HomeBlogStories

Stories

ໝວດໝູ່ທີ່ກ່ຽວຂ້ອງ

ພວກເຮົາຈະປົກປ້ອງທີ່ດິນທີ່ເຮົາທຳການຜະລິດທຸກມື້ ເພື່ອອະນາຄົດຂອງລູກຫຼານໄດ້ແນວໃດ?

ສຳລັບຊາວບ້ານຢູ່ເມືອງຮຸນ, ແຂວງອຸດົມໄຊ, ທີ່ດິນແມ່ນປຽບເໝືອນທຸກສິ່ງທຸກຢ່າງ. ແຕ່ເວລາມີນັກລົງທຶນມາສະເໜີເຮັດກະສິກຳພັນທະສັນຍາ ຫຼື ຂໍສຳປະທານທີ່ດິນ, ຫຼາຍຄົນອາດຈະກັງວົນ ຫຼື ຄິດໄປວ່າຈະຖືກເອົາປຽບ ຫຼື ຖືກຍາດແຍ່ງທີ່ດິນໄປ. ການລົງພົບປະກັນກັບຜູ້ເຂົ້າຮ່ວມກິດຈະກຳສ້າງຈິດສຳນຶກດ້ານກົດໝາຍທີ່ດິນຂອງໂຄງການ PIASVC ໄດ້ສະແດງໃຫ້ເຫັນເຖິງການປ່ຽນແປງໃນທາງບວກຢ່າງຫຼວງຫຼາຍ ກ່ຽວກັບຄວາມເຂົ້າໃຈ ແລະ ວິທີການຮັບມືກັບກົດໝາຍທີ່ດິນຂອງຊາວບ້ານ ເຊິ່ງເປັນຜົນມາຈາກໂຄງການ. "ທີມງານປະເມີນຜົນກຳລັງສຳພາດຊາວບ້ານທີ່ເຄີຍເຂົ້າຮ່ວມກິດຈະກຳປູກຈິດສຳນຶກ. ຂໍ້ມູນທີ່ສຳຄັນຂອງພວກເຂົາ ໄດ້ສະແດງໃຫ້ເຫັນເຖິງການປ່ຽນແປງໃນທາງບວກຢ່າງຫຼວງຫຼາຍ ກ່ຽວກັບຄວາມເຂົ້າໃຈ ແລະ ວິທີການຮັບມືກັບກົດໝາຍທີ່ດິນຂອງຊາວບ້ານ". ພາບໂດຍ:...

ການສ້າງຈິດສຳນຶກທາງກົດໝາຍ ຊ່ວຍປັບປ່ຽນສິດທິທີ່ດິນ ແລະ ຄວາມສຳພັນໃນຄອບຄົວ ຢູ່ໃນຊຸມຊົນຄືແນວໃດ

ໃນຂອບເຂດ 20 ບ້ານເປົ້າໝາຍ ທີ່ນຳພາໂດຍ ສະມາຄົມພັດທະນາຄົນພິການ ແຂວງຊຽງຂວາງ (PDDA), ສຳລັບຊຸມຊົນຊົນນະບົດຫຼາຍແຫ່ງ ທີ່ດິນບໍ່ແມ່ນພຽງແຕ່ບ່ອນຢູ່ອາໄສ ແຕ່ມັນຄືແຫຼ່ງທຳມາຫາກິນດຽວຂອງຊາວບ້ານທີ່ສ່ວນໃຫຍ່ປະກອບອາຊີບຊາວກະສິກອນເປັນຫຼັກ. ເຖິງຢ່າງໃດກໍຕາມ, ໃນບ້ານແກວເລິກ—ໜຶ່ງໃນບ້ານເປົ້າໝາຍ—ກົດລະບຽບການຄຸ້ມຄອງຊັບພະຍາກອນທີ່ສຳຄັນນີ້ ບາງຄັ້ງແມ່ນຖືກກຳນົດໂດຍຮີດຄອງປະເພນີທີ່ບໍ່ເປັນທາງການ, ເຊິ່ງເຮັດໃຫ້ຄວາມໝັ້ນຄົງທາງຊັບສິນມັກຈະມີຊ່ອງວ່າງໃຫ້ເຫັນ, ລວມໄປເຖິງສິດທິຂອງແມ່ຍິງນຳອີກ. ກ່ອນການນຳສະເໜີໂຄງການບໍລິການຂໍ້ມູນຂ່າວສານ ແລະ ປູກຈິດສຳນຶກສຳລັບຊຸມຊົນທີ່ມີຄວາມສ່ຽງ (PIASVC), ການຮຽກຮ້ອງສິດທິທີ່ດິນມັກຈະອີງໃສ່ຄວາມເຊື່ອສ່ວນບຸກຄົນ ຫຼາຍກວ່າການອີງໃສ່ຂອບເຂດທີ່ດິນຢ່າງເປັນທາງການ. "ປະຊາຊົນບໍ່ຄ່ອຍສົນໃຈເລື່ອງກົດໝາຍ," ຊາວບ້ານຄົນໜຶ່ງເລົ່າຄືນ. "ເວລາມີຂໍ້ຂັດແຍ່ງເວົ້າກັນກະຍາກ. ປະຊາຊົນມັກຈະຈັບຈອງດິນຕາມຄວາມຕ້ອງການຂອງຕົນເອງ,...

