ໂຄງການ LIFE ແມ່ນຫຍັງ?

4875

ໂຄງການ ໄລ້ຟ໌ ໄດ້ເລີ່ມດໍາເນີນງານມາຕັ້ງແຕ່ປີ 2014 ຊຶ່ງມີເປົ້າໝາຍ ເພື່ອແກ້ໄຂຂໍ້ຄົງຄ້າງທີ່ພົວພັນເຖິງ ນະໂຍບາຍທີ່ດິນ ແລະ ການຈັດຕັ້ງປະຕິບັດນະໂຍບາຍທີ່ດິນ ລວມທັງຜົນກະທົບຂອງການເສຍໂອກາດ ຂອງຊາວກະສິກອນລາວ.

ໂຄງການ ໄລ້ຟ໌ ແມ່ນໄດ້ຮັບການສ້າງຕັ້ງຂື້ນໂດຍ ອົງການຄູ່ຮ່ວມງານ ທີ່ປະກອບດ້ວຍອົງການຈັດຕັ້ງ ທາງສັງຄົມລາວ ທີ່ເປັນສະມາຊິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ໂດຍ ອົງການ ບ້ານຈຸດສຸມສາກົນ ແມ່ນເປັນເຈົ້າພາບໃຫ້ທີ່ຕັ້ງຂອງໂຄງການ ໄລ້ຟ໌. ໂຄງການ ໄລ້ຟ໌ ໄດ້ຮັບການຈັດຕັ້ງປະຕິບັດຮ່ວມກັນໂດຍ ອົງການເຄືອຂ່າຍຄູ່ຮ່ວມພັດທະນາ.

ຈຸດພົ້ນເດັ່ນຂອງໂຄງການມີຄື:

  • ໂຄງການ LIFE ມີຄວາມສາມາດໃນການເຮັດໃຫ້ທິດສະດີແນວຄິດທີ່ຊັບຊ້ອນເຊັ່ນ ມາດຕາ ແລະ ບົດບັນຍັດຂອງກົດໝາຍ ແລະ ລະ ບຽບການວ່າດ້ວຍທີ່ດິນຂອງປະເທດລາວ ສາມາດເຂົ້າໃຈງ່າຍ ສໍາລັບບຸກຄົນທົ່ວໄປທີ່ມີພື້ນຖານທີ່ແຕກຕ່າງກັນ
  • ເຄື່ອງມືຝຶກອົບຮົມ ແລະ ຫຼັກສູດ LIFE ແມ່ນປັບໃຫ້ເຂົ້າກັບສະພາບການທີ່ແຕກຕ່າງ ແລະ ຄວາມຕ້ອງການຂອງຜູ້ທີ່ໄດ້ຮັບຝຶກອົບຮົມ
  • ໂຄງການ LIFE ບັນລຸຜົນໃນການ ເອົາບັນຫາທີ່ດິນເຂົ້າເປັນສ່ວນໜຶ່ງຂອງກິດຈະກໍາປົກກະຕິຂອງອົງການຜູ້ທີ່ໄດ້ຮັບການຝຶກອົບຮົມ ໂດຍຈໍາແນກໜ້າທີ່ຕົ້ນຕໍຂອງອົງການນັ້ນໆ. ໂຄງການ LIFE ຍັງໄດ້ເພີ່ມທະວີຄວາມໝັ້ນຄົງໄລຍະຍາວ ກ່ຽວກັບການຄອບຄອງທີ່ດິນຂອງຜູ້ປະກອບການທາງດ້ານກະສິກໍາຂະໜາດນ້ອຍ ແລະ ຊາວກະສິກອນ
  • ການຝຶກອົບຮົມຂອງໂຄງການ LIFE ແມ່ນອອກແບບມາເພື່ອຊຸກຍູ້ ໃຫ້ອົງການຜູ້ທີ່ໄດ້ຮັບຝຶກອົບຮົມສາມາດນໍາໄປຝຶກຕໍ່ໃຫ້ກັບຊຸມຊົນໃນພື້ນທີ່ເປົ້າໝາຍຂອງຕົນ ເພື່ອກໍ່ໃຫ້ເກີດຜົນປະໂຫຍດທີ່ສືບເນື່ອງຕໍ່ໄປ
  • ໂຄງການ LIFE ໄດ້ມີທີມງານທີ່ມີຄຸນນະພາບ ແລະ ຄວາມສາມາດໃນການສ້າງໃຫ້ເກີດມີການໂອ້ລົມປຶກສາຫາລືກ່ຽວກັບ ບັນຫາທີ່ດິນຢ່າງມີຄວາມໝາຍ ລະຫວ່າງຜູ້ທີ່ມີສ່ວນຮ່ວມຈາກຫຼາຍພາກສ່ວນ.

ທ່ານສາມາດດາວໂລດແຜ່ນພັບກ່ຽວກັບໂຄງການສະບັບພາສາລາວ ແລະ ອັງກິດ ຂ້າງລຸ່ມນີ້: