Legal Calendar of September - October 2019: Compensation and Resettlement from Development Projects

3055

ວັນທີ 4 ກັນຍາ 2019

By: DALaM, LIWG, GAPE and VFI

ການທົດແທນຄ່າເສຍຫາຍ ແມ່ນການທົດແທນ ເປັນທີ່ດິນ, ວັດຖຸ ຫຼື ເປັນເງິນ ສໍາລັບທີ່ດິນ, ສິ່ງປູກສ້າງ, ຜົນລະປູກ, ສັດລ້ຽງ ແລະ ລາຍຮັບ ທີ່ໄດ້ຮັບຜົນກະທົບຈາກ ໂຄງການພັດທະນາ ດ້ວຍມູນຄ່າທີ່ປ່ຽນແທນ (ດໍາລັດ ເລກທີ 84 ວ່າດ້ວຍ ການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ຈາກໂຄງການພັດທະນາ).

ໃນດໍາລັດເລກທີ 84 ນີ້ ໄດ້ກໍານົດວ່າ:

  • ໂຄງການພັດທະນາ ໝາຍເຖິງ ໂຄງການລົງທຶນ ຫຼື ກິດຈະການຕ່າງໆ ທີ່ດໍາເນີນການພາຍໃນຂອບເຂດ ສປປ ລາວ ຊຶ່ງຕ້ອງໄດ້ທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍປະຊາຊົນ
  • ຜູ້ໄດ້ຮັບຜົນກະທົບ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບຜົນກະທົບ ຈາກໂຄງການພັດທະນາ ແບບຖາວອນ ຫຼື ແບບຊົ່ວຄາວ ຊຶ່ງໄດ້ຮັບການຂື້ນທະບຽນໄວ້ໃນວັນຂື້ນທະບຽນສິດຂອງຜູ້ໄດ້ຮັບຜົນກະທົບ

ສໍາລັບປະຕິທິນກົດໝາຍປະຈໍາ ເດືອນກັນຍາ – ຕຸລາ 2019 ນີ້ ແມ່ນນໍາສະເໜີ ກ່ຽວກັບ ການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍຈາກໂຄງການພັດທະນາ. ຫຼາຍທົດສະວັດທີ່ຜ່ານມາ ເຫັນວ່າ ມີໂຄງການພັດທະນາຫຼານໂຄງການເຂົ້າມາໃນປະເທດລາວ ເຊິ່ງໂຄງການເຫຼົ່ານັ້ນ ໄດ້ສົ່ງຜົນກະທົບທາງບວກ ແລະ ດ້ານລົບ ເຊິ່ງໃນດ້ານລົບນັ້ນ ໝາຍເຖິງວ່າ ມີກຸ່ມຄົນທີ່ໄດ້ຮັບຜົນກະທົບ ແລະ ມີການຍົກຍ້າຍອອກຈາກພື້ນທີ່ຢູ່ອາໄສ. ເພື່ອເປັນຊ່ອງທາງໜຶ່ງທີ່ສາມາດໃຫ້ເຂົ້າໃຈກ່ຽວກັບ ສິດຂອງຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາ ວ່າເວລາທີ່ໄດ້ຮັບຜົນກະທົບນັ້ນ ພວກເຂົາມີສິດຫຍັງແດ່. ສະນັ້ນ ປະຕິທິນກົດໝາຍປະຈໍາເດືອນນີ້ ແມ່ນນໍາສະເໜີ ຫຼັກການພື້ນຖານກ່ຽວກັບ ການທົດແທນຄ່າເສັຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ແລະ ສິດ ແລະ ພັນທະຂອງຜູ້ໄດ້ຮັບຜົນກະທົບ ເພື່ອຫັງວ່າ ຈະເປັນປະໂຫຍດ ແລະ ຊ່ວຍເປັນໃຊ້ໃນການເປັນຂໍ້ມູນອ້າງອີງ ເມື່ອ ຕ້ອງປະເຊີນກັບເຫດການດັ່ງກ່າວ.  

ຫົວຂໍ້ປະຈໍາໜ້າເດືອນ ກັນຍາ – ສິງຫາ ນີ້ ແມ່ນ ໄດ້ອີງໃນເອກະສານນິຕິກໍາ 2 ສະບັບ ເພື່ອເປັນເອກະສານອ້າງອີງ ຄື: ກົດໝາຍວ່າດ້ວຍທີ່່ດິນ  ແລະ ດຳລັດ ເລກທີ 84 ວ່າດ້ວຍ ການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ຈາກໂຄງການພັດທະນາ (2016) ໂດຍໄດ້ອະທິບາຍລາຍລະອຽດ ມາດຕາ ທີ 5 ແລະ 18 ຂອງ ດໍາລັດເລກທີ 84:

  • ມາດຕາ 5 ຫຼັກການພື້ນຖານກ່ຽວກັບ ການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ
  • ມາດຕາ 18 ສິດ ແລະ ພັນທະຂອງຜູ້ໄດ້ຮັບຜົນກະທົບ

*(ເນື້ອໃນລາຍລະອຽດຂອງແຕ່ລະມາດຕາ ແມ່ນເບິ່ງຮູບພາບຂ້າງເທິງ)


ສາມາດເບິ່ງເນື້ອໃນ ລາຍລະອຽດຂອງ 2 ນິຕິກໍາ ດັ່ງນີ້: 

  1. ກົດໝາຍວ່າດ້ວຍ ທີ່ດິນ (2003): http://bit.ly/2lvJyMw
  2. ດໍາລັດ ເລກທີ 84 ວ່າດ້ວຍ ການທົດແທນຄ່າເສຍຫາຍ ແລະ ການຈັດສັນຍົກຍ້າຍປະຊາຊົນ ຈາກໂຄງການພັດທະນາ (2016): http://bit.ly/2lvJJYc