ຈໍານວນ 5 % ຂອງປະຊາກອນທັງໝົດພາຍໃນປະເທດລາວ ແມ່ນກໍາລັງປະເຊີນກັບສະພາບການຂາດສານອາຫານ

231

Posted by LIWG admin


ຈາກບົດລາຍງານຂອງທະນາຄານໂລກປະຈໍາປີ 2020 ໄດ້ໃຫ້ຮູ້ວ່າ ປະຊາກອນຈໍານວນ 5 % ຂອງຈໍານວນທັງໝົດ ແມ່ນກໍາລັງ ປະເຊີນກັບສະພາບການຂາດສານອາຫານ. ເຊິ່ງໃນນັ້ນເຫັນວ່າ ເດັກນ້ອຍອາຍຸຕໍ່າກວ່າ 5 ປີ ແລະ ແມ່ຍິງເປັນກຸ່ມທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ໂດຍສະເພາະ ກຸ່ມຊົນເຜົ່າ ໃນເຂດເນີນສູງ ໂດຍເຫັນວ່າ 40% ຂອງ ເດັກນ້ອຍທີ່ອາຍຸຕໍ່າກວ່າ 5 ປີ ແມ່ນບໍ່ສາມາດເຕີບໂຕໄດ້ຢ່າງເຕັມທີ ຕາມອາຍຸ; ນອກນັ້ນ ມີຜູ້ຍິງພຽງ 10% ເທົ່ານັ້ນ ທີ່ສາມາດຕອບສະໜອງທາງດ້ານອາຫານຂັ້ນພື້ນຖານໃນຊີວິດປະຈໍາວັນ  ຂອງຕົນເອງໄດ້ (ການສໍາຫຼວດທາງດ້ານສັງຄົມ ປີ 2017).

ຕໍ່ກັບສະພາບການດັ່ງກ່າວ ກໍ່ມີຫຼາຍອົງການຈັດຕັ້ງທາງສັງຄົມ ທີ່ພະຍາຍາມໃຫ້ການສະໜັບສະໜູນປະຊາຊົນໃນເຂດຫ່າງໄກສອກຫຼີກ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ເຊິ່ງໜຶ່ງໃນນັ້ນກໍ່ແມ່ນ ອົງການຮ່ວມມືກັບປະເທດລາວ (CCL) ທີ່ໄດ້ມີການເຮັດວຽກ ເພື່ອການພັດທະນາຊຸມຊົນ ແລະ ສະໜັບສະໜູນຊາວກະສິກອນຂະໜາດນ້ອຍໃນເຂດເນີນສູງຂອງປະເທດລາວ ເພື່ອການພັດທະນາທີ່ຍືນຍົງ ມາເປັນໄລຍະເວລາຫຼາຍກວ່າ 40 ປີ.

 ຕະຫຼອດໄລຍະເວລາ ກວ່າ 40 ປີ  ອົງການ CCL ໄດ້ສະໜັບສະໜູນປະຊາຊົນໃນເຂດເນີນສູງພາກເໜືອຂອງປະເທດລາວ ເພື່ອປັບປຸງຊີວິດການເປັນຢູ່ ແລະ ການຄໍ້າປະກັນທາງດ້ານສະບຽງອາຫານໃຫ້ມີຄວາມຍືນຍົງ ໂດຍໄດ້ມີການໃຫ້ການສະໜັບສະໜູນ ແລະ ດໍາເນີນໂຄງການຕ່າງໆເຊັ່ນ: ການລົນນະລົງໃນຂັ້ນບ້ານ, ການສະໜັບສະໜູນທາງດ້ານກະສິກໍາ ເພື່ອການຜະລິດອາຫານ ແລະ ການປະຕິບັດນິເວດກະສິກໍາ, ການສະໜັບສະໜູນທາງດ້ານ ສຸຂະພິບານ ແລະ ນໍ້າສະະອາດ (ເຊັ່ນ: ການສ້າງລະບົບສະໜອງນໍ້າ ແລະ ການສຶກສາທາງດ້ານສຸຂະພິບານ) ແລະ ການພັດທະນາຊີວິດການເປັນຊີ ແລະ ມູນຄ່າຂອງຕ່ອງໂສ້ (ທາງດ້ານສິນຄ້າ ແລະ ອາຫານ).

ຈາກການເຮັດວຽກຢ່າງຍາວນານໃນຫຼາຍຊຸມຊົນ ມາຮອດປັດຈຸບັນອົງການ CCL ໄດ້ໃຫ້ການສະໜັບສະໜູນຊາວກະສິກອນຂະໜາດນ້ອຍຫຼາຍກວ່າ 15,000 ຄອບຄົວ ຢູ່ທາງພາກເໜືອຂອງປະເທດລາວ.

