HomeLIFE Project

LIFE Project

ໂຄງການສົ່ງເສີມການຮຽນຮູ້ກ່ຽວກັບທີ່ດິນ (LIFE): ໂຄງການສ້າງຄວາມສາມາດທີ່ມີເອກະລັກສະເພາະ ແນໃສ່ປັບປຸງຈິດສໍານຶກ, ຄວາມຮູ້ດ້ານກົດໝາຍ ແລະ ຄວາມສາມາດ ເພື່ອເພີ່ມທະວີສິດທິການຄອບຄອງທີ່ດິນ

ຂໍ້ມູນຕິດຕໍ່ ເພື່ອຝຶກອົບຮົມ:
ນ. ເລນາ ວິໄລເພັດ
ຫົວຫນ້າບໍລິຫານໂຄງການ LIFE
ອີເມວ: lena.vilayphet@villagefocus.org

ທ່ານ ນ. ເພັດດາວັນ ສີປະເສີດ
ຫົວໜ້າທີມຄູຝຶກ
ອີເມວ: tingkoh@gmail.com

ສະໜັບສະໜຸນໂດຍ:

ຜົນການຝຶກອົບຮົມຂອງໂຄງການ ໄລຟ໌ໃນການເປັນຜູ້ອຳ ນວຍຄວາມສະດວກ ແລະ ສິດຕາມປະເພນີ ແລະ ການນຳໃຊ້ໃນກິດຈະກຳ ຂອງ ອົງການ ມິດຕະພາບເມັນໂນນາຍ

ກໍລະນີສຶກສານີ້ ແມ່ນມີຂື້ນ ເພື່ອທໍາຄວາມເຂົ້າໃຈກ່ຽວກັບ ສິດຄອບຄອງທີ່ດິນຕາມປະເພນີ ໃນ 3 ບ້ານເປົ້າໝາຍ ຂອງອົງການ MCC ທີ່ແຂວງຊຽງຂວາງ ແລະ ກໍ່ເພື່ອເປັນການສຶກສາເຖິງຜົນໄດ້ຮັບຈາກການຝຶກອົບຮົມຂອງໄລຟ໌ໃຫ້ແກ່ພະນັກງານໂຄງການ ແລະ ຄູ່ຮ່ວມງານພາກລັດ ແລະ ການນໍາໃຊ້ຄວາມຮູ້ຈາກການຝຶກອົບຮົມ ເພື່ແເຜີຍແຜ່ຕໍ່ຊຸມຊົນ.

ແນວທາງໃນການປູກຈິດສໍານຶກເພື່ອສະໜັບສະໜູນການຮັບຮູ້ການຄອບຄອງຕາມປະເພນີ ໃນສາມປະເພດປ່າ ທີ່ແຂວງຄໍາມ່ວນ, ປະເທດລາວ

ກໍລະນີສຶກສານີ້ ນໍາສະແດງໃຫ້ເຫັນເຖິງບາງບັນ ຫາທີ່ກ່ຽວຂ້ອງ ທີ່ເກີດຂື້ນໃນຂັ້ນບ້ານ, ອະທິບາຍເຖິງວຽກການການເຜີຍແຜ່ ແລະ ປູກຈິດສໍານຶກ ພ້ອມທັງສະເໜີຂໍ້ແນະນໍາ ເພື່ອເປັນແນວທາງໃຫ້ກັບໂຄງການໃນອະນາຄົດ.

ປື້ມຄູ່ມື: ແນະນໍາການນໍາໃຊ້ປະຕິທິນກົດໝາຍເຂົ້າໃນການຝຶກອົບຮົມ

ຄູ່ມືແນະນໍາສະບັບນີ້ ແມ່ນໄດ້ພັດທະນາຂຶ້ນມາເພື່ອເປັນເຄື່ອງມືສະໜັບສະໜູນການຝຶກອົບຮົມ ໃຫ້ກັບບັນດາອົງການຈັດຕັ້ງລັດ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ທີ່ນຳໃຊ້ປະຕິທີນກົດໝາຍ ເປັນສື່ໂຄສະນາໃນການຝຶກອົບຮົມວຽກງານກົດ ໝາຍຕາມນະໂຍບາຍ ແລະ ກົດໝາຍທີ່ກ່ຽວ ຂ້ອງກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ.

