ໄວໜຸ່ມ ແລະ ການເຜີຍແຜ່ຂໍ້ມູນກ່ຽວກັບການອະນຸລັກທີ່ດິນ ແລະ ຊັບພະຍາກອນທໍາມະຊາດ

3811

ໂດຍ: LIFE

ສຳລັບນັກສຶກສາ (ຄົນຊົນເຜົ່າ ທີ່ບໍ່ແມ່ນລາວລຸ່ມ) ຄະນະນິຕິສາດ ປີ 2 ແລະ ປີ 3, ມະຫາວິທະຍາໄລແຫ່ງຊາດລາວ ທີ່ສົນໃຈໃນການເຮັດກິດຈະກໍາຊ່ວຍເຫຼືອສັງຄົມ, ຢາກຈະຝຶກ ແລະ ພັດທະນາທັກສະຂອງຕົນເອງໂດຍການຜ່ານການເຮັດກິດຈະກຳຫຼາກຫຼາຍປະເພດ, ແລະ ນີ້ແມ່ນໂອກາດທີ່ທີ່ນ້ອງໆຈະໄດ້ ຮຽນຮູ້ກົດໝາຍທີ່ກ່ຽວກັບການນຳໃຊ້ທີ່ດິນ ແລະ ການອະນຸລັກສິ່ງແວດລ້ອມ.ສໍາລັບຫົວຂໍ້ຂອງໂຄງການນີ້ມີຊື່ວ່າ: ການເຜີຍແຜ່ຂໍ້ມູນກ່ຽວກັບການອະນຸລັກທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ເຊິ່ງເປັນໂຄງການທີ່ມີໄລຍະ 9 ເດືອນ. ສໍາລັບນ້ອງໆຜູ້ທີ່ຈະເຂົ້າຮ່ວມໂຄງການນີ້ ແມ່ນຈະໄດ້ຮຽນຮູ້ເຄື່ອງມືທີ່ຈະໃຊ້ໃນການເຜີຍແຜ່ຂໍ້ມູນອັນໃໝ່ໆເຊັ່ນ: ສາຍນ້ຳແຫ່ງຊີວິດ ແລະ ເປັນນັກສະແດງເອກໃນເລື່ອງລະຄອນເວທີຂອງຕົນນຳ.
ວິທີເຫຼົ່ານັ້ນແມ່ນ ຈະສາມາດຊ່ວຍໃຫ້ນ້ອງໆ ເຜີຍແຜ່ກົດໝາຍໄປຫາປະຊາຊົນບ້ານເກີດຂອງຕົນໃນຮູບແບບທີ່ມ່ວນ ຊື່ນ ແລະ ໜ້າສົນໃຈດ້ວຍ.  

ທີ່ສໍາຄັນ ຈາກການເຂົ້າຮ່ວມໂຄງການນີ້ ຍັງເປັນການປະກອບສ່ວນໃນການເຜີຍແຜ່ຄວາມຮູ້ທີ່ນ້ອງໆມີໃຫ້ແກ່ຊຸມຊົນຕົວເອງ ແລະ ເປັນການເກັບກ່ຽວປະສົບການໃໝ່ໆ ແລະ ຮຽນຮູ້ຮ່ວມກັບຊຸມຊົນຂອງຕົນເອງໄປພ້ອມໆກັນດ້ວຍ.  

ສໍາລັບລາຍລະອຽດການສະໝັກເຂົ້າຮ່ວມໂຄງການແມ່ນ:

  1. ເປີດໃຫ້ເອົາແບບຟອມສະຫມັກໃນວັນທີ 2.10.2019 ທີ່ຫ້ອງການ CLE (ໃນ ຄະນະນິຕິສາດ-ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ)
  2. ສົ່ງຟອມໄດ້ທີ່: ຫ້ອງການ CLE
  3. ປິດຮັບແບບຟອມໃນວັນທີ 9.10.2019
  4. ນັດສໍາພາດວັນທີ 16 – 18.10.2019
  5. ປະກາດຜົນ 31.10.2019

**ຫມາຍເຫດ:  ກ່ອນສະຫມັກຕ້ອງໄດ້ຫາໝູ່ທີ່ຢູ່ບ້ານດຽວກັນຢ່າງໜ້ອຍໜຶ່ງຄົນເພື່ອເຂົ້າຮ່ວມໂຄງການ

ສໍາລັບລາຍລະອຽດຂອງ ໄລຍະການດໍາເນີນໂຄງການມີຄື:

  • ເດືອນ ????????, 2019: ເປີດຮັບສະໝັກຟອມ
  • ເດືອນ ????????, 2019: ປະກາດລາຍຊື່ຜູ້ຖືກຄັດເລືອກ
  • ເດືອນ ????????, 2019: ເຝິກອົບຮົມຄັ້ງທີ ????: ຮຽນກ່ຽວກັບເຄື່ອງມືຕ່າງໆ (????????-????????/????????/????????????????)
  • ເດືອນ ????????, 2019 – ເດືອນ ????, 2020: ກັບບ້ານເກີດຂອງຕົນເພື່ອທັກສະນະສຶກສາ
  • ເດືອນ ????, ????????????????: ເຝິກອົບຮົມຄັ້ງທີ ????: ແລກປ່ຽນເລື່ອງລາວຮ່ວມກັນ (???? ວັນ)
  • ເດືອນ ????, ????????????????: ເຝິກອົບຮົມຄັ້ງທີ ????: ຮຽນກົດໝາຍ ແລະ ການສະແດງລະຄອນເວທີ (???? ວັນ)
  • ເດືອນ ????-????, ????????????????: ກັບໄປບ້ານເກີດ ແລະ ເຮັດກິດຈະກຳລະຄອນເວທີ ແລະ ອື່ນໆນຳທີມໂຄງການ
  • ເດືອນ ????, ????????????????: ເຝິກອົບຮົມຄັ້ງສຸດທ້າຍ: ຖອດຖອນບົດຮຽນໂຄງການຮ່ວມກັນ

ສຳລັບນ້ອງໆທີ່ສົນໃຈ ແມ່ນສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:
ໂທ: ???????????? ???????????????? ???????????? (ຫ້ອງການ ????????????????????????)
ເຟສບຸກ Stella: www.facebook.com/TheSTELLA/