Local Food: The beauty and rich of natural resources

3048

ໂດຍ: ນໍ້າຄ້າງ

ແນ່ນອນ ເວລາທີ່ພວກເຮົາເດີນທາງໄປທ້ອງຖິ່ນຕ່າງໆ ຂ້າພະເຈົ້າເຊື່ອວ່າ ນອກຈາກສະຖານທີ່ແລ້ວ ອາຫານກໍ່ຈະເປັນແຮງຈູງໃຈອັນນຶ່ງທີ່ເຮັດໃຫ້ຫຼາຍຄົນເດີນທາງໄປທ້ອງຖິ່ນດັ່ງກ່າວ ເພື່ອເປັນໄປລອງຊິມ ແລະ ສໍາຜັດກັບລົດຊາດອາຫານໃນທ້ອງຖິ່ນ ທີ່ພາສາບ້ານເຮົາມັກຈະວົ້າກັນວ່າ: ອາຫານພື້ນເມືອງ (ອາຫານທ້ອງຖິ່ນ) ນັ້ນເອງ.

ໃນຄວາມໝາຍທົ່ວໄປ ຄໍາວ່າ ອາຫານພື້ນເມືອງ ໝາຍເຖິງ ອາຫານທີ່ປະຊາຊົນຊົນ ບໍລິໂພກຢູ່ໃນຊີວິດປະຈໍາວັນ ແລະ ບໍລິໂພກ ໃນງານຕ່າງໆ ໂດຍອາໄສເຄື່ອງປຸງ ແລະ  ວັດສະດຸ ທີ່ນໍາມາປຸງແຕ່ງອາຫານຈາກແຫຼ່ງຕ່າງໆ ບໍ່ວ່າຈະແມ່ນ ຈາກ ທໍາມະຊາດ ດ້ວຍການເກັບເຄື່ອງປ່າຂອງດົງ ແລະ ຊອກຫາສັດບົກ ແລະ ນໍ້າ ແລະ ຈາກການຜະລິດຂື້ນມາເອງ ເຊັ່ນ ການເພາະປູກ, ການລ້ຽງສັດ ຫຼື ຈາກການຊື້ຂາຍແລກປ່ຽນ ໂດຍມີເອກະລັກສະເພາະທ້ອງຖິ່ນ ແລະ ວິທີການປຸງແຕ່ງອາຫານທີ່ສະເພາະແຕ່ລະທ້ອງຖິ່ນແຕກຕ່າງກັນອອກໄປ ບໍ່ວ່າຈະເປັນລົດຊາດ ຫຼື ລັກສະນະຂອງອາຫານ.

ພືດຜັກ ແລະ ໝາກໄມ້ ໃນຕະຫຼາດທ້ອງຖິ່ນແຫ່ງໜຶ່ງ. ພາບໂດຍ LIWG

ເມື່ອຖາມວ່າ ເປັນຫຍັງຈຶ່ງບໍລິໂພກອາຫານພື້ນເມືອງ (ຫຼື ອາຫານທ້ອງຖິ່ນ) ? ເຊິ່ງແນ່ນອນ ການຕອບຄໍາຖາມນີ້ ແມ່ນບໍ່ມີຄໍາຕອບພຽງຢ່າງດຽວ ແລະ ກໍ່ມີຫຼາກຫຼາຍເຫດຜົນ ທີ່ແຕກຕ່າງກັນ, ເຊິ່ງໃນບົດຄວາມນີ້ ພວກເຮົາສະ ຫຼຸບບາງເຫດ ຜົນວ່າເປັນຫຍັງຈຶ່ງບໍລິໂພກອາຫານທ້ອງຖິ່ນ:

