ປະຕິທິນກົດໝາຍປະຈໍາເດືອນ ມີນາ – ເມສາ 2020: ພາລະບົດບາດຂອງໜ່ວຍງານປ່າໄມ້ບ້ານໃນການຄຸ້ມຄອງປ່າສະຫງວນ

3611

ໂດຍ:  ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ໃນໄລນຍະຜ່ານມາ ເລື່ອງການລັກລອບການຕັດຕົ້ນໄມ້ ຍັງເປັນເລື່ອງທີ່ເກີດຂື້ນຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດລາວ. ຫຼັງຈາກ ທີ່ນາ ຍົກລັດຖະມົນຕື ໄດ້ອອກຄໍາສັ່ງ ເລກທີ 15/ ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ກໍ່ເຫັນໄດ້ວ່າ ກິດຈະກໍາ ການຕັດໄໃ້ ຫຼື ເຄື່ອນທີ່ໄມ້ທີ່ຜິດກົດໝາຍ ຫຼຸດໜ້ອຍລົງ. ແຕ່ເຖິງຢ່າໃດກໍ່ຕາມ ຍັງມີຫຼາຍພື້ນທີ່ຍັງມີ ການຝືນຄໍາສັ່ງດັ່ງກ່າວ ເຊິ່ງໜ່ວຍງານທີ່ກ່ຽວຂ້ອງກໍ່ໄດ້ມີການເຮັດວຽກຢ່າງເອົາຈິງເອົາຈັງ ເພື່ອສະກັດກັ້ນ ແລະ ໃສ່ມາດຕະການ ແກ່ຜູ້ທີ່ມີສ່ວນກ່ຽວຂ້ອງກັບປະເດັນດັ່ງກ່າວ.

ນອກຈາກໜ່ວຍງານທີ່ກ່ຽວຂ້ອງແລ້ວ ກຳລັງທີ່ສຳຄັນອີກກຸ່ມໜຶ່ງ ໃນການສະກັດກັ້ນການ ຂຸດຄົ້ນໄມ້ ຫຼື ເຄື່ອນຍ້າຍໄມ້ທີ່ຜິດກົດໝາຍ ແມ່ນ ປະຊາຊົນພາຍໃນບ້ານຕ່າງໆໃນຂອບເຂດທົົ່ວປະເທດລາວ.

ເພື່ອເປັນສ່ວນໜຶ່ງ ໃນການສື່ສານຂໍ້ມູນ – ໃຫ້ຄວາມຮູ້ ກ່ຽວກັບ ພາລະບົດບາດຂອງບ້ານ ໃນການຄຸ້ມຄອງປ່າສະຫງວນ ປະຕິທິນກົດໝາຍສະບັບເດືອນ ມີນາ-ເມສາ 2020 ໄດ້ນໍາສະເໜີ ຫົວຂໍ້ “ພາລະບົດບາດຂອງໜ່ວຍງານປ່າໄມ້ບ້ານໃນການຄຸ້ມຄອງປ່າສະຫງວນ”

ການນໍາສະເໜີຫົວຂໍ້ນີ້ໃນປະຕິທິນກົດໝາຍຂອງພວກເຮົາ ແມ່ນ ອີງໃສ່  ດຳລັດວ່າດ້ວຍປ່າສະຫງວນ, ເລກທີ 134/ລບ, ວັນທີ 13 ພຶດສະພາ 2015.

ໃນ ມາດຕາ 25 ການນໍາໃຊ້ປ່າສະຫງວນ ໄດ້ລະບຸວ່າ ລັດອະນຸຍາດໃຫ້ນໍາໃຊ້ປ່າສະຫງວນ ສະເພາະເຂດທີ່ໄດ້ຈັດສັນໃຫ້ເທົ່ານັ້ນ ແລະ ຕ້ອງນໍາໃຊ້ໃຫ້ຖືກຕ້ອງ, ສອດຄອງກັບລະບຽບກົດໝາຍທີ່ກ່ຽວຂ້ອງ ແລະ ຮັບປະກັນບໍ່ໃຫ້ຜົນກະທົບອັນບໍ່ດີຕໍ່ປ່າໄມ້, ຄຸນນະພາບຂອງດິນ, ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ.

ມາດຕາ 30. ພັນທະຂອງຜູ້ໄດ້ຮັບອະນຸຍາດນໍາໃຊ້ປ່າສະຫງວນ ແມ່ນລະບຸ ກ່ຽວກັບ ພັນທະ ຂອງຜູ່ທີ່ໄດ້ຮັບອະນຸຍາດ ໃຫ້ນໍາໃຊ້ປ່າສະຫງວນ ທີ່ຖືກຕ້ອງຕາມກົດໝາຍ.

ແລະ ໃນ ມາດຕາ 39. ສິດ ແລະ ໜ້າທີ່ຂອງໜ່ວຍງານປ່າໄມ້ບ້ານ ແມ່ນແນະນໍາກ່ຽວກັບ ສິດ ແລະ ໜ້າທີ່ ຂອງໜ່ວຍງານປ່າໄມ້ບ້ານ ໃນການຄຸ້ມຄອງປ່າສະຫງວນ.

ຮູບພາບປະຕິທິນກົດໝາຍໜ້າທໍາອິດປະຈໍາເດືອນ ມີນາ – ເມສາ 2020 /LIWG

ເອກະສານອ້າງອີງ ‘ດຳລັດວ່າດ້ວຍປ່າສະຫງວນ’, ເລກທີ 134/ລບ, ວັນທີ 13 ພຶດສະພາ 2015’: https://bit.ly/2J4lfxM