ໃນອານາຄົດຂ້າງໜ້າ ອົງການ CCL ຈະສືບຕໍ່ໃຫ້ການໃຫ້ການສະໜັບສະໜູນຊາວກະສິກອນ ພ້ອມທັງຈະເນັ້ນການປົກປັກຮັກສາສະພາບແວດລ້ອມ ແລະ ຊັບພະຍ່ກອນທໍາມະຊາດ ໃນມີຄວາມຍືນຍົງ. ພ້ອມນັ້ນ ກໍ່ຈະມີການສະໜັບສະໜູນໄວໜຸ່ມເຂົ້າໃນການປະຕິບັດກິດຈະກໍາຕ່າງໆຂອງອົງການ ໂດຍສະເພາະ ແມ່ນເລື່ອງທີ່ກ່ຽວກັບ ໂພສະນາການ, ຄວາມສະເໝີພາບທາງດ້ານເພດ, ການປົກປັກຮັກສາສິ່ງແວດລ້ອມ ເພື່ອການພັດທະນາທີ່ຍືນຍົງໃນອະນາຄົດ.

ຈາກວຽກງານຂອງ ອົງການ CCL ໂດຍສະເພາະແມ່ນການເຊື່ອມໂຍງທາງດ້ານກະສິກໍາ ແລະ ຄວາມໝັ້ນຄົງທາງດ້ານອາຫານ ແມ່ນເປັນສິ່ງທີ່ສື່ໃຫ້ເຫັນເຖິງຄວາມສໍາຄັນຂອງ ການເຊື່ອມໂຍງເລື່ອງດັ່ງກ່າວຕໍ່ກັບ ຄວາມໝັ້ນຄົງດ້ານສິດຄອບຄອງນໍາໃຊ້ທີ່ດິນໃນ ສປປ ລາວ.

ຈາກບົດສຶກສາປີ 2016 “ການເຊື່ອມໂຍງດ້ານ ການຄໍ້າປະກັນສະບຽງອາຫານ ແລະ ຄວາມໝັ້ນຄົງດ້ານ ສິດຄອບຄອງນໍາໃຊ້ທີ່ດິນໃນ ສປປລາວ” ໂດຍ LIWG ໄດ້ສະແດງໃຫ້ເຫັນວ່າ ການທີ່ຊາວກະສິກອນມີສິດນຳໃຊ້ທີ່ດິນ ທີ່ໄດ້ຮັບການຮັບຮູ້ຢ່າງເປັນທາງການໃນຮູບແບບ ໃບຕາດິນຖາວອນ, ການວາງແຜນ, ນຳໃຊ້ທີ່ດິນແບບມີສ່ວນຮ່ວມ ຫຼື ການຂື້ນທະບຽນທີ່ດິນ ໃນຮູບແບບອື່ນໆ ເຊັ່ນ: ໃບຕາດິນສ່ວນບຸກຄົນ ແລະ ໃບຕາດິນຊຸມຊົນ ໄດ້ຊ່ວຍເພີ່ມຄວາມໝັ້ນຄົງທາງດ້ານສະບຽງອາຫານ, ໂພຊະນາການ, ຊີວະນາໆພັນ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ.

ຜົນການຈາກຄົ້ນຄົ້ວຂອງບົດສຶກສາດັ່ງກ່າວ ໄດ້ສະເໜີໃຫ້ ມີການເພີ່ມການຄໍ້າປະກັນການຄອບຄອງທີ່ດິນ ຕາມນະໂຍບາຍຂອງລັດຖະບານໂດຍການສົ່ງເສີມ ການຂື້ນທະບຽນທີ່ດິນແບບເປັນທາງການ ພ້ອມດຽວກັນ ກໍ່ຮັບຮູ້ ລະບົບການຄອບຄອງທີ່ດິນແບບບໍ່ເປັນທາງການ ຫຼື ການຄອບຄອງທີ່ດິນຕາມປະເພນີ. ພ້ອມນັ້ນ ກໍ່ຍັງໄດ້ມີການສະເໜີແນະໃຫ້ມີການເຮັດວຽກຮ່ວມກັບຫຼາຍຂື້ນ ຂອງອົງການຈັດຕັ້ງທີ່ເຮັດວຽກທາງດ້ານອາຫານ ແລະ ໂພສະນາການ ແລະ ອົງການຈັດຕັ້ງທີ່ປະຕິບັດວຽກງານດ້ານທີ່ດິນ ແລະ ຊັບພະ ຍາກອນທໍາມະຊາດ ແລະ ເຮັດວຽກຮ່ວມກັນຫຼາຍຂື້ນ ກັບພາກລັດ ໃນການສ້າງຄວາມທາດສາມາດ ກ່ຽວກັບຄວາມເຊື່ອມໂຍງລະຫວ່າງ ຄວາມໝັ້ນຄົງໃນການຄອບຄອງທີ່ ດິນ ແລະ ການຄໍ້າປະກັນດ້ານສະບຽງອາຫານ.