How Legal Knowledge is Transforming Land Rights in Bolikhamxay Province, Laos

Community members and local authorities in Pakkading District proudly display their new legal resources. In these rural villages, secured land rights are the ultimate...

Empowering Voices: How Youth Volunteers are Bringing Justice Home in Salavan Province

At the Green Earth Center in Salavan Province, the meeting area is buzzing with energy. Nearly 200 people have gathered, representing 39 target villages,...

Legal Awareness for Community Land Governance

Legal Empowerment for local authorities and communities in Ban Nasavang (Ta Seng level), Namor District, Oudomxay Province               An overview of Ban Nasavang, where villagers regularly...

ການລົງເກັບກຳຂໍ້ມູນ ກໍລະນີສຶກສາ ຜົນໄດ້ຮັບຂອງໂຄງການ ທີ່ເມືອງ ແມັດ, ແຂວງວຽງຈັນ

ຫຼັງຈາກທີ່ໂຄງການໄດ້ສຳເລັດການຈັດຕັ້ງປະຕິບັດ ການປູກຈິດສຳນຶກ ແລະ ເຜີຍແຜ່ກົດໝາຍທີ່ດິນຂັ້ນບ້ານໃນໄລຍະໜຶ່ງໄປແລ້ວ, ໂຄງການໄດ້ມີແຜນສ້າງກໍລະນີສຶກສາ ໂດຍການມອບໃຫ້ທີ່ປຶກສາທີ່ຊຽວຊານລົງໄປການເກັບກຳຂໍ້ມູນນຳປະຊາຊົນໃນຂັ້ນຮາກຖານແຕ່ລະບ້ານ. ໃນວັນທີ 28 ຫາ 29 ສິງຫາ 2025, ທີມງານທີ່ປຶກສາ ແລະ ສະມາຊິກຄະນະກຳມະການກວດກາ (IMC), ພະນັກງານໂຄງການ, ສະມາຄົມຜູ້ທີ່ຮັບຜິດຊອບພື້ນທີ່ເປົ້າໝາຍໄດ້ຮ່ວມກັນຈັດຕັ້ງປະຕິບັດເກັບກຳຂໍ້ມູນທີ່ 2 ບ້ານເປົ້າໝາຍປະຈຳເມືອງແມດ, ແຂວງ ວຽງຈັນ. ຈຸດປະສົງຂອງການເກັບກຳຂໍ້ມູນຄັ້ງນີ້ເພື່ອເປັນຂໍ້ມູນໃນການສ້າງກໍລະນີສຶກສາເພື່ອເບິ່ງປະສິດຕິຜົນຂອງການຈັດຕັ້ງປະຕິບັດກິດຈະກຳໃນຫຼາຍໄລຍະຜ່ານມາປະຊາຊົນໄດ້ຮັບຂໍ້ມູນທາງດ້ານກົດໝາຍທີ່ດິນ ແລະ ຊັບພະຍາກອນທຳມະຊາດໃນຂັ້ນລະດັບໃດ...

ການລົງຕິດຕາມ ກິດຈະກຳປູກຈິດສຳນຶກໃຫ້ຊຸມຊົນຢູ່ຂັ້ນບ້ານ ທີ່ເມືອງຜາໄຊ, ແຂວງ ຊຽງຂວາງ

ໃນຊ່ວງອາທິດ (ວັນທີ 3 ຫາ 5 ມິຖຸນາ 2025 ທີ່ຜ່ານມາ), ພະນັກໂຄງການ PIASVC ໄດ້ລົງຕິດຕາມ ການຈັດຕັ້ງປະຕິບັດກິດຈະກຳຈຳນວນ 3 ບ້ານ ທີ່ເມືອງ ຜາໄຊ ແຂວງ ຊຽງຂວາງ ທີ່ເປັນກຸ່ມເປົ້າໝາຍຂອງສະມາຄົມ LaoDhrra- Lao Development of Human...

