Procedure of Land Dispute Settlement: Legal Calendar topic of May-June 2021

3291

By LIWG

ສໍາລັບປະຕິທິນປະຈໍາເດືອນ ພຶດສະພາ – ມິຖຸນາ 2021 ໃນຫົວຂໍ້ “ຂັ້ນຕອນການແກ້ໄຂຂໍ້ຂັດແຍ້ງກ່ຽວກັບທີ່ດິນ” ແມ່ນມີເນື້ອໃນສື່ເຖິງຂະບວນການ ແລະ ຂັ້ນຕອນຂອງການແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແຕ່ລະຮູບແບບ ພ້ອມທັງບົ່ງບອກໃຫ້ເຫັນເຖິງຄວາມຊັດເຈນວ່າບັນຫາ ຫຼື ຂໍ້ຂັດແຍ່ງແບບໃດຈະແກ້ໄຂໃນຮູບແບບໃດ, ເລີ່ມຕົ້ນຈາກໃສ ແລະ ສີ້ນສຸດລົງຕອນໃດ, ໃຜແດ່ທີ່ມີສ່ວນກ່ຽວຂ້ອງ; ບັນຫາ ແລະ ຂໍ້ຂັດແຍ່ງທີ່ຈະຖືກນຳມາພິຈາລະນາແກ້ໄຂຈະຕ້ອງເລີ່ມຕົ້ນຈາກໃສ, ໂດຍມີການແບ່ງເປັນຂັ້ນຕອນທີ່ຊັດເຈນຂອງແຕ່ລະຊ່ອງໂດຍມີລາຍລະອຽດທີ່ແຕກຕ່າງກັນ.

ກ່ອນທີ່ຈະຮູ້ກ່ຽວກັບຂະບວນການແກ້ໄຂບັນຫາ ຫຼື ຂໍ້ຂັດແຍ່ງ ຈະຕ້ອງກຳໄດ້ລັກສະນະຂອງບັນຫາ ຫຼື ຂໍ້ຂັດແຍ່ງກ່ອນເຊັ່ນ:

  • ການແກ້ໄຂບັນຫາ ທາງດ້ານບໍລິຫານກ່ຽວກັບທີ່ດິນແມ່ນ ການແກ້ໄຂບັນຫາກ່ຽວກັບການນໍາໃຊ້ທີ່ດິນໂດຍບໍ່ໄດ້ຮັບອະນຸຍາດ, ບໍ່ຖືກຕ້ອງຕາມເປົ້າໝາຍ, ບໍ່ນໍາໃຊ້ທີ່ດິນຕາມກໍານົດເວລາພາຍຫຼັງທີ່ໄດ້ຮັບມອບ, ບໍ່ເສຍອາກອນ, ຄ່າທໍານຽມການນໍາໃຊ້ທີ່ດິນ ເຂດແດນ ແລະ ບັນຫາທີ່ດິນອື່ນ
  • ສ່ວນບັນດາຂໍ້ຂັດແຍ່ງດ້ານທີ່ດິນທີ່ຈະນຳມາແກ້ໄຂທາງແພ່ງປະກອບມີຄື: ສາຍພົວພັນທີ່ມີລັກສະນະຊັບສົມບັດ, ການແບ່ງປັນມູນມໍລະດົກ ແລະ ສິນສົມສ້າງ, ສັນຍາທາງແພ່ງ, ການຊື້-ສິດນຳໃຊ້ ຫຼື ການໂອນສິດນຳໃຊ້ທີ່ດິນ ແລະ ອື່ນໆ.

ການນໍາສະເໜີຫົວຂໍ້ດັ່ງກ່າວ ໃນປະຕິທິນກົດໝາຍເຮົາແມ່ນໄດ້ອີງໃສ່ກົດໝາຍ 3 ສະບັບຄື:  

ກົດໝາຍ ວ່າດ້ວຍທີ່ດິນ, ເລກທີ 07/ສພຊ, ລົງວັນທີ 21 ມິຖຸນາ 2019:

  • ມາດຕາ 161 (ປັບປຸງ) ການແກ້ໄຂບັນຫາທີີ່ມີລັກສະນະບໍລິຫານກ່ຽວກັບທີີ່ດິນ
  • ມາດຕາ 162 (ໃໝ່) ຮູບການແກ້ໄຂຂໍໍ້ຂັດແຍ່ງກ່ຽວກັບທີີ່ດິນ
  • ມາດຕາ 163 (ໃໝ່) ການປະນີປະນອມ ຫຼ ການໄກ່ເກ່ຍ
  • ມາດຕາ 164 (ໃໝ່) ການແກ້ໄຂໂດຍອົງການແກ້ໄຂຂໍໍ້ຂັດແຍ່ງທາງດ້ານເສດຖະກິດ
  • ມາດຕາ 165 (ປັບປຸງ) ການຮ້ອງຟ້ອງຕໍໍ່ສານ
  • ມາດຕາ 166 (ປັບປຸງ) ການແກ້ໄຂທີ່ມີລັກສະນະສາກົນ

ກົດໝາຍວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກ (ສະບັບປັບປຸງ) ເລກທີ 023/ສພຊ ລົງວັນທີ 09 ພະຈິກ 2016

  • ມາດຕາ 2 (ປັບປຸງ) ຄໍາຮ້ອງທຸກ
  • ມາດຕາ 7  (ປັບປຸງ) (ວັກທີ 1) ສິດ, ພັນທະຂອງພົນລະເມືອງ, ນິຕິບຸກຄົນ ຫຼື ການຈັດຕັ້ງ

ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ສະບັບເລກທີ 404/ກຍ, ລົງວັນທີ 28 ເມສາ 2016

  • ມາດຕາ 2 ການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ  

ລາຍລະອຽດ ແມ່ນສາມາດເບິ່ງຕາມຮູບພາບປະຕິທິນໜ້ານີ້.

ປະຕິທິນປະຈໍາເດືອນ ພຶດສະພາ – ມິຖຸນາ 2021

ຂໍ້ມູນເພີ່ມເຕີມ: ສໍາລັບປະຕິທິນສະບັບເຕັມປີ 2021 ແມ່ນສາມາດດາວໂລດໄດ້ ທີ່ນີ້.