ບໍລິສັດປະກັນໄພ ແລະ ລັດຖະບານລາວໄດ້ຕົກລົງຄ່າຊົດເຊີຍ ແກ່ປະຊາຊົນທີ່ໄດ້ຜົນກະທົບຈາກເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກ ໃນຈໍານວນ 54 ລ້ານໂດລາສະຫະລັດ

2801

ສະຫຼຸບໂດຍ LIWG

ທີ່ກອງປະຊຸມສະໄໝາສາມັນຄັ້ງທີ 8 ຂອງສະພາແຫ່ງຊາດ ໃນວັນທີ 19 ພະຈິກ 2019, ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດທີ່ກໍາລັງມີການດໍາເນີນຢູ່ໃນປັດຈຸບັນ ກ່ຽວກັບ ກໍລະນີການຊົດເຊີຍ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກ ເຂື່ອນເຊປ່ຽນເຊນໍ້ານ້ອຍແຕກໃນປີ 2018 ໂດຍ  ທ່ານ ຄໍາມະນີ ອິນທິລາດ ລາຍງານໃຫ້ຮູ້ວ່າ ກະຊວງຂອງຕົນໄດ້ຕິດຕາມການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ຄະນະເຈລະຈາການຊົດເຊີຍຄ່າເສຍຫາຍ ແລະ ຟື້ນຟູໄພພິບັດທີ່ເກີດຈາກ ຄູກັ້ນນໍ້າຂອງອ່າງເກັບນໍ້າເຂື່ອນໄຟຟ້າເຊປ່ຽນເຊນໍ້ານ້ອຍແຕກ ຢູ່ ເມື່ອງສະໜາມໄຊ, ແຂວງອັດຕະປືວ່າ ຜົນການເຈລະຈາຄ່າຊົດເຊີຍໄດ້ຕົກລົົງກັນໃນມູນຄ່າ 54 ລ້ານໂດລາສະຫະລັດ ຈາກມູນຄ່າເບື້່ອງຕົ້ນທີ່ໄດ້ສະເໜີໃນມູນຄ່າ 273 ລ້ານໂດລາສະຫະລັດ .ເຊິ່ງປັດຈຸບັນ ບໍລິສັດປະກັນໄພ ໄດ້ໂອນເງິນເຂົ້າບັນຊີທະນາຄານແລ້ວຈໍານວນ 49,9 ລ້ານໂດລາສະຫະລັດ.

ທ່ານລາຍງານຕື່ມວ່າ ສາເຫດຂອງການແກ້ໄຂຜົນກະທົບຈາກເຫດກ່າວດັ່ງກ່າວທີ່ມີຄວາມຊັກຊ້າໃນໄລຍະຜ່ານມາ  ແມ່ນຍ້ອນການເກັບກໍາຂໍ້ມູນທີ່ມີຄວາມຄາດເຄື່ອນຫຼາຍ ດັ່ງນັ້ນຈຶ່ງໄດ້ມີການຈ້າງບໍລິສັດທີ່ປຶກສາກວດສອບຄືນໃໝ່ ເພື່ອຄວາມຍຸດຕິທໍາທັງສອງຝ່າຍ.

ສ່ວນກໍລະນີທີ່ ປະຊາຊົນສະເໜີຂໍເງິນໃນການໄປປຸກສ້າງເຮືອນເອງ ທີ່ບໍ່ພວກເຂົາບໍ່ຕ້ອງການໄປຕາມແຜນຈັດສັນ ທ່ານ ຄໍາມະນີ ອິນທິລາດ ແຈ້ງວ່າ ທາງກະຊວງຈະປະສານສົມທົບກັບ ຄະນະກໍາມະການກວດກາ ແລະ ບໍລິສັດ ເຊປ່ຽນ-ເຊນໍ້ານ້ອຍ ເພື່ອຄົ້ນຄວ້າພິຈາລະນາຄໍາສະເໜີ ເຊິ່ງທາງເບິ່ງຄືນໃໝ່ກ່ຽວກັບປະເດັນນີ້. ເຊິ່ງຈາກການລາຍງານ ສະມາຊິກສະພາແຫ່ງຊາດໄດ້ສະແດງຄວາມກັງວົນຕໍ່ກັບຄວາມຊັກຊ້າຂອງວຽກງານຟື້ນຟູຊີວິດຂອງຜູ້ຄູ້ທີ່ໄດ້ຮັບຜົນກະທົບ ໂດຍສະເພາະແມ່ນເງິນຊົດເຊີຍ, ທີ່ຢູ່ອາໄສ ແລະ ທີ່ທໍາກິນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ.

