ງານເທດສະການສົ່ງເສີມແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບວຽກງານອາສາສະໝັກຜູ້ອຳນວຍຄວາມສະດວກຂັ້ນບ້ານຂອງ ເມືອງ ເລົ່ງາມ ແລະ ເມືອງ ສາລະວັນ

13
ອົງການບ້ານຈຸດສຸມສາກົນ Village Focus International ໜຶ່ງໃນສະມາຊິກ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ຊຶ່ງເປັນອົງການໜຶ່ງທີ່ໄດ້ຮັບການສະໜັບສະໜູນທຶນຍ່ອຍ ຈາກໂຄງການ ການໃຫ້ຂໍ້ມູນສາທາລະນະ ແລະ ການໃຫ້ຄວາມຮູ່ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ PIASVC Project ໄດ້ມີການຈັດງານເທດສະການສົ່ງເສີມແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບວຽກງານອາສາສະໝັກຜູ້ອຳນວຍຄວາມສະດວກຂັ້ນບ້ານຂອງ ເມືອງ ເລົ່ງາມ ແລະ ເມືອງ ສາລະວັນ ໃນວັນທີ 11 ຫາ 12 ທັນວາ 2024 ທີ່ສູນຮຽນຮູ້ສີຂຽວ Green Earth Center ຊຶ່ງມີແຂກເຂົ້າຮ່ວມຢ່າງຫຼາກຫຼາຍຈາກຂັ້ນກະຊວງ, ຂັ້ນແຂວງ, ເມືອງ, ສະຖາບັນການສຶກສາ, ອົງການຈັດຕັ້ງທາງສັງຄົມ ແລະ ປະຊາຊົນຈາກ 24 ບ້ານເປົ້າໝາຍ ລວມທັງໝົດ 238 ທ່ານ, ຍິງ 120 ຄົນ.
ຈຸດປະສົງຂອງກິດຈະກຳນີ້ແມ່ນສ້າງຂຶ້ນເພື່ອແລກປ່ຽນບົດຮຽນ ລະຫວ່າງອົງການປົກ ຄອງບ້ານ, ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງບ້ານ, ຜູ້ອຳນວຍຄວາມສະດວກ ແລະ ຜູ້ໃຫ້ຄຳປຶກສາຂັ້ນບ້ານ ໃນການປະຕິບັດກິດຈະກຳໃນໄລຍະຜ່ານມາ ທັງເປັນການນຳສະເໜີບັນດາອຸປະກອນເຄື່ອງມືທີ່ໄດ້ພັດທະນາ ແລະ ນຳໃຊ້ໃນການຝຶກອົບຮົມ ແລະ ເຜີຍແຜ່ຢູ່ໃນຂັ້ນບ້ານ ຊຶ່ງເປັນເຄື່ອງມືທີ່ພັດທະນາປັບປຸງຈາກຄວາມຮຽກຮ້ອງຕ້ອງການ, ການມີສ່ວນຮ່ວມຂອງກຸ່ມເປົ້າໝາຍ ໂດຍເນັ້ນໃຫ້ ເຄື່ອງມືດັ່ງກ່າວມີຄວາມເຂົ້າໃຈງ່າຍ ແລະ ສາມາດນຳໃຊ້ແທດເໝາະກັບຊຸມຊົນໃຫ້ຫຼາຍຂຶ້ນ.
ຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການບາງທ່ານໄດ້ເວົ້າຕື່ມອີກວ່າ “ຂ້າພະເຈົ້າ ຮູ້ສຶກພາກພູມໃຈຫຼາຍໄດ້ມີໂອກາດມີສ່ວນຮ່ວມ ໂຄງການສົ່ງເສີມການສ້າງຄວາມເຂັ້ມແຂງໃຫ້ອາສາສະໝັກຂັ້ນບ້ານນີ້, ຂ້າພະເຈົ້າໄດ້ຮຽນຮູ້ຫຼາຍຢ່າງຈາກກິດຈະກຳເຊັ່ນ: ຄວາມສະເໝີພາບຕໍ່ກັບບົດບາດຍິງ-ຊາຍ, ການເພີ່ມທັກສະ ແລະ ຄວາມໝັ້ນໃຈໃນການອະທິບາຍເລື່ອງກົດໝາຍ, ການໃຫ້ຄຳປຶກສາ ແລະ ການໄກເກ່ຍເວລາຊາວບ້ານມີຂໍ້ຂັດແຍ່ງຕ່າງໆ, ເຊິ່ງຂ້າພະເຈົ້າເຊື່ອວ່າສິ່ງທີ່ຂ້າພະເຈົ້າໄດ້ຮັບຈະເປັນສິ່ງທີ່ເປັນປະໂຫຍດໃຫ້ແກ່ໂຕເຮົາເອງ, ຊາວບ້ານ, ແລະ ສັງຄົມໃນວົງກວ້າງ.”