Protection of conservation forests and forest management participatory: Legal Calendar topic of July – August 2021

4258

By LIWG Admin

ຫົວຂໍ້ ປະຕິທິນປະຈໍາເດືອນ ກໍລະກົດ – ສິງຫາ 2021 “ການປົກປັກຮັກສາປ່າສະຫງວນ ແລະ ການວາງແຜນຈັດສັນປ່າໄມ້ແບບມີສ່ວນ ຮ່ວມຂອງປະຊາຊົນ”  ແມ່ນມີຈຸດປະສົງສື່ໃຫ້ເຫັນເຖິງ ການຈັດຕັ້ງປະຕິບັດບັນດາຫຼັກການ ແລະ ຂັ້ນຕອນໃນການວາງແຜນການປົກປັກສາ, ການຄຸ້ມຄອງປ່າສະຫງວນ ແລະ ນຳໃຊ້ຊັບພະຍາກອນຂອງບ້ານໃຫ້ມີຄວາມຍືນຍົງ. ການດຳເນີນກິດຈະກຳດັ່ງກ່າວຕ້ອງມີລັກສະນະທີ່ໃຫ້ປະຊາຊົນພາຍໃນບ້ານ ສາມາດຮັບຮູ້ໄດ້ວ່າ ເຂົາເຈົ້າມີບົດບາດ ແລະ ຄວາມເປັນເຈົ້າການຫຍັງແດ່ ເຊິ່ງຕ້ອງມີຄວາມລະອຽດຈະແຈ້ງ ແລະ ມີການຮັບຮອງເອົາຄັກແນ່ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບ.

ໃນຮູບແຕ້ມຂອງຫົວຂໍ້ນີ້ ແມ່ນສະແດງໃຫ້ເຫັນພາບຊັດເຈນເຖິງ ການມີສ່ວນຮ່ວມຂອງປະຊາຊົນໃນການຄຸ້ມຄອງປ່າສະຫງວນ ແລະ ການນຳໃຊ້ຊັບພະຍາກອນທໍາມະຊາດໃນບ້ານ (ເບິ່ງຕາມຮູບພາບ). ສ່ວນເນື້ອໃນແມ່ນໄດ້ ອິງໃສ່ບັນ ດາມາດຕາທີ່ກ່ຽວຂ້ອງ ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ), ເລກທີ 64/ສພຊ, ລົງວັນທີ13 ມິຖຸນາ 2019 ຄື:  

  • ມາດຕາ 16 (ປັບປຸງ) ປ່າສະຫງວນ: ປ່າສະຫງວນ ແມ່ນປ່າໄມ້ທີ່ໄດ້ກໍານົດເພື່ອຈຸດປະສົງນໍາໃຊ້ໃນການອະນຸລັກທໍາມະຊາດ, ປົກປັກຮັກສາ ແລະ ຂະ ຫຍາຍ ພັນພືດ, ພັນສັດນໍ້າ ແລະ ສັດປ່າ ນາໆຊະນິດ, ລະບົບນິເວດປ່າໄມ້ ແລະ ສິ່ງຕ່າງໆ ທີ່ມີຄຸນຄ່າທາງດ້ານທໍາມະຊາດ, ປະຫວັດສາດ, ວັດທະນະທໍາ, ການທ່ອງທ່ຽວ, ສິ່ງແວດລ້ອມ, ການສຶກສາ ແລະ ການຄົ້ນຄວ້າທົດລອງວິທະຍາສາດ […].
  • ມາດຕາ 48 (ປັບປຸງ) ການປົກປັກຮັກສາປ່າສະຫງວນ: ການປົກປັກຮັກສາປ່າສະຫງວນ ແມ່ນ ການຮັກສາປ່າໄມ້ໃຫ້ອຸດົມສົມບູນ ກໍ່ຄືປົກປັກຮັກສາພັນພືດ, ພັນສັດ,ຊີວະນາໆພັນ, ລະບົບນິເວດທີ່ມີຄຸນຄ່າທາງດ້ານ ທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ໃຫ້ດໍາລົງຄົງຕົວ ແລະ ຂະ ຫຍາຍຕົວ ພ້ອມກັນນັ້ນ ກໍໃຫ້ມີປ່າໄມ້, ທິວທັດທໍາມະຊາດ ທີ່ສວຍສົດງົດງາມ ເພື່ອການພັດທະນາສວນອຸທິຍານແຫ່ງຊາດ ຊື່ງເໝາະສົມຕໍ່ ການທ່ອງທ່ຽວ ແລະ ການຄົ້ນຄວ້າທົດລອງທາງດ້ານວິທະຍາສາດ. 
  • ມາດຕາ 17 (ປັບປຸງ) ປ່າຜະລິດ: ປ່າຜະລິດ ແມ່ນ ປ່າໄມ້ທໍາມະຊາດ ແລະ ປ່າປູກ ທີີ່ໄດ້ກໍານົດ ເປັນເຂດສະໜອງໄມ້ ແລະ ເຄື່ອງປ່າຂອງດົງເປັນສິນຄ້າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
  • ມາດຕາ 22 (ປັບປຸງ) ການວາງແຜນຈັດສັນປ່າໄມ້: ການວາງແຜນຈັດສັນປ່າໄມ້ ແມ່ນ ການກໍານົດແຜນພັດທະນາປ່າໄມ້ ຕາມການແບ່ງເຂດປະເພດປ່າໄມ້ ຄື ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ໂດຍອີງໃສ່ຂໍ້ມູນການສໍາຫຼວດຕົວຈິງ ແນໃສ່ຮັບປະກັນຄວາມສົມດູນ ຂອງລະບົບນິເວດປ່າໄມ້, ການນໍາໃຊ້ໄມ້ ແລະ ເຄື່ອງປ່າຂອງດົງ ແບບບໍ່ບົກແຫ້ງ, ການມີສ່ວນຮ່ວມຂອງປະຊາຊົນ ໃນການຄຸ້ມຄອງປ່າໄມ້ຕາມແຜນຈັດສັນ ທີ່ລັດໄດ້ກໍານົດ […].
ປະຕິທິນກົດໝາຍປະຈໍາເດືອນ ກໍລະກົດ-ສິງຫາ 2021

ເອກະສານອ້າງອີງ: ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ), ເລກທີ 64/ສພຊ, ລົງວັນທີ13 ມິຖຸນາ 2019