ກ່ຽວ​ກັບ​ໂຄງ​ກາ​ນ PIASVC 

ຂໍ້ມູນເບື້ອງຕົ້ນກ່ຽວກັບໂຄງການ

ໂຄງ​ການ ການ​ໃຫ້​ຂໍ້​ມູນ​ສາ​ທາ​ລະ​ນະ ແລະ ການ​ໃຫ້​ຄວາມ​ຮູ້​ແກ່​ຊຸມ​ຊົນ ທີ່​ມີ​ຄວາມບອບ​ບາງ​ ໃນ ສ​ປ​ປ ລາວ (PIASVC) – ແມ່ນ​ໂຄງ​ການ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ ຈາກ ກອງ​ທຶນ​ເພື່ອ​ການ​ພັດ​ທະ​ນາ​ສັງ​ຄົມ​ ແຫ່ງ ​ປະ​ເທດຢີ່​ປຸ່ນ (JSDF) ໂດຍຜ່ານ​ ທະ​ນາ​ຄານ​ໂລກ (World Bank). ນອກ​ຈາກ​ນີ້, ໂຄງ​ການຍັງ​ໄດ້​ຮັບ​ການສະ​ໜັບ​ສະ​ໜູນ​ຮ່ວມ ຈາກ ອົງ​ການ​ ເພື່ອການພັດ​ທະ​ນາ ແລະ ການຮ່ວມ​ມື ປະ​ເທ​ດ​ສະ​ວິດ​ເຊີ​ແລນ (SDC). ໂຄງ​ການ​ນີ້ ແມ່ນແນໃສ່ປັບປຸງການເຂົ້າເຖິງຂໍ້ມູນຂ່າວສານກ່ຽວ​ກັບສິດ ແລະ ພັນທະຂອງປະ​ຊາ​ຊົນ ທາງດ້ານຊັບພະຍາກອນທຳມະຊາດ, ດ້ວຍການສະໜອງການ​ປູກ​ຈິດ​ສຳ​ນຶກ ແລະ ເສີມ​ສ້າງການບໍລິການໃຫ້ຄຳປຶກສາດ້ານກົດໝາຍໃຫ້ແກ່ບັນດາຊຸມຊົນທີ່ທຸກຍາກ ແລະ ດ້ອຍ​ໂອກາດທີ່ສຸດ. ການປູກຈິດສໍານຶກ ແລະ ການປັບປຸງຄວາມສາມາດຂອງນັກ​ກົດ​ໝາຍ​ຂັ້ນທ້ອງຖິ່ນ ໃນການໃຫ້ຄໍາປຶກສາທາງດ້ານກົດໝາຍ ຈະຊ່ວຍໃຫ້ ບັນດາຊຸມຊົນເຫຼົ່ານີ້ສາມາດຮັບ​ມື ແລະ ແກ້ໄຂສິ່ງທ້າທາຍ ແລະ ຜົນກະທົບຕໍ່​ກັບຊີວິດການເປັນຢູ່ທີ່ຕິດ​ພັນກັບການຄຸ້ມຄອງທີ່ດິນ ແລະ ການບໍລິຫານຊັບພະຍາກອນທໍາມະຊາດ.

