶກອົບຮົມຫຼາຍຂຶ້ນ;
  • ການລົງບ້ານເຮັດໃຫ້ທີມງານຂັ້ນທ້ອງຖິ່ນເຫັນວ່າເຂົາເຈົ້າເຮັດໄດ້ໃນລະດັບຄວາມສາມາດພື້ນຖານ, ນຳພາເຮັດກິດຈະກຳຂັ້ນບ້ານ ເພື່ອສ້າງຄວາມມ່ວນຊື່ນ ແລະ ການມີສ່ວນຮ່ວມຂອງປະຊາຊົນ;
  • ຜູ້ໄດ້ຮັບການຝຶກອົບຮົມໂດຍນໍາໃຊ້ປຶ້ມຄູ່ມີນີ້ ມີຄວາມຄິດລິເລີ່ມນໍາໃຊ້ເຄື່ອງມືສື່ສານປະຈັກຕາທີ່ມີຄວາມຫຼາກຫຼາຍທີ່ທີ່ຮັບຈາກການຝຶກອົບຮົມ;
  • ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ໃຫມ່ໆກ່ຽວກັບການເຂົ້າເຖິງກົດໝາຍດ້ວຍຫຼາຍຊ່ອງທາງ, ການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ຊ່ອງທາງໃນການເຂົ້າເຖິງຂະບວນການຍຸຕິທຳ.
  • ຊາວບ້ານທີ່ໄດ້ມາຮ່ວມກິດຈະກໍາໂຄສະນາເຜີຍແຜ່ກັບພະນັກງານຂັ້ນທ້ອງຖິ່ນທີ່ໄດ້ຮັບການຝຶກອົບຮົມໂດຍນໍາໃຊ້ປຶ້ມຄູ່ມືນີ້ ມີຄວາມກະຕືລືລົ້ນທີ່ຈະເຂົ້າຮ່ວມຫຼາຍຂຶ້ນ, ມີການຖາມຕອບຫຼາຍຂຶ້ນ, ມີບັນຍາກາດໃນກິດຈະກໍາທີ່ມ່ວນຊື່ນ ແລະ ຊາວບ້ານກໍາເນື້ອໃນບົດຮຽນໄດ້ຫຼາຍຂຶ້ນ.
ຜູ້ເຂົ້າຮ່ວມ ຝຶກອບຮົມ. ຮູບພາບຈາກທີມງານ LIFE

4. ປັດໄຈສູ່ຜົນສຳເລັດມີຫຍັງແດ່?

  • ມີການລະບຸຈຸດປະສົງ, ວິທີການ, ຂັ້ນຕອນ, ເຄື່ອງມື ແລະ ຄໍາແນະນໍາ ປະກອບທຸກຫົວຂໍ້;
  • ການຝຶກອົບຮົມແມ່ນຈະດຳເນີນດ້ວຍວິທີການຮຽນ-ການສອນແບບມີສ່ວນຮ່ວມ;
  • ຈັດກິດຈະກຳກຸ່ມສົນທະນາ ຖາມ-ຕອບ; ສະແດງບົດບາດສົມມຸດ;
  • ນຳໃຊ້ເກມ ແລະ ກິດຈະກໍາ ທີ່ມີຄວາມໝາຍກັບເນື້ອໃນກົດໝາຍ;
  • ສື່ສິ່ງພິມກ່ຽວກັບກົດໝາຍ, ແຈກຢາຍປຶ້ມກົດໝາຍ;
  • ສັງລວມ ແລະ ສະຫຼຸບໂດຍຄູຝຶກ;
  • ການກະກຽມແຜນລົງບ້ານ ຝຶກຊ້ອມ ສາທິດ ແລະ ລົງຕົວຈິງ.

5. ແມ່ນຫຍັງຄືຂໍ້ຈຳກັດທີເຮັດໃຫ້ບໍ່ສຳເລັດຜົນໄດ້ດີ?
ການພັດທະນາຄູ່ມືໃນລັກສະນະນີ້ແມ່ນຕ້ອງໃຊ້ຄ່ອນຂ້າງຍາວ ແລະ ຈະຕ້ອງໄດ້ຫາຄູ່ຮ່ວມງານພາກລັດເພື່ອເປັນຜູ້ຮັບຮອງ ແລະ ອະນຸມັດໃຫ້ຄູ່ມືນີ້ສາມາດນໍາໃຊ້ໄດ້, ອີກຢ່າງໜຶ່ງ ເນື່ອງຈາກວ່າການພັດທະນາຄູ່ມືຂອງພວກເຮົາ ຈຸດປະສົງຫຼັກໆແມ່ນເພື່ອເປັນເອກະສານປະກອບໃນການຝຶກອົບຮົມ ແລະ ກຸ່ມເປົ້າໝາຍທີ່ຈະນໍາໃຊ້ແມ່ນຜູ້ທີ່ໄດ້ຮັບການຝຶກອົບຮົມ ສະນັ້ນ ຜູ້ທີ່ບໍ່ໄດ້ຮັບການຝຶກອົບຮົມກ່ອນ ນໍາໃຊ້ປຶ້ມນີ້ອາດຈະບໍ່ເຂົ້າໃຈ.

6. ມີຂໍ້ແນະນຳແນວໃດແດ່ສຳລັບຜູ້ທີ່ສົນໃຈຢາກທົດລອງນຳໃຊ້ເຄື່ອງມື ຫຼື ວິທີການເຮັດວຽກຂອງໂຄງການ?
ການມີຄູ່ຮ່ວມງານພາກລັດທີ່ດີ, ມີຄວາມເອົາໃຈໃສ່ຕໍ່ກັບການພັດທະນາຈະເຮັດໃຫ້ການພັດທະນາຄູ່ມືດໍາເນີນໄປໄດ້ໄວຂຶ້ນ ແລະ ຮັບປະກັນຜົນໄດ້ທີ່ກວ່າ,    ການພັດທະນາຄູ່ມືແຕ່ລະຄັ້ງຄວນມີການກໍານົດກຸ່ມເປົ້າໝາຍທີ່ຊັດເຈນ ເພື່ອຈະສາມາດພັດທະນາຄູ່ມືໃຫ້ຖຶກຕ້ອງຕາມຄວາມຕ້ອງການຂອງກຸ້ມເປົ້າໝາຍນັ້ນ.

_____________________________
ໝາຍເຫດ: ບົດຄວາມນີ້ ເບື້ອງຕົ້ນໂພສໃນ panya.online , ສາມາດເຂົ້າອ່ານໄດ້ ທີ່ນີ້