ບົດຄວາມແຫ່ງຊຸມຊົນ: ໂຄງ​ການ ການ​ໃຫ້​ຂໍ້​ມູນ​ສາ​ທາ​ລະ​ນະ ແລະ ການ​ໃຫ້​ຄວາມ​ຮູ້​ແກ່​ຊຸມ​ຊົນ ທີ່​ມີ​ຄວາມບອບ​ບາງ​ ໃນ ສ​ປ​ປ ລາວ (PIASVC) ທີ່ ບ້ານ ນາໝໍ້ເໜຶອ, ເມືອງ ນາໝໍ້, ແຂວງ ອຸດົມໄຊ

ໃນລະຫວ່າງ ວັນທີ  19 ຫາ 22 ສິງຫາ 2024, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ແລະ ພະນັກງານໂຄງການ PIASVC ເດີນທາງລົງພາກສະໜາມເຮັດວຽກຢູ່ ແຂວງ ອຸດົມໄຊ. ເນື່ອງໃນໂອກາດດັ່ງກ່າວ, ທີມງານ ໄດ້ຢ້ຽມຢາມ ໂຄງການຂອງຄູ່ຮ່ວມງານ ກໍຄື ໂຄງ​ການ ການ​ໃຫ້​ຂໍ້​ມູນ​ສາ​ທາ​ລະ​ນະ ແລະ ການ​ໃຫ້​ຄວາມ​ຮູ້​ແກ່​ຊຸມ​ຊົນ ທີ່​ມີ​ຄວາມບອບ​ບາງ​...

ບົດຄວາມແຫ່ງຊຸມຊົນ: ໂຄງ​ການ ສົ່ງເສີມການຜະລິດກະສິກຳແບບຍືນຍົງຜ່ານໂຄງການຄວາມສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງຄົນພິການ (PSAPGI) ທີ່ ບ້ານ ທ່າ, ເມືອງ ຄຳ, ແຂວງ ຊຽງຂວາງ

ໃນລະຫວ່າງ ວັນທີ  12 ຫາ 15 ມີນາ 2024, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ເດີນທາງລົງພາກສະໜາມເຮັດວຽກຢູ່ ແຂວງ ຊຽງຂວາງ. ເນື່ອງໃນໂອກາດດັ່ງກ່າວ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໄດ້ຢ້ຽມຢາມ ໂຄງການຂອງຄູ່ຮ່ວມງານ ກໍຄື ໂຄງ​ການ ສົ່ງເສີມການຜະລິດກະສິກຳແບບຍືນຍົງຜ່ານໂຄງການຄວາມສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງຄົນພິການ (PSAPGI) ໃຫ້ການຊ່ວຍເຫຼືອ ທີ່ ບ້ານ...

ບົດຄວາມແຫ່ງຊຸມຊົນ: ໂຄງ​ການ ການ​ໃຫ້​ຂໍ້​ມູນ​ສາ​ທາ​ລະ​ນະ ແລະ ການ​ໃຫ້​ຄວາມ​ຮູ້​ແກ່​ຊຸມ​ຊົນ ທີ່​ມີ​ຄວາມບອບ​ບາງ​ ໃນ ສ​ປ​ປ ລາວ (PIASVC) ທີ່ ບ້ານ ທ່າ, ເມືອງ ຄຳ, ແຂວງ ຊຽງຂວາງ

ໃນລະຫວ່າງ ວັນທີ  12 ຫາ 15 ມີນາ 2024, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ເດີນທາງລົງພາກສະໜາມເຮັດວຽກຢູ່ ແຂວງ ຊຽງຂວາງ. ເນື່ອງໃນໂອກາດດັ່ງກ່າວ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໄດ້ຢ້ຽມຢາມ ໂຄງການຂອງຄູ່ຮ່ວມງານ ກໍຄື ໂຄງ​ການ ການ​ໃຫ້​ຂໍ້​ມູນ​ສາ​ທາ​ລະ​ນະ ແລະ ການ​ໃຫ້​ຄວາມ​ຮູ້​ແກ່​ຊຸມ​ຊົນ ທີ່​ມີ​ຄວາມບອບ​ບາງ​ ໃນ ສ​ປ​ປ ລາວ...

ໂພສຫຼ້າສຸດ