ຈຸດປະສົງ

ຈຸດ​ປະ​ສົງໃນການພັດທະນາແມ່ນເພື່ອປັບປຸງການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການໃຫ້ຄໍາປຶກສາທາງດ້ານກົດໝາຍ ແກ່ຜູ້ທຸກຍາກ ແລະ ດ້ອຍໂອກາດ 30,000 ຄົນ (​ເຊິ່ງ​ກວມ​ເອົາ ແມ່ຍິງ 60% ແລະ ຊົນເຜົ່າຕ່າງໆ ເຖິງ 85%) ​​ຢູ່​ພື້ນ​ທີ່​ເປົ້າ​ໝາຍໃນ​ເຂດຊົນນະບົດ ເພື່ອເສີມຂະຫຍາຍການຄຸ້ມ​ຄອງ ແລະ ປະຕິບັດ​ສິດ​ດ້ານຊັບພະຍາກອນທໍາມະຊາດ ແລະ ການ​ດຳ​ລົງ​ຊີ​ວິດຂອງປະ​ຊາ​ຊົນ. ໂຄງການດັ່ງກ່າວມີຈຸດປະສົງເພື່ອປັບປຸງຄວາມຮູ້ຂອງປະຊາຊົນກ່ຽວກັບນິຕິກໍາທີ່ກ່ຽວຂ້ອງກັບຊັບພະຍາກອນທໍາມະຊາດ ໂດຍການສະໜອງການ ປູກຈິດສໍານຶກ ແລະ ​ເສີມ​ສ້າງການບໍລິການໃຫ້ຄໍາປຶກສາທາງດ້ານກົດໝາຍໃຫ້​ແກ່ຊຸມຊົນທີ່ທຸກຍາກ ແລະ ດ້ອຍ​ໂອ​ກາດທີ່ສຸດ ​ດ້ວຍວິທີການທີ່ເໝາະສົມກັບເງື່ອນໄຂສະ​ເພາະ, ເຊິ່ງແນ​ໃສ່ແມ່ຍິງ ແລະ ກຸ່ມຊົນເຜົ່າຕ່າງໆ. ການສ້າງຈິດສໍານຶກ ແລະ ການປັບປຸງຄວາມສາມາດຂອງຄະນະໄກ່ເກ່ຍຂໍ້​ຂັດ​ແຍ່ງຂອງບ້ານ, ອາສາສະໝັກບ້ານ ແລະ ຜູ້ນໍາຊຸມຊົນ ໃນການໃຫ້ຄໍາປຶກສາທາງດ້ານກົດໝາຍ ຈະຊ່ວຍໃຫ້ຊຸມຊົນສາມາດແກ້ໄຂສິ່ງທ້າທາຍ ແລະ ຜົນກະທົບດ້ານຊີວິດການເປັນຢູ່ທີ່ຕິດ​ພັນກັບການຄຸ້ມຄອງທີ່ດິນ ແລະ ຊັບພະຍາກອນທໍາມະຊາດທີ່​ກ່ຽວ​ຂ້ອງ​ກັບ​ໂຄງ​ການ.

ໂຄງການ ອີງໃສ່ 3 ອົງປະກອບຫຼັກ:

  • ອົງ​ປະ​ກອບ ທີ 1 – ການ​ສ້າງ​​ຄວາມອາດ​ສາ​ມາດ: ອົງປະກອບນີ້ ສະຫນັບສະໜູນການສ້າງຄວາມອາດສາມາດໃຫ້ແກ່ບັນ​ດາ ອົງການຈັດຕັ້ງທາງ​ສັງ​ຄົມສັງຄົມ (CSOs) ​ທີ່​ເປັນ​ສະ​ມາ​ຊິກ​ຂອງ ກຸ່ມ​ແລກ​ປ່ຽນ​ຂໍ້ມູນເລື່ອງ​ທີ່​ດິນທີ່ດິນ (LIWG) ເພື່ອສະໜອງການຝຶກອົບຮົມໃນການປູກຈິດສໍານຶກ ແລະ/ຫຼື ການບໍລິການໃຫ້ຄໍາປຶກສາ ສໍາລັບຜູ້ອໍານວຍຄວາມສະດວກ ແລະ ອາສາສະໝັກກທາງດ້ານກົດໝາຍຂັ້ນບ້ານ ທີ່ຈະເຜີຍແຜ່ຂໍ້ມູນສາທາລະນະ ແລະ/ຫຼື ສະ​ໜອງບໍລິການໃຫ້ຄຳປຶກສາທາງ​ດ້ານ​ກົດ​ໝາຍ ແກ່ຊຸມຊົນໃນ​ເຂດຊົນນະບົດທີ່ມີຄວາມ​ທຸກ​ຍາກ ແລະ ດ້ອຍ​ໂອ​ກາດທີ່ສຸດ, ລວມທັງແມ່ຍິງ, ຄົນພິການ, ບັນດາຊົນເຜົ່າ ແລະ ຊຸມຊົນທີ່ຕັ້ງຢູ່ໃນເຂດຫ່າງໄກສອກຫຼີກ.
  • ອົງປະ​ກອບ ທີ 2 ທຶນ​ຊ່ວຍ​ເຫຼືອ​ຍ່ອຍ: ອົງປະກອບນີ້ ແນ​ໃສ່ການສະໜອງທຶນຊ່ວຍເຫຼືອຍ່ອຍ, ເຊິ່ງທຶນຊ່ວຍ​ເຫຼືອດັ່ງ​ກ່າວຈະຖືກນຳໃຊ້ເຂົ້າໃນການສ້າງຄວາມອາດສາມາດໃຫ້​ແກ່​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ (CSO), ແລະ ການຝຶກອົບຮົມໃຫ້​ແກ່ຄູຝຶກທີ່ລະ​ບຸ​ໄວ​້ພາຍໃຕ້ອົງປະກອບທີ 1 ເພື່ອຈັດຕັ້ງປະຕິບັດກິດ​ຈະ​ກຳຕ່າງໆໃນພື້ນ​ທີ່ເປົ້າໝາຍຂອງໂຄງການ ທີ່​ກ່ຽວ​ຂ້ອງ​ກັບ ການປູກຈິດສຳນຶກ (ອົງປະກອບຍ່ອຍ 2.1) ແລະ/ຫຼື ການສ້າງຄວາມອາດສາມາດໃນການເສີມສ້າງການບໍ​ລິ​ການໃຫ້ຄຳປຶກສາທາງ​ດ້ານ​ກົດ​ໝາຍ​ໃນ​ລະ​ດັບຊຸມຊົນ (ອົງປະກອບຍ່ອຍ 2.2).
  • ອົງ​ປະ​ກອບ ທີ 3: ອົງປະກອບນີ້ ກ່ຽວຂ້ອງກັບການຄຸ້ມຄອງໂຄງການ, ການຕິດຕາມ ແລະ ການປະເມີນຜົນ ແລະ ການເຜີຍແຜ່ຄວາມຮູ້.