ວິດີໂອ: ໂຄງການສົ່ງເສີມການຮຽນຮູ້ກ່ຽວກັບທີ່ດິນ (LIFE project)

ໂຄງການໄລຟ໌ ເປັນໂຄງການສ້າງຄວາມອາດສາມາດທີ່ມີເອກະລັກສະເພາະ ແນໃສ່ປັບປຸງຈິດສໍານຶກ,​ຄວາມຮູ້ດ້ານກົດໝາຍ ແລະ ຄວາມອາດສາມາດ ເພື່ອຊ່ວຍເພີ່ມທະວີສິດທິການຄອບຄອງທີ່ດິນ.

ການຝຶກອົບຮົມ ກ່ຽວກັບການຮັບຮູ້ສິດທິການຄອບຄອງທີ່ດິນຕາມປະເພນີ ໃນລາວ

ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ແມ່ນ ເພື່ອເປັນການ ເສີມສ້າງຄວາມອາດສາມາດດ້ານເຄື່ອງມື ແລະ ວິທີການ ແກ່ຜູ້ເຂົ້າຮ່ວມການຝຶກອົບຮົມ ກ່ຽວກັບ ການເຜີ່ຍແຜ່ຂໍ້ມູນ ແລະ ການສົ່ງເສີມຄວາມຮູ້ຂອງໂຄງການ ແກ່ຊຸມຊົນ

People Story: ການຮຽນຮູ້ຂອງໄວໜຸ່ມກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ຜ່ານ’ແຜນວາດສາຍນໍ້າ (The River of)’

ແຜນວາດສາຍນໍ້າ ຫຼື ເອີ້ນວ່າ The River of ໃນພາສາອັງກິດ ແມ່ນວິທີການໃຊ້ເພື່ອໃຫ້ເກີດມີການສົນທະນາ ແລະ ແລກປ່ຽນຄວາມຄິດເຫັນເຊິ່ງກັນແລະກັນ ກ່ຽວກັບການປ່ຽນແປງ ດ້ານຊັບພະຍາກອນທໍາມະຊາດ

ໂຄງການໄລຟ໌: ການຮຽນຮູ້ທີ່ຫຼາກຫຼາຍ ກ່ຽວກັບຊັບພະຍາກອນທີ່ດິນ ແລະ ທໍາມະຊາດ

ວິດີໂອນີ້ແມ່ນສ້າງຂື້ນ ເພື່ອແບ່ງປັນຂໍ້ມູນກ່ຽວກັບວິທີການຕ່າງໆທີ່ທາງທີມງານໄລຟ໌ໄດ້ນໍາໃຊ້ເຂົ້າໃນການຝຶກອົບຮົມ ທີ່ຜ່ານມາ.

ການພັດທະນາຄູ່ມືຝຶກອົບຮົມກ່ຽວກັບ ການສົ່ງເສີມໃຫ້ປະຊາຊົນເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິ ທຳ ສຳລັບພະນັກງານຂັ້ນທ້ອງຖິ່ນ

ໄລຍະຜ່ານມາກໍຄືປັດຈຸບັນຢູ່ຮາກຖານປະຊາຊົນຍັງບໍ່ທັນເຂົ້າເຖິງຂະບວນການຍຸຕິທຳທັງໆທີ່ລັດເຮົາມີຂະບວນການຍຸຕິທຳເພື່ອປົກປ້ອງສິດ, ຜົນປະໂຫຍດຂອງພົນລະເມືອງໄວ້ແລ້ວແຕ່ປະຊົນບໍ່ສາມາດເຂົ້າເຖິງເຮັດໃຫ້ພົນລະເມືອງຜູ້ທີ່ຖືກລະເມີດສິດ, ຜົນປະໂຫຍດບໍ່ໄດ້ຮັບການປົກປ້ອງ.

Recent posts

loລາວ