ໃນວັນທີ 1 ພະຈິກ 2019ທີ່ຜ່ານມາ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ກໍ່ໄດ້ກ່າວໃນກອງປະຊຸມລາຍງານຄວາມຄືບໜ້າໃນການແກ້ໄຂ ແລະ ຟື້ນຟູໄພພິບັດ ທີ່ແຂວງອັດຕະປື ຕໍ່ກັບເຫດການ ຄູກັ້ນນ້ຳເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນໄລຍະ 1 ປີຜ່ານມາ ເຊິ່ງທ່ານສະລຸບບາງໃຈຄວາມສໍາຄັນວ່າ ໃນເດືອນກໍລະກົດ 2019 ໄດ້ມີການຄົ້ນຄວ້າປັບປຸງສະຖິຕິ ແລະ ນະໂຍບາຍສົງເຄາະຄືນ ໂດຍສະຫຼຸບວ່າ ເລີ່ມແຕ່ເດືອນກັນຍາ 2019 ຮອດເດືອນ ທັນວາ 2021 ຈະໄດ້ຈັດຕັ້ງປະຕິບັດນະໂຍບາຍດັ່ງນີ້:

  • ຈໍານວນ 4,607 ຄົນ ທີ່ໄດ້ຮັບຜົນກະທົບໜັກ ແມ່ນຈະໄດ້ຮັບການສົງເຄາະເຂົ້າ 20 ກິໂລກ/ຄົນ/ເດືອນ, ເງິນແຮ ແລະ ເບ້ຍລ້ຽງ 250,000 ກີບ/ຄົນ/ເດືອນ
  • ສຳລັບພະສົງ 15 ອົງ ແລະ ໄພ້-ເຂີຍ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບໜັກຈໍານວນ 34 ຄົນ ຈະໄດຮັບເຂົ້າ 12 ກິໂລ/ຄົນ/ເດືອນ
  • ສ່ວນປະຊາຊົນ 13 ບ້ານ ຈໍານວນ 3,123 ຄົນ ທີ່ໄດ້ຮັບຜົນກະທົບ “ປານກາງ ແລະ ເບົາ” ຍັງຈະໄດ້ສືບຕໍ່ຮັບເຂົ້າກິນ 18 ກິໂລ/ຄົນ/ເດືອນ, ໂດຍສະເລ່ຍຈະມີລາຍຈ່າຍຕໍ່ເດືອນແມ່ນ 2.3 ຕື້ກີບ.
ເຮືອນພັກ ທີ່ຢູ່ໃນສູນພັກຊົ່ວຄາວແຫ່ງໜຶ່ງ ແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກ

ພ້ອມດຽວກັນນັ້ນ ໃນເດືອນ ກັນຍາຜ່ານມານີ້ ທາງ ສຳນັກຂ່າວອິດສະລະ ລາຍງານວ່າ: ການຊ່ວຍເຫຼືອຂອງສາກົນ ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນະທົບຈາກເຫດການເຂື່ອນເຊປ່ຽນເຊນໍ້ານ້ອຍແຕກ ໃນໄລຍະ 1 ປີ ຜ່ານມາ ແມ່ນມີເຖິງ 26 ລ້ານໂດລາສະຫະລັດ (ປະມານ 229 ຕື້ກີບ) ໂດຍແມ່ນຄະນະຄຸ້ມຄອງໄພພິບັດແຫ່ງເປັນຜູ້ຈັດຕັ້ງປະຕິບັດ.

——————————————————————
ແຫຼ່ງອ້າງອີງຂໍ້ມູນ:
1. ລາວພັດທະນາ: https://www.laophattananews.com/archives/60999
2. ສໍານັກຂ່າວສານປະເທດລາວ/LIWG-translation: http://bit.ly/2D4hyoQ  & https://youtu.be/NW7o7LNVKIg
3. ສໍານັກຂ່າວສານປະເທດລາວ: http://kpl.gov.la/detail.aspx?id=49169
4. ອິດສະຫຼະ: https://www.idsala.com/8308/