HomeLIFE Project

LIFE Project

ໂຄງການສົ່ງເສີມການຮຽນຮູ້ກ່ຽວກັບທີ່ດິນ (LIFE): ໂຄງການສ້າງຄວາມສາມາດທີ່ມີເອກະລັກສະເພາະ ແນໃສ່ປັບປຸງຈິດສໍານຶກ, ຄວາມຮູ້ດ້ານກົດໝາຍ ແລະ ຄວາມສາມາດ ເພື່ອເພີ່ມທະວີສິດທິການຄອບຄອງທີ່ດິນ

ຂໍ້ມູນຕິດຕໍ່ ເພື່ອຝຶກອົບຮົມ:
ນ. ເລນາ ວິໄລເພັດ
ຫົວຫນ້າບໍລິຫານໂຄງການ LIFE
ອີເມວ: lena.vilayphet@villagefocus.org

ທ່ານ ນ. ເພັດດາວັນ ສີປະເສີດ
ຫົວໜ້າທີມຄູຝຶກ
ອີເມວ: tingkoh@gmail.com

ສະໜັບສະໜຸນໂດຍ:

ໄວໜຸ່ມ ແລະ ການເຜີຍແຜ່ຂໍ້ມູນກ່ຽວກັບການອະນຸລັກທີ່ດິນ ແລະ ຊັບພະຍາກອນທໍາມະຊາດ

ສຳລັບນັກສຶກສາ (ຄົນຊົນເຜົ່າ ທີ່ບໍ່ແມ່ນລາວລຸ່ມ) ຄະນະນິຕິສາດ ປີ 2 ແລະ ປີ 3, ມະຫາວິທະຍາໄລແຫ່ງຊາດລາວ ທີ່ສົນໃຈ ຢາກຈະຝຶກ ແລະ ພັດທະນາທັກສະຂອງຕົນເອງກ່ຽວກັບຫົວຂໍ້: ການເຜີຍແຜ່ຂໍ້ມູນກ່ຽວກັບການອະນຸລັກທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ເຊິ່ງເປັນໂຄງການທີ່ມີໄລຍະ 9 ເດືອນ.

ການຝຶກອົບຮົມແບບໃກ້ຊິດຫົວຂໍ້ ທັກສະການຮຽນຮູ້ທີ່ຫຼາກຫຼາຍ ເພື່ອນໍາໃຊ້ເຂົ້າໃນການເປັນຜູ້ອໍານວຍຄວາມສະດວກສໍາລັບຄູຝຶກ

ທ່ານຈະໄດ້ຮຽນຮູ້ຫຍັງແດ່ຈາກການຝຶກອົບຮົມແບບໃກ້ຊິດຫົວຂໍ້ ທັດສະການຮຽນຮູ້ທີ່ຫຼາກຫຼາຍເພື່ອນໍາໃຊ້ເຂົ້າໃນການຝຶກການເປັນຜູ້ອໍານວຍຄວາມສະດວກສໍາລັບຄູຝຶກ:...

ໂຄງການ LIFE ແມ່ນຫຍັງ?

ໂຄງການ ໄລ້ຟ໌ ໄດ້ເລີ່ມດໍາເນີນງານມາຕັ້ງແຕ່ປີ 2014 ຊຶ່ງມີເປົ້າໝາຍ ເພື່ອແກ້ໄຂຂໍ້ຄົງຄ້າງທີ່ພົວພັນເຖິງ ນະໂຍບາຍທີ່ດິນ ແລະ ການຈັດຕັ້ງປະຕິບັດນະໂຍບາຍທີ່ດິນ ລວມທັງຜົນກະທົບຂອງການເສຍໂອກາດ ຂອງຊາວກະສິກອນລາວ.

Recent posts

loລາວ