  • ອາຫານທ້ອງຖິ່ນ ເປັນອາຫານທີ່ມີຄວາມສົດໃໝ່ສະເໝີ, ເປັນອາຫານຕາມລະດູການ ແລະ ມີລົດຊາດທີ່ດີ
  • ການບໍລິໂພກອາຫານທ້ອງຖິ່ນຖືວ່າ ມີສ່ວນຊ່ວຍໃນການເຮັດໃຫ້ເສດຖະກິດຂອງຊຸມຊົນດີຂື້ນ ແລະ ເປັນການຊ່ວຍສະໜັບສະໜູນຊາວກະສິກອນຂະໜາດນ້ອຍ, ພ້ອມທັງສ້າງຄວາມໝັ້ນຄົງທາງອາຊີບໃຫ້ຊາວກະສິກອນໄດ້ອີກທາງໜຶ່ງ ເຊິ່ງຕ່າງຈາກລະບົບອາຫານໃນປັດຈຸສ່ວນໃຫຍ່ທີ່ຖືກຄວບຄຸມໂດຍບັນດາຍັກໃຫຍ່ ແລະ ຊາວກະສີກອນກໍ່ມັກຈະຖືກເອົາປຽບຢູ່ປະຈໍາ
  • ການບໍລິໂພກອາຫານທ້ອງຖິ່ນ ເປີດໂອກາດໃຫ້ເຮົາຮູ້ຈັກກັບຜູ້ຜະລິດ ແລະ ເກີດຄວາມສໍາພັນອັນດີລະຫວ່າງຜູ້ບໍລິໂພກກັບຜູ້ຜະລິດໄດ້
  • ການບໍລິໂພກອາຫານທ້ອງຖິ່ນ ເຮັດໃຫ້ເຮົາຮູ້ຈັກ ແລະ ສາຍສໍາພັນທີ່ດີຫຼາຍຂື້ໜກັບຄົນທີ່ຢູ່ໃນຊຸມຊນດຽວກັນ ແລະ ສ້າງຄວາມສາມັກີພາຍໃນຊຸມຊົນດ້ວຍ
  • ທີ່ສໍາຄັນ ການບໍລິໂພກອາຫານທ້ອງຖິ່ນ ເຮັດໃຫ້ເຮົາຮູ້ຈັກທີ່ມາຂອງອາຫານແຕ່ລະປະເພດຫຼາຍຂື້ນ
  • ການບໍລິໂພກອາຫານທ້ອງຖິ່ນ ຖືວ່າມີສ່ວນຊ່ວຍອະນຸລັກຄວາມຫຼາກຫຼາຍທາງຊີວະພາບ ເຮັດໃຫ້ໄດ້ມີໂອ ກາດລອງຊິມອາຫານທີ່ມີລົດຊາດ ທີ່ແຕກຕ່າງກັນ ເຊັ່ນ ໝາກໄມ້ ຫຼື ພືດຜັກ ປະຈໍາທ້ອງຖິ່ນ ເປັນຕົ້ນ
  • ການບໍລິໂພກອາຫານທ້ອງຖິ່ນມີສ່ວນຊ່ວຍໃນການຮັກສາໂລກໄດ້ ດັ່ງທີ່ມີການສຶກສາພົບວ່າ ການບໍລິໂພກອາ ຫານທ້ອງຖິ່ນມີສ່ວນຊ່ວຍໃນການເຜົາຜານເຊື້ອເພີງໃນການຂົນສົ່ງໄດ້ເຖິງ 17 ເທົ່າຂອງອາຫານທີ່ນໍາເຂົ້າມາຈາກຕ່າງປະເທດ  

ດັ່ງນັ້ນຈະເຫັນໄດ້ວ່າໃນສັງຄົມລາວເຮົາ ການມີລະບົບອາຫານທ້ອງຖິ່ນ ແມ່ນມີຄວາມສໍາຄັນຢ່າງຍິ່ງກັບຜູ້ບໍລິ ໂພກ ແລະ ຜູ້ຜະລິດເອງ ເຊິ່ງປັດໄຈສໍາຄັນໃນການເຮັດໃຫ້ເກີດມີລະບົບດັ່ງກ່າວ ແມ່ນການມີປັດໄຈການຜະລິດ ຫຼື ເຂົ້າເຖິງແຫຼ່ງອາຫານທ້ອງຖິ່ນ ນັ້ນກໍ່ຄື ທີ່ດິນ ແລະ ປ່າໄມ້ ເນື່ອງຈາກປະເທດເຮົາເປັນປະເທດທີ່ມີການອາໄສການຜະລິດທາງດ້ານກະສິກໍາເພື່ອລ້ຽງຊີບ ແລະ ການເປັນສິນຄ້າ. ດັ່ງນັ້ນ ການສົ່ງເສີມ ແລະ ການຮັກສາລະບົບທ້ອງຖິ່ນໃນປະ ເທດ ກໍ່ຈະເປັນຜົນດີຕໍ່ກັບຜູ້ຜະລິດ ແລະ ຜູ້ບໍລິໂພກເອງ ເພາະໃນທ້າຍສຸດ ອາຫານກໍ່ເປັນປັດໄຈທີ່ສໍາຄັນ ຕໍ່ການດໍາລົງຊີວິດຂອງຄົນ ບໍ່ວ່າຈະເປັນຄົນທີ່ຢູ່ພື້ນທີ່ທີ່ຕ່າງກັນ.   

ປັດໃຈທີ່ສໍາຄັນອັນໜຶ່ງທີ່ຈະສາມາດເຮັດໃຫ້ສາມາດສືບຕໍ່ໃນການຜະລິດອາຫານທ້ອງຖິ້ນໄດ້ນັ້ນກໍ່ຄືການເຂົ້າເຖິງສິດໃນການຄອບຄອງທີ່ດິນ ແລະ ຊັບພະຍາກອນທໍາມະຊາດ. ດັ່ງນັ້ນ  ສິດທິການຄອບຄອງທີ່ດິນ ແລະ ການເຂົ້າເຖິງຊັບພະຍາກອນທໍາມະຊາດ ຈຶ່ງມີຄວາມສໍາຄັນຢ່າງຍິ່ງທີ່ຈະເຮັັດໃຫ້ຊາວກະສິກອນ ແລະ ປະຊາຊົນນເຂດທ້ອງຖິ່ນຕ່າງໆໃນທົ່ວປະເທດລາວ  ສາມາດຜະລິດອາຫານ ຫຼື ນໍາອາຫານທີ່ມີຄຸນນະພາບ ທີ່ເຕັມປ່ຽມດ້ວຍອະລິຍະທໍາ ຂອງແຕ່ລະທ້ອງຖິ່ນສູ່ສັງຄົມລາວ ແລະ ຕ່າງຊາດ.

ສະນັ້ນ ການຈະຊ່ວຍໃຫ້ລະບົບອາຫານທ້ອງຖິ່ນມີການດໍາເນີນໄປ ຢ່າງຍັ້ງຍືນນັ້ນ ແນ່ນອນ ການເອົາໃຈໃສ່ໃນການສະໜັບສະໜູນຈາກໜ່ວຍງານທີ່ກ່ຽວຂ້ອງ ເຊັ່ນ ພາກລັດ, ພາກສ່ວນທຸລະກິດ ແລະ ອົງການຈັດຕັ້ງທາງສັງ ຄົມ ແມ່ນສ່ວນທີ່ສໍາຄັນ ແຕ່ພວກເຮົາທຸກຄົນເອງກໍ່ສາມາດປະກອບສ່ວນໄດ້ ໂດຍສະເພາະການສະໜັັບສະໜູນຜະລິດ ຕະພັນຂອງຊາວກະສິກອນລາຍຍ່ອຍ ທີ່ມາຈາກແຕ່ລະທ້ອງຖິ່ນຕ່າງໆ ໃນປະເທດລາວເຮົາເອງ.

ອ້າງອ້ງຈາກແຫຼ່ງຂໍ້ມູນ:

  1. https://sites.google.com/site/xaharthxngthin4phakh/
  2. http://bit.ly/2Nka1bu