ໂຄງ​ການ​ນີ້ ໄດ້​ຮັບ​ການບໍ​ລິຫານ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ ອົງ​ການ ເຮວ​ວີ​ຕັດ ປະ​ຈຳ​ລາວ (Helvetas in Lao PDR). ອົງ​ການ ເຮວ​ວີ​ຕັດ ຈະ​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ຮ່ວມ​ກັບ ກົມ​ທີ່​ດິນ (DoL), ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ (MoNRE) ເພື່ອຮັບປະກັນຄວາມສອດຄ່ອງ ແລະ ສົມທົບກັບຄວາມພະຍາຍາມຂອງກົມ​ທີ່​ດິນ ໃນ​ການ​ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານກົດໝາຍ.  ນອກ​ຈາກ​ນີ້, ບັນ​ດາ​ສະ​ມາ​ຊິກອົງ​ກອນ CSO ທີ່ຈະເຂົ້າຮ່ວມການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການຍັງຈະໄດ້ຮ່ວມ​ມືກັບອົງການຈັດຕັ້ງມະຫາຊົນ ເຊັ່ນ: ສະຫະພັນແມ່ຍິງລາວ (LWU) ແລະ ແນວລາວສ້າງຊາດ (LFND) ເພື່ອຮັບປະກັນວ່າກິດຈະກໍາຂອງໂຄງການແມ່ນດຳ​ເນີນ​ຢ່າງຖືກຕ້ອງຕໍ່ແມ່ຍິງ  ແລະ ຊຸມຊົນຊົນເຜົ່າ.

ສະມາຊິກອົງກອນທີ່ໄດ້ຮັບທຶນຈາກໂຄງການ

ສະ​ມາ​ຄົມ​ເພື່ອ​ພັດ​ທະ​ນາ​ແມ່​ຍິງ ແລະ ການ​ສຶກ​ສາ​ກົດ​ໝາຍ (ADWLE)

ກາ​ໝາຍ​ອົງ​ກອນ ​ປະ​ເພດ​ອົງ​ກອນ ພື້ນ​ທີ່​ເປົ້າ​ໝາຍ ອົງປະກອບຍ່ອຍ
ສະ​ມາ​ຄົມ​ບໍ່​ຫວັງ​ຜົນ​ກຳ​ໄລ (NPA) ແຂວງ ເມືອງ 2.1 ການສະ​ໜອງ​​ການບໍ​ລິ​ການປູກ​ຈິດ​ສຳ​ນຶກ

2.2 ​ການສະ​ໜອງ​ເພື່ອເສີມ​ສ້າງການ​ບໍ​ລິ​ການໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ກົດ​ໝາຍ

ບໍ​ລິ​ຄຳ​ໄຊ ​ບໍ​ລິ​ຄັນ
ປາກ​ກະ​ດິງ

ສະ​ມາ​ຄົມ​ຊຸມ​ຊົນ​ເພື່ອ​ຊີ​ວິດ ແລະ ສິ່ງ​ແວດ​ລ້ອມ (CASE)

ກາ​ໝາຍ​ອົງ​ກອນ ​ປະ​ເພດ​ອົງ​ກອນ ພື້ນ​ທີ່​ເປົ້າ​ໝາຍ ອົງປະກອບຍ່ອຍ
ສະ​ມາ​ຄົມ​ບໍ່​ຫວັງ​ຜົນ​ກຳ​ໄລ (NPA) ແຂວງ ເມືອງ

2.1 ການສະ​ໜອງ​​ການບໍ​ລິ​ການປູກ​ຈິດ​ສຳ​ນຶກ

2.2 ​ການສະ​ໜອງ​ເພື່ອເສີມ​ສ້າງການ​ບໍ​ລິ​ການໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ກົດ​ໝາຍ

ຊຽງຂວາງ ໜອງແຮດ
ຄຳ

ສະ​ມາ​ຄົມ​ພັດ​ທະ​ນາ​ຊຸມ​ຊົນ ແລະ ສິ່ງ​ແວດ​ລ້ອມ (CDEA)

ກາ​ໝາຍ​ອົງ​ກອນ ​ປະ​ເພດ​ອົງ​ກອນ ພື້ນ​ທີ່​ເປົ້າ​ໝາຍ ອົງປະກອບຍ່ອຍ
ສະ​ມາ​ຄົມ​ບໍ່​ຫວັງ​ຜົນ​ກຳ​ໄລ (NPA) ແຂວງ ເມືອງ 2.1 ການສະ​ໜອງ​​ການບໍ​ລິ​ການປູກ​ຈິດ​ສຳ​ນຶກ
ອຸ​ດົມ​ໄຊ ນາ​ໝໍ້

ສະ​ມາ​ຄົມ​ພັດ​ທະ​ນາ​ບົດ​ບາດ​ຍິງ-ຊາຍ (GDA)

ກາ​ໝາຍ​ອົງ​ກອນ ​ປະ​ເພດ​ອົງ​ກອນ ພື້ນ​ທີ່​ເປົ້າ​ໝາຍ ອົງປະກອບຍ່ອຍ
ສະ​ມາ​ຄົມ​ບໍ່​ຫວັງ​ຜົນ​ກຳ​ໄລ (NPA) ແຂວງ ເມືອງ

2.1 ການສະ​ໜອງ​​ການບໍ​ລິ​ການປູກ​ຈິດ​ສຳ​ນຶກ

ວຽງ​ຈັນ ​ແມດ
ອຸດົມໄຊ ​ຮຸນ

ສ​ະ​ມາ​ຄົ​ມ​ລາວ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ເຂດ​ຊົນ​ນະ​ບົດ (LaoDHRRA) ຮ່ວມ​ກັບ  ສະ​ມາ​ຄົມ​ພັດ​ທະ​ນາ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ​ແບບ​ຍືນ​ຍົງ (SAEDA)

ກາ​ໝາຍ​ອົງ​ກອນ ​ປະ​ເພດ​ອົງ​ກອນ ພື້ນ​ທີ່​ເປົ້າ​ໝາຍ ອົງປະກອບຍ່ອຍ

ຮ່ວມກັບ

ສະ​ມາ​ຄົມ​ບໍ່​ຫວັງ​ຜົນ​ກຳ​ໄລ (NPA) ແຂວງ ເມືອງ 2.1 ການສະ​ໜອງ​​ການບໍ​ລິ​ການປູກ​ຈິດ​ສຳ​ນຶກ

2.2 ​ການສະ​ໜອງ​ເພື່ອເສີມ​ສ້າງການ​ບໍ​ລິ​ການໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ກົດ​ໝາຍ

ຊຽງ​ຂວາງ ພູ​ກູດ
ຜາ​ໄຊ

ສະມາຄົມຊີວະນາໆພັນ (LBA)

ກາ​ໝາຍ​ອົງ​ກອນ ​ປະ​ເພດ​ອົງ​ກອນ ພື້ນ​ທີ່​ເປົ້າ​ໝາຍ ອົງປະກອບຍ່ອຍ
ສະ​ມາ​ຄົມ​ບໍ່​ຫວັງ​ຜົນ​ກຳ​ໄລ (NPA) ແຂວງ ເມືອງ 2.1 ການສະ​ໜອງ​​ການບໍ​ລິ​ການປູກ​ຈິດ​ສຳ​ນຶກ
ເຊກອງ ລະມານ

ອົງ​ການ​ມິດ​ຕະ​ພາບ​ເມັນ​ໂນ​ນາຍ (MCC)

ກາ​ໝາຍ​ອົງ​ກອນ ​ປະ​ເພດ​ອົງ​ກອນ ພື້ນ​ທີ່​ເປົ້າ​ໝາຍ ອົງປະກອບຍ່ອຍ
ອົງ​ການ​ຈັດ​ຕັ້ງ​ສາ​ກົນ (iNGO) ແຂວງ ເມືອງ 2.1 ການສະ​ໜອງ​​ການບໍ​ລິ​ການປູກ​ຈິດ​ສຳ​ນຶກ

2.2 ​ການສະ​ໜອງ​ເພື່ອເສີມ​ສ້າງການ​ບໍ​ລິ​ການໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ກົດ​ໝາຍ

ຫົວພັນ ວຽງໄຊ
ສົບເປົາ
ແອດ
ຊຽງຄໍ້

ສະ​ມາ​ຄົມ​ພັດ​ທະ​ນາ​ຄົນ​ພິ​ການ​ແຂວງ​ຊຽງ​ຂວາງ (PDDA-XKH)

ກາ​ໝາຍ​ອົງ​ກອນ ​ປະ​ເພດ​ອົງ​ກອນ ພື້ນ​ທີ່​ເປົ້າ​ໝາຍ ອົງປະກອບຍ່ອຍ
ສະ​ມາ​ຄົມ​ບໍ່​ຫວັງ​ຜົນ​ກຳ​ໄລ (NPA) ແຂວງ ເມືອງ 2.2 ​ການສະ​ໜອງ​ເພື່ອເສີມ​ສ້າງການ​ບໍ​ລິ​ການໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ກົດ​ໝາຍ
ຊຽງ​ຂວາງ ​ຄູນ

ສະ​ມາ​ຄົມ​ສົ່ງ​ເສີມ​ການນ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແບບຍືນ​ຍົງ (PSNUA)

ກາ​ໝາຍ​ອົງ​ກອນ ​ປະ​ເພດ​ອົງ​ກອນ ພື້ນ​ທີ່​ເປົ້າ​ໝາຍ ອົງປະກອບຍ່ອຍ
ສະ​ມາ​ຄົມ​ບໍ່​ຫວັງ​ຜົນ​ກຳ​ໄລ (NPA) ແຂວງ ເມືອງ 2.1 ການສະ​ໜອງ​​ການບໍ​ລິ​ການປູກ​ຈິດ​ສຳ​ນຶກ

2.2 ​ການສະ​ໜອງ​ເພື່ອເສີມ​ສ້າງການ​ບໍ​ລິ​ການໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ກົດ​ໝາຍ

ໄຊ​ຍະ​ບູ​ລີ ​ພຽງ

ອົງ​ການ​ບ້ານ​ຈຸດ​ສຸມ​ສາ​ກົນ (VFI)

ກາ​ໝາຍ​ອົງ​ກອນ ​ປະ​ເພດ​ອົງ​ກອນ ພື້ນ​ທີ່​ເປົ້າ​ໝາຍ ອົງປະກອບຍ່ອຍ
ອົງ​ການ​ຈັດ​ຕັ້ງ​ສາ​ກົນ (iNGO) ແຂວງ ເມືອງ 2.1 ການສະ​ໜອງ​​ການບໍ​ລິ​ການປູກ​ຈິດ​ສຳ​ນຶກ

2.2 ​ການສະ​ໜອງ​ເພື່ອເສີມ​ສ້າງການ​ບໍ​ລິ​ການໃຫ້​ຄຳ​ປຶກ​ສາ​ທາງ​ດ້ານ​ກົດ​ໝາຍ

ສາ​ລະ​ວັນ ເລົ່າ​ງາມ
​ສາ​ລະ​ວັນ

ຈັດຕັ້ງປະຕິບັດໂດຍ:

ຮ່ວມມືກັບ:

ສະໜັບສະໜູນໂດຍ